ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຜູ້ຕ້ອງສົງໄສ ໃນການວາງລະເບີດ ຢູ່ ນະຄອນ ນິວຢອກ ຖືກຟ້ອງ ໃນຂໍ້ຫາ ກໍ່ການຮ້າຍ

ທ້າວອາກາແຢັດ ອູລລາ ຊາວບັງກລາແດັສ ເປັນຄົນເຂົ້າເມືອງ ຜູ້ທີ່ໄດ້ບີບຄະນວນ ລະເບີດແປັບ ທີ່ເຮັດຂຶ້ນມາເອງ ຢູ່ທີ່ ສູນກາງສັນຈອນ ຂອງຜູ້ຄົນ ໃນນິວຢອກ ລະຫວ່າງ ເວລາໄປວຽກໄປການໃນວັນຈັນ ທີ 11 ທັນວາ 2017.
ທ້າວອາກາແຢັດ ອູລລາ ຊາວບັງກລາແດັສ ເປັນຄົນເຂົ້າເມືອງ ຜູ້ທີ່ໄດ້ບີບຄະນວນ ລະເບີດແປັບ ທີ່ເຮັດຂຶ້ນມາເອງ ຢູ່ທີ່ ສູນກາງສັນຈອນ ຂອງຜູ້ຄົນ ໃນນິວຢອກ ລະຫວ່າງ ເວລາໄປວຽກໄປການໃນວັນຈັນ ທີ 11 ທັນວາ 2017.

ເຈົ້າໜ້າທີ່ຕໍ່ຕ້ານກໍ່ການຮ້າຍ ລະດັບສູງ ທ່ານນຶ່ງ ໃນບັງກລາແດັສ ໄດ້ກ່າວໃນວັນພຸດ
ມື້ນີ້ວ່າ ຊາຍຜູ້ຖືກກ່າວຫາວ່າ ບີບຄະນວນແປັບລະເບີດໃຫ້ແຕກຂຶ້ນ ຢູ່ໃນອຸໂມງລົດ
ໄຟໃຕ້ດິນ ຂອງນະຄອນນິວຢອກ ບໍ່ປາກົດວ່າ ໄດ້ເຊື່ອມໂຍງກັບກຸ່ມຫົວຮຸນແຮງ ໃດໆ
ທີ່ຮູ້ຈັກ.

ທ່ານ ໂມນີຣູລ ອິສລາມ ໄດ້ກ່າວວ່າ ພວກນັກສືບສວນ ໄດ້ສຳພາດ ພັນລະຍາ ຂອງ
ທ້າວ ອາກາແຢດ ອູລລາ ແລະ ພໍ່ແມ່ຂອງນາງ ອັນເປັນສ່ວນນຶ່ງ ຂອງການສືບສວນ
ຂອງພວກເຂົາເຈົ້າ.

ສະມາຊິກຂອງອົງການສັນຕິບານກາງ ຫຼື FBI ເຂົ້າໄປກວດສອບເບິ່ງສະຖານທີ່ ເກີດລະເບີດ ຢູ່ໃຕ້ສະຖານີລົດເມທີ່ອົງການຄຸ້ມຄອງທ່າກຳປັ່ນ ແລະ ສະຖານີ​ລົດ​ໄຟ​ໃຕ້​ດິນ ບ່ອນທີ່ໍຊາຍຄົນນຶ່ງ ພະຍາຍາມ ຈະບີບຂະນວນລະເບີດ ໃນລະຫວ່າງ ຕອນເຊົ້າເວລາ ຜູ້ຄົນພາກັນໄປວຽກໄປການ ໃນນະຄອນນິວຢອກຊີຕີ, ລັດນິວຢອກ, ວັນທີ 11 ທັນວາ 2017.

ທ້າວ ອູລລາ ອາຍຸ 27 ປີ ແມ່ນມີກຳນົດ ຈະຕ້ອງໄປປາກົດໂຕ ຢູ່ທີ່ສານ ຄັ້ງທຳອິດ
ໃນວັນພຸດມື້ນີ້ ນຶ່ງມື້ ຫຼັງຈາກໄອຍະການ ລັດຖະບານກາງ ສະຫະລັດ ໄດ້ປະກາດ
ການກ່າວຟ້ອງ ຕໍ່ຜູ້ກ່ຽວ ຖານກໍ່ການຮ້າຍ. ບັນດາເຈົ້າໜ້າທີ່ ກ່າວວ່າ ການໂຈມຕີ
ຂອງຄົນເຂົ້າເມືອງຈາກບັງກລາແດັສ ໄດ້ຮັບແຮງດົນໃຈ ຈາກກຸ່ມລັດອິສລາມ.

ສຳນວນຟ້ອງຕໍ່ຜູ້ກ່ຽວ ປະກອບດ້ວຍການວາງລະເບີດຢູ່ສະຖານທີ່ສາທາລະນະ
ແລະ ການນຳໃຊ້ອາວຸດທີ່ມີອະນຸພາບຮ້າຍແຮງ ເຊິ່ງແຕ່ລະກະທົງນັ້ນ ມີໂທດສູງສຸດ
ຈຳຄຸກຕະຫຼອດຊີວິດ.

ທ້າວ ອູລລາ ຍັງໄດ້ຖືກກ່າວຫາວ່າ ສະໜອງວັດຖຸສິ່ງຂອງເພື່ອການສະໜັບສະໜູນ
ໃຫ້ແກ່ກຸ່ມລັດອິສລາມ ການທຳລາຍຊັບສິນດ້ວຍລະເບີດ ແລະ ການໃຊ້ອຸປະກອນ
ເພື່ອທຳລາຍ ທີ່ສືບຕໍ່ໄປສູ່ອາຊະຍາກຳດ້ານຄວາມຮຸນແຮງ ອີງຕາມ ສຳນວນຟ້ອງ ທີ່ໄດ້ຖືກເປີດເຜີຍ ໃນວັນອັງຄານວານນີ້. ຂໍ້ກ່າວຫາທັງຫຼາຍດັ່ງກ່າວ ມີໂທດຈຳຄຸກ
5 ປີ ຮອດ 30 ປີ ໃນແຕ່ລະກະທົງ.

ບັນດາເຈົ້າໜ້າທີ່ຕຳຫຼວດ ຢືນຍາມຢູ່ນອກ ສະຖານີລົດເມທີ່ອົງການຄຸ້ມຄອງທ່າກຳປັ່ນ ແລະ ສະຖານີ​ລົດ​ໄຟ​ໃຕ້​ດິນ ໃນນະຄອນ ນິວຢອກ ຊີຕີ້, ວັນທີ 11 ທັນວາ 2017 ຫຼັງຈາກມີລາຍງານ ຂອງການແຕກ
ບັນດາເຈົ້າໜ້າທີ່ຕຳຫຼວດ ຢືນຍາມຢູ່ນອກ ສະຖານີລົດເມທີ່ອົງການຄຸ້ມຄອງທ່າກຳປັ່ນ ແລະ ສະຖານີ​ລົດ​ໄຟ​ໃຕ້​ດິນ ໃນນະຄອນ ນິວຢອກ ຊີຕີ້, ວັນທີ 11 ທັນວາ 2017 ຫຼັງຈາກມີລາຍງານ ຂອງການແຕກ

ທ່ານ ຈູນ ກິມ ຮັກສາການ ທະນາຍຄວາມ ສະຫະລັດ ສຳລັບເຂດພາກໃຕ້ຂອງລັດ
ນິວຢອກ ໄດ້ປະກາດ ຂໍ້ກ່າວຫາດັ່ງກ່າວ ຢູ່ທີ່ກອງປະຊຸມຖະແຫລງຂາວ ໃນນະຄອນ
ນິວຢອກ.

ທ່ານກິມໄດ້ກ່າວວ່າ “ເຊົ້າວານນີ້ ໃນຂະນະທີ່ ຫຼາຍພັນຄົນ ໄດ້ເດີນທາງເຂົ້າມາ
ໃນນະຄອນນິວຢອກຜ່ານສະຖານີລົດເມທີ່ອົງການຄຸ້ມຄອງທ່າກຳປັ່ນ ເຊິ່ງຊາຍ
ຄົນນຶ່ງກໍໄດ້ເຂົ້າມານຳ ພ້ອມດ້ວຍຄວາມກຽດຊັງ ທີ່ເຕັມຢູ່ໃນໃຈ ແລະຈຸດປະສົງ
ຊົ່ວຮ້າຍ.”
ທ່ານກ່າວຕໍ່ໄປວ່າ “ທ່າມກາງພວກຄົນທີ່ຟ້າວໄປລ້າໄປການດັ່ງທີ່ຊາວ
ນິວຢອກ ໃນແຕ່ລະວັນ ຟ້າວໄປຫ້ອງການຂອງພວກເຂົາເຈົ້າ ໄປໂຮງຮຽນຂອງ
ພວກເຂົາ ພ້ອມທີ່ຈະເລີ່ມຕົ້ນສັບປະດາຂອງການທຳງານ ແລະ ດຳລົງຊີວິດ ທີ່
ບໍ່ຫວ່າງຂອງພວກເຂົາເຈົ້າ ຊາຍຄົນນຶ່ງ ກໍໄດ້ເຂົ້າມາເພື່ອທີ່ຈະຂ້າ ທຳຮ້າຍ ແລະ
ທຳລາຍ ພວກເຂົາເຈົ້າ.”

ຕຳຫຼວດ ຢູ່ທີ່ຈຸດເກີດລະເບີດ ໃກ້ໆກັບ ສະຖານີລົດເມທີ່ອົງການຄຸ້ມຄອງທ່າກຳປັ່ນ ແລະ ສະຖານີ​ລົດ​ໄຟ​ໃຕ້​ດິນ ໃນນະຄອນນິວຢອກຊີຕີ, ວັນທີ 11 ທັນວາ 2017.
ຕຳຫຼວດ ຢູ່ທີ່ຈຸດເກີດລະເບີດ ໃກ້ໆກັບ ສະຖານີລົດເມທີ່ອົງການຄຸ້ມຄອງທ່າກຳປັ່ນ ແລະ ສະຖານີ​ລົດ​ໄຟ​ໃຕ້​ດິນ ໃນນະຄອນນິວຢອກຊີຕີ, ວັນທີ 11 ທັນວາ 2017.

ການໂຈມຕີໄດ້ເກີດຂຶ້ນທີ່ອຸໂມງ ເຊື່ອມຕໍ່ສະຖານີລົດເມທີ່ອົງການຄຸ້ມຄອງທ່າກຳປັ່ນ
ແລະ ສະຖານີ​ລົດ​ໄຟ​ໃຕ້​ດິນ ຈະຕຸ​ລັດໄທມ໌. ພາບຖ່າຍຈາກກ້ອງວົງຈອນປິດ​ ​ໄດ້​
ສະ​ແດງ​ໃຫ້​ເຫັນ​ວ່າ ຜູ້​ໂຈມ​ຕີ​ນັ້ນ ​ແມ່ນ​ຢ່າງ​ປະ​ປົນ​ກັບ​ຝູງ​ຊົນ​ ໃນ​ຊົ່ວ​ໂມງ​ເຂົ້າ​ການ
​ທີ່ແອ​ອັດ​ໄປ​ດ້ວຍ​ຜູ້​ຄົນແລະ​ຫຼັງຈາກນັ້ນ ກໍ​ໄດ້ມີ​ຄວັນ​ກຸ້ມອອກມາ ໃນຂະນະທີ່ລະ​ເບີດ
ແຕກຂຶ້ນ. ຊາຍ​ຜູ້​ນັ້ນແມ່ນ​ເຫັນ​ວ່າໄດ້​ນອນລົ້ມ​ລົງ ​ໃນ​ຂະນະ​ທີ່​ຜູ້​ຄົນ ພາກັນ​ແຕກ​ຕື່ນ
ໜີ​ອອກ​ຈາກບໍລິເວນ​ທີ່ເກີດ​ເຫດ.

NY Blast UPD
please wait
Embed

No media source currently available

0:00 0:00:50 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG