ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ລັດ ນິວຢອກ ຫ້າມ​ການ​ໃຊ້ ຢາ​ສູບ​ໄຟ​ຟ້າ ທີ່​ມີ​ກິ່ນ​ລົດ​ຊາດ


ຜູ້​ປົກ​ຄອງ​ລັດ ນິວຢອກ ທ່ານ ແອນດ​ຣູ ຄູ​ໂອ​ໂມ.
ຜູ້​ປົກ​ຄອງ​ລັດ ນິວຢອກ ທ່ານ ແອນດ​ຣູ ຄູ​ໂອ​ໂມ.

ລັດ​ນິວຢອກ ໄດ້​ກາຍ​ເປັນ​ລັດ​ທຳ​ອິດ ​ທີ່​ໄດ້​ຫ້າມ​ຢາ​ສູບ​ໄຟ​ຟ້າ​ ໃນ​ທັນ​ທີ ຫຼັງ​ຈາກໄດ້​ມີ​
ການລາຍງານ ພະຍາດປອດທີີ່ຮ້າຍແຮງເກືອບ 400 ກໍລະນີທີ່ກ່ຽວຂ້ອງກັບການສູບ
ກອກຢາໄຟຟ້າໃນ ສະຫະລັດ.

ຫ້ອງ​ການ​ສາ​ທາ​ລະ​ນະ​ສຸກ ລັດນິວຢອກ ໄດ້​ຮັບ​ຮອງ​ການ​ຫ້າມ​ທີ່​ວ່າ​ນັ້ນ​ໃນ​ວັນ​ອັງ​ຄານ​
ວານນີ້ ຕາມການແນະນຳທີ່ໜັກແໜ້ນ ຂອງຜູ້ປົກຄອງລັດ ທ່ານ ແອນດຣູ ຄູໂອໂມ.

ທ່ານ ຄູ​ໂອ​ໂມ ໄດ້​ກ່າວ​ວ່າ “ມັນ​ປະ​ຕິ​ເສດບໍ່​ໄດ້​ວ່າ ບໍ​ລິ​ສັດຢາ​ສູບ​ໄຟ​ຟ້າ​ທັງ ຫຼາຍ ໄດ້
ຕັ້ງໃຈໃຊ້ລົດຊາດຄື ຊິງໂກມ, ອາຫານເຊົ້າ ກັບຕັນ ຄຣັ້ນຈ໌ (Captain Crunch),
ແລະ ເຂົ້າໜົມສາຍໄໝ ເພື່ອເຮັດໃຫ້ຊາວໜຸ່ມຕິດຢາສູບໄຟຟ້ານັ້ນ. ລັດອື່ນໆກໍກຳ
ລັງພິຈາລະນາຫ້າມເຊັ່ນກັນ.

ສູນ​ກາງ​ເພື່ອ​ການ​ຄວບ​ຄຸມ ແລະ ປ້ອງ​ກັນ​ໂຣກ ສະ​ຫະ​ລັດ ໄດ້​ໃຊ້​ມາດ​ຕະ​ການ​ສຸກ​ເສີນ ​
ເພື່ອແກ້ໄຂບັນຫາພະຍາດປອດ ທີ່ໄດ້ຖິ້ມໂທດໃສ່ຢາສູບໄຟຟ້າເມື່ອບໍ່ດົນມານີ້.

ມີ​ເກືອບ 400 ກໍ​ລະ​ນີ​ທີ່​ຖືກ​ຢືນ​ຢັນ ແລະ ຕ້ອງ​ສົງ​ໄສ​ໃນ​ທົ່ວ​ປະ​ເທດ ລວມ​ທັງ​ການ​ເສຍ
ຊີວິດຢ່າງໜ້ອຍ 6 ຄົນ.

ຜູ້​ຊ່ຽວ​ຊານ​ດ້ານ​ສຸ​ຂະ​ພາບ​ບໍ່​ສາ​ມາດ​ທີ່​ຈະ​ລະ​ບຸ​ສາ​ເຫດ​ທີ່​ແນ່ນອນ​ໄດ້, ລວມ​ທັງ​ຍີ່​ຫໍ້​ທີ່
ສະເພາະເຈາະຈົງ ຫຼື ສ່ວນປະກອບໃນຢາສູບໄຟຟ້ານັ້ນ. ແຕ່ບາງຄົນໄດ້ສົງໄສການ
ໃຊ້ສານຈາກກັນຊາ ໃນອຸປະກອນຢາສູບໄຟຟ້າ. ແນວໃດກໍຕາມ, ເຂົາເຈົ້າໄດ້ຮຽກຮ້ອງ
ໃຫ້ທຸກຄົນຢຸດໃຊ້ຢາສູບໄຟຟ້າ.

ອຸ​ປະ​ກອນ​ຢາ​ສູບ​ໄຟ​ຟ້າ ໄດ້​ຖືກ​ໂຄ​ສະ​ນາ​ວ່າ​ເປັນ​ທາງ​ເລືອກ​ທີ່​ປອດ​ໄພ​ກວ່າ ກອກ​ຢາ​
ສູບທົ່ວໄປ. ບັນດາຜູ້ອອກກົດລະບຽບລັດຖະບານກາງ ໄດ້ເຕືອນບໍລິສັດ ຈູລ (Juul)
ທີ່ເປັນຜູ້ຜະລິດຢາສູບໄຟຟ້າທີ່ໃຫຍ່ທີ່ສຸດ, ຕໍ່ການກ່າວອ້າງທີ່ວ່ານັ້ນ, ໂດຍເວົ້າວ່າມັນ
ບໍ່ໄດ້ຖືກພິສູດ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG