ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລັດນິວຢອກ ປາກົດວ່າ ກໍລະນີຕິດເຊື້ອໄວຣັສໂຄໂຣນາ ກຳລັງ ‘ຫລຸດລົງ’ ຢ່າງຕໍ່ເນື່ອງ


ນາງເພັນນີ ເພຍສ໌ ກຳລັງກອກຟອມໂດຍໄດ້ຮັບການຊ່ອຍເຫຼືອຈາກທ້າວເທວອນ ແມັກຄອລ ກ່ອນທີ່ຈະໄດ້ຮັບການກວດຫາໄວຣັສ COVID-19 ໃນເຂດຄຸ້ມ ຮາຮເລມ ຂອງນະຄອນນິວຢອກ, ວັນທີ 20 ເມສາ 2020.
ນາງເພັນນີ ເພຍສ໌ ກຳລັງກອກຟອມໂດຍໄດ້ຮັບການຊ່ອຍເຫຼືອຈາກທ້າວເທວອນ ແມັກຄອລ ກ່ອນທີ່ຈະໄດ້ຮັບການກວດຫາໄວຣັສ COVID-19 ໃນເຂດຄຸ້ມ ຮາຮເລມ ຂອງນະຄອນນິວຢອກ, ວັນທີ 20 ເມສາ 2020.

ຫຼັງຈາກທີ່ໄດ້ຜ່ານຜ່າແບບຄ້າຍຄືກັບສົງຄາມມາໄດ້ຫຼາຍອາທິດແລ້ວ ແລະຫຼາຍພັນຄົນກໍໄດ້ສູນເສຍຊີວິດໄປ ຜູ້ປົກຄອງລັດນິວຢອກໄດ້ກ່າວໃນວັນຈັນວານນີ້ ວ່າ ລັດຂອງທ່ານ ປາກົດວ່າ ກໍລະນີຕິດເຊື້ອໄວຣັສ ກຳລັງ “ຫລຸດລົງ” ຈາກທີ່ໄດ້ຂຶ້ນສູ່ລະດັບສູງສຸດແລ້ວ.

ລັດນິວຢອກ ມີກໍລະນີຕິດເຊື້ອໄວຣັສ ທີ່ໄດ້ຮັບການຢືນຢັນ ເກືອບເຖິງ 250,000 ຄົນແລ້ວ ແລະຫຼາຍກວ່າ 14,000 ຄົນໄດ້ເສຍຊີວິດ. ສິ່ງທີ່ໄດ້ຄາດຄະເນໄວ້ນັ້ນ ອັນເປັນຮູບພາບແບບຍອດພູ ຂອງເສັ້ນສະຖິຕິທັງຫຼາຍນັ້ນ ຊຶ່ງໄດ້ກາຍມາເປັນເສັ້ນພຽງແລ້ວ ແຕ່ໃນຊ່ວງໄລຍະນຶ່ງ ມັນໄດ້ຢູ່ໃນລະດັບທີ່ສູງຕະຫຼອດມາ.

ຜູ້ປົກຄອງລັດ ທ່ານແອນດຣູ ຄົວໂມ ໄດ້ກ່າວວ່າ “ຄຳຖາມດຽວນີ້ ກໍແມ່ນວ່າ 'ສົມມຸດວ່າ ພວກເຮົາຫລຸດລົງຈາກຈຸດພຽງແລ້ວ ແລະພວກເຮົາກໍເຫັນມັນໜ້ອຍລົງ ຊຶ່ງຈຳນວນທັງຫຼາຍນັ້ນ ຈະສະເໜີແນະວ່າ ພວກເຮົາພວມເຫັນວ່າ ຫລຸດລົງນັ້ນ ບັດນີ້ຄຳຖາມກໍແມ່ນວ່າ ດົນປານໃດທີ່ມັນຈະຫລຸດລົງ ແລະມັນຈະຕົກລົງຫຼາຍຊ່ຳໃດ? ແລະບໍ່ມີຜູ້ໃດຮູ້-ແບບດຽວທີ່ວ່າ ບໍ່ມີຜູ້ໃດຮູ້ວ່າ ມັນຈະຂຶ້ນສູງດົນປານໃດ.”

ລັດນິວຢອກ ເປັນລັດທີ່ຖືກກະທົບຢ່າງໜັກທີ່ສຸດໃນສະຫະລັດ. ມັນໄດ້ກາຍມາເປັນເວລາ 51 ວັນແລ້ວ ນັບຕັ້ງແຕ່ກໍລະນີທຳອິດທີ່ໄດ້ຖືກກວດພົບຂອງເຊື້ອໄວຣັສໂຄວິດ-19 ອັນເປັນເຊື້ອພະຍາດທີ່ກໍ່ໃຫ້ເກີດມີໄວຣັສໂຄໂຣນາ.

ຜູ້ປົກຄອງລັດ ໄດ້ກ່າວອີກວ່າ ເຄື່ອງບົ່ງຊີ້ຕ່າງໆ ປະກອບດ້ວຍ ພວກຄົນທີ່ໄດ້ເຂົ້າຮັກສາຢູ່ໂຮງໝໍຍ້ອນເຊື້ອໄວຣັສດັ່ງກ່າວ ແລະຈຳພວກທີ່ໄດ້ໃຊ້ເຄື່ອງຊ່ອຍຫາຍໃຈທັງຫຼາຍນັ້ນ ກໍຍັງສືບຕໍ່ຫລຸດລົງ ແຕ່ຫາກວ່າ ຫຼຸດລົງຢ່າງຊ້າໆ. ສະພາບການຂອງຫ້ອງສຸກເສີນ ແມ່ນຍັງຄົງຮັບເອົາຄົນເຈັບເກີນຄວາມສາ ມາດ ແຕ່ບໍ່ເປັນແບບທີ່ເຄີຍເປັນໃນສອງສາມມື້ກ່ອນໜ້ານີ້.

ແຕ່ທ່ານຜູ້ປົກຄອງລັດ ໄດ້ເຕືອນຢ່າງວ່ອງໄວວ່າ ລັດນິວຢອກ ແມ່ນຍັງບໍ່ອອກຈາກອັນຕະລາຍເທື່ອ ແລະເຖິງແມ່ນວ່າ ການເສຍຊີວິດໄດ້ໜ້ອຍລົງແດ່ກໍຕາມ ຈຳນວນຍັງຄົງ “ສູງທີ່ເປັນໜ້າຢ້ານກົວ” ເຖິງ 476 ຄົນ ໃນວັນອາທິດຜ່ານມານີ້.

“ອັນນີ້ ເປັນສາເຫດ ແລະຜົນກ່ຽວກັບຢາກະຕຸ້ນ” ຜູ້ປົກຄອງລັດ ຄົວໂມ ໄດ້ກ່າວຕໍ່ບັນດານັກຂ່າວ ຢູ່ທີ່ກອງປະຊຸມແຈ້ງສະພາບການປະຈຳວັນ ໃນນະຄອນຫຼວງ ອາລບານີ ຂອງລັດນິວຢອກ. ທ່ານກ່າວຕື່ມວ່າ “ສິ່ງທີ່ພວກເຮົາເຮັດໃນມື້ນີ້ ຈະກຳນົດສຳລັບມື້ອື່ນວ່າ ພວກເຮົາໄດ້ຕັດສິນໃຈ ຢ່າງສະ ຫຼຽວສະຫຼາດ ທ່ານຈະເຫັນຜົນທີ່ສະຫຼຽວສະຫຼາດ ໃນສອງສັບປະດາ ພວກເຮົາໄດ້ຕັດສິນໃຈບໍ່ດີ ທ່ານກໍຈະເຫັນຜົນພາຍໃນສອງອາທິດ.”

ທຸລະກິດທີ່ບໍ່ສຳຄັນ ແລະການຢູ່ຫ່າງກັນໃນສັງຄົມ ຈະຍັງຄົງສືບຕໍ່ມີຜົນບັງ ຄັບໃຊ້ໃນທົ່ວລັດ ຈົນກວ່າຢ່າງໜ້ອຍເຖິງວັນທີ 15 ພຶດສະພານີ້.

ຜູ້ປົກຄອງລັດ ໄດ້ກ່າວຢ້ຳອີກວ່າ ການກວດຫາເຊື້ອໄວຣັສນັ້ນ ຈະເປັນສິ່ງທີ່ສຳຄັນຍິ່ງ ໃນການຊ່ອຍລັດ ເລີ້ມເປີດເສດຖະກິດຂອງຕົນຄືນໃໝ່.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG