ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

19 ຄົນເສຍຊີວິດ ໃນນະຄອນນິວຢອກ ໃນເຫດໄຟໄໝ້ຕຶກທີ່ພັກອາໄສ ຍ້ອນເຄື່ອງເຮັດຄວາມຮ້ອນໄຟຟ້າ


ພວກນັກດັບໄຟ ແລະເຈົ້າໜ້າທີ່ຕຳຫຼວດນະຄອນນິວຢອກ ຫຼື NYPD ພວມປະຕິງານຢູ່ດ້ານນອກ ຂອງຕຶກອາພາດເມັນ ຫຼັງຈາກເກີດໄຟໄໝ້ ຢູ່ທີ່ເຂດບຣອງສ໌ (Bronx), ໃນນະຄອນນິວຢອກ, ວັນທີ 9 ມັງກອນ 2022.
ພວກນັກດັບໄຟ ແລະເຈົ້າໜ້າທີ່ຕຳຫຼວດນະຄອນນິວຢອກ ຫຼື NYPD ພວມປະຕິງານຢູ່ດ້ານນອກ ຂອງຕຶກອາພາດເມັນ ຫຼັງຈາກເກີດໄຟໄໝ້ ຢູ່ທີ່ເຂດບຣອງສ໌ (Bronx), ໃນນະຄອນນິວຢອກ, ວັນທີ 9 ມັງກອນ 2022.

ເຄື່ອງເຮັດຄວາມຮ້ອນທີ່ທຳງານຜິດປົກກະຕິ ກໍ່ໃຫ້ເກີດໄຟໄໝ້ທີ່ເຮັດໃຫ້ຕຶກອາ ຄານທີ່ພັກຫຼືທີ່ເອີ້ນວ່າ​ອາ​ພາດ​ເມັນ ເຕັມໄປດ້ວຍຄວັນໜາໄປທົ່ວ ເຮັດໃຫ້ມີ 19 ຄົນເສຍຊີວິດ ລວມມີເດັກນ້ອຍເກົ້າຄົນໃນວັນອາທິດວານນີ້ ຊຶ່ງເປັນເຫດໄຟໄໝ້ທີ່ຮ້າຍແຮງສຸດຂອງນະຄອນນິວຢອກ ໃນສາມສົດສະວັດຜ່ານມາ ອີງຕາມລາຍງານຂອງອົງການຂ່າວເອພີ.

ຫົວໜ້າໜ່ວຍດັບໄຟ ທ່ານແດນນຽວ ນີໂກຣ ໄດ້ກ່າວວ່າ ໄຟ “ໄດ້ລຸກຂຶ້ນຢູ່ທີ່ເຄື່ອງເຮັດຄວາມຮ້ອນໄຟຟ້າ” ໃນອາພາດເມັນແຫ່ງນຶ່ງແລ້ວແຜ່ລາມອອກໄປຊັ້ນທີສອງ ແລະຊັ້ນທີສາມຂອງຕຶກ 19 ຊັ້ນ. ປະຕູຂອງທີ່ພັກບ່ອນທີ່ໄຟໄດ້ລຸກຂຶ້ນນັ້ນ ໄດ້ຖືກເປີດໄວ້ ຈຶ່ງອຳນວຍໃຫ້ຄວັນກະຈາຍອອກໄປທົ່ວຕຶກອາຄານຢ່າງວ່ອງໄວ ດັ່ງທີ່ທ່ານນີໂກຣ ໄດ້ກ່າວ.

ພວກຜູ້ທີ່ອາໄສຢູ່ໃນອາພາດເມັນບາງສ່ວນ ໄດ້ຕິດຄ້າງຢູ່ໃນສະຖານທີ່ຂອງພວກເຂົາເຈົ້າ ພາກັນທຸບປ່ອງຢ້ຽມເພື່ອໃຫ້ອາກາດເຂົ້າມາ ແລະເອົາຜ້າເສັດໂຕປຽກຕັນກ້ອງປະຕູຂອງພວກເຂົາເຈົ້າ. ຊາຍຄົນນຶ່ງ ຖືກຊ່ອຍເຫຼືອອອກມາໄດ້ໂດຍພວກນັກດັບໄຟ ໄດ້ກ່າວວ່າ ລາວຮູ້ສຶກບໍ່ຫົວຊາເລີຍຕໍ່ສຽງສັນຍານເຕືອນໄພຂອງໄຟໄໝ້ ເພາະວ່າ ໄດ້ມີສຽງສັນຍານເຕືອນໄພທີ່ບໍ່ເປັນຈິງຢູ່ເລື້ອຍໆ.

ທ່ານນີໂກຣ ກ່າວວ່າ ພວກຜູ້ທີ່ອາໄສຢູ່ໃນຕຶກບາງສ່ວນ “ບໍ່ສາມາດຫລົບໜີ ຍ້ອນປະລິມານຂອງຄວັນ” ພວກນັກດັບໄຟ “ໄດ້ພົບເຫັນພວກຜູ້ເຄາະຮ້າຍຢູ່ໃນແຕ່ລະຊັ້ນ ແລະໄດ້ນຳເອົາພວກເຂົາອອກມາໄດ້ ຊຶ່ງຢູ່ໃນສະພາບຫົວໃຈຢຸດເຕັ້ນ” ໂດຍເອີ້ນເຫດການນີ້ວ່າ “ບໍ່ເຄີຍມີມາກ່ອນ.”

ທ່ານສແຕັບຟານ ຣິງໂກລ ທີ່ປຶກສາຜູ້ອະວຸໂສຂອງເຈົ້າຄອງນະຄອນນິວຢອກ ທ່ານແອຣິກ ອາດຳສ໌ ໄດ້ກ່າວວ່າ ພວກເດັກນ້ອຍທີ່ໄດ້ເສຍຊີວິດ ແມ່ນມີອາຍຸ 16 ປີ ຫຼືນ້ອຍກວ່ານັ້ນ. ຫຼາຍຄົນທີ່ອາໄສຢູ່ໃນຕຶກ ໂດຍດັ່ງເດີມແມ່ນມາຈາກປະເທດແກມເບຍ ຈາກ​ເຂດອາຟຣິກາຕາເວັນຕົກ ດັ່ງທີ່ທ່ານອາດຳ​ສ໌ ໄດ້ກ່າວ ແລະກໍມີປະຊາຄົມຊາວມຸສລິມສ່ວນໃຫຍ່.

ທ່ານຣິງໂກລ ໄດ້ກ່າວວ່າ ສິບສາມຄົນ ຍັງໄດ້ຮັບການຮັກສາປິ່ນປົວຢູ່ທີ່ໂຮງໝໍໂດຍມີອາການສາຫັດ. ລວມທັງໝົດ ມີຫຼາຍຫ້າສິບຄົນໄດ້ຮັບບາດເຈັບ. ພວກຜູ້ເຄາະຮ້າຍສ່ວນຫຼາຍປ່ວຍຍ້ອນຫາຍໃຈເອົາຄວັນໄຟ ດັ່ງທີ່ທ່ານນີໂກຣ ໄດ້ກ່າວ. ສ່ວນທ່ານອາດຳສ໌ ໄດ້ເອີ້ນການເສຍຊີວິດ “ເປັນຕາຢ້ານຫຼາຍ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG