ປະຊາຊົນຕາມຫົວເມືອງໃຫຍ່ໆ ໃນທົ່ວໂລກ ໄດ້ເລີ້ມສະເຫຼີມ
ສະຫຼອງວັນປີໃໝ່ 2014 ດ້ວຍການຈູດບັ້ງໄຟດອກ ແລະການ
ສະແດງດົນຕີຕ່າງໆ.
ພວກຫາຄວາມສະໜຸກສະໜານມ່ວນຊື່ນໃນນະຄອນນີວຢອກ
ປະມານ 1 ລ້ານຄົນທີ່ພາກັນອົດທົນຕໍ່ສະພາບດິນຟ້າອາກາດ
ທີ່ໜາວເຢັນແລະພາຍໃຕ້ການຮັກສາຄວາມປອດໄພທີ່ໜາ
ແໜ້ນພາກັນລໍຖ້າເປັນເວລາຫຼາຍຊົ່ວໂມງຢູ່ທີ່ຈັດຕຸລັດ Times
Square ເພື່ອເບິ່ງລູກບານແກ້ວທີ່ເຫຼື້ອມໃສ ຫຼື Waterford
ຢ່ອນລົງມາໃນເວລາທ່ຽງຄືນ.
ເຈົ້າຄອງກຳແພງນະຄອນນີວຢອກຄົນປັດຈຸບັນ ຫຼືເຈົ້າຄອງກຳແພງນະຄອນຄົນທີ່ໄດ້ຖືກ
ເລືອກຕັ້ງໃໝ່ ບໍ່ໄດ້ໄປມີໜ້າ ເພື່ອກົດປຸ່ມໃຫ້ລູກບານຢ່ອນລົງມາ. ພິທີທີ່ມີກຽດດັ່ງກ່າວ
ໄດ້ຖືກມອບໝາຍໃຫ້ແກ່ທ່ານນາງ Sonia Sotomayor ຜູ້ພິພາກສາສານສູງສຸດຊຶ່ງເປັນ
ຄົນມາຈາກນີວຢອກເອງ.
ທີ່ເມືອງ Nashville ລັດ Tennessee ໄດ້ມີການສະແດງດົນຕີຄັ້ງໃຫຍ່ ໃນເວລາທ່ຽງ
ຄືນ. ໃນຂະນະດຽວກັນທີ່ເມືອງ Vincennes ລັດ Indiana ໄດ້ມີການຢ່ອນໝາກໂມ 14
ໜ່ວຍລົງມາ ເພື່ອສະຫຼອງວັນປີໃໝ່ 2014 ນັ້ນ. ຈາກຫ້ວງອະວະກາດ ພວກລູກເຮືອໃນ
ສະຖານີອະວະກາດນາໆຊາດ ທີ່ປະກອບດ້ວຍນັກອະວະກາດອະເມຣິກັນ 2 ຄົນ ແລະ
ນັກອະວະກາດຍີ່ປຸ່ນຄົນນຶ່ງໄດ້ສົ່ງພອນປີໃໝ່ ມາຍັງຈະຕຸລັດ Times Square ແລະມາ
ຍັງປະຊາຊົນໃນທົ່ວໂລກ ໂດຍຜ່ານວີດີໂອ ຂອງອົງການ NASA.
ທີ່ເມືອງ Pasadena ລັດ California ປະຊາຊົນພາກັນສະເຫຼີມສະຫຼອງປີໃໝ່ໃນເວລາ
ທ່ຽງຄືນ ດ້ວຍການພັກນອນແຮມຄືນຢູ່ຕາມແຄມຖະໜົນ ທີ່ຈະມີການເດີນສວນສະໜາມ
ປະຈຳປີ Rose Parade. ການເດີນສວນສະໜາມດັ່ງກ່າວມີຂຶ້ນກ່ອນການແຂ່ງຂັນກີລາ
ຊີງຂັນ Rose Bowl ອັນເປັນການແຂ່ງຂັນກີລາ football ອັນນຶ່ງຂອງການແຂ່ງຂັນກີລາ
Football ລະດັບມະຫາວິທະຍາໄລ ຫລັງຈາກລະດູກີລາ football ລະດັບມະຫາວິທະ
ຍາໄລສິ້ນສຸດລົງ ຊຶ່ງແຂ່ງຂັນກັນ ໃນວັນປີໃໝ່ທຸກໆປີນັ້ນ.
ການສະຫລອງປີໃໝ່ ທີ່ ດູບາຍ ລອນດອນ ມອສໂຄ ກໍາແພງເມືອງຈີນ ຮົງກົງ ໂຕກຽວ ຈາກາຕາ ຊິດນີ ແລະໂອ໊ກກະເລິນ:
ໃນແຫ່ງອື່ນໆອີກ ພວກຝູງຊົນພາກັນໂຮມຊຸມນຸມກັນໃນຫົວເມືອງໃຫຍ່ໆໃນທົ່ວໂລກ ເພື່ອ
ສະເຫຼີມສະຫຼອງວັນປີໃໝ່ 2014 ຮວມທັງໃນກຸງມອສກູ , Dubai ແລະທີ່ກຸງລອນດອນ.
ພວກທີ່ໄປຮ່ວມງານກິນລ້ຽງໃນກຸງລອນດອນ ພາກັນກິນເຂົ້າໜົມຫວານທີ່ມີລົດຊາດໝາກ
ກ້ວຍໃນຂະນະທີ່ພວກເຂົາເຈົ້າພາກັນເບິ່ງການຈູດບັ້ງໄຟດອກທີ່ຈະຕຸລັດ Trafalgar.
ທີ່ປະເທດ Dubai ໄດ້ມີການສະແດງຈູດບັ້ງໄຟດອກໃຫຍ່ທີ່ສຸດຂອງໂລກ ໂດຍໄດ້ຈູດບັ້ງ
ໄຟດອກ 4 ແສນລູກ ທີ່ມີວັດຖຸປະສົງແນໃສ່ ເພື່ອໃຫ້ເປັນສະຖິຕິໃໝ່ຂອງໂລກ. Kuwait
ໄດ້ທຳລາຍສະຖິຕິ ໃນປີແລ້ວນີ້ ໂດຍໄດ້ຈູດບັ້ງໄຟດອກ 77 ພັນລູກ.
ການຈູດບັ້ງໄຟດອກໄດ້ລະເບີດຈາກ Sky Tower ຂອງເມືອງ Auckland ໃນຂະນະທີ່ຜູ້
ຄົນພາກັນເຕັ້ນລຳ ຕາມຖະໜົນຫົນທາງສາຍຕ່າງໆ ໃນເມືອງທີ່ໃຫຍ່ທີ່ສຸດຂອງປະເທດ
New Zealand. ທີ່ນະຄອນຊິດນີ້ ປະເທດອອສເຕຣເລຍ ປະຊາຊົນໃນຈຳນວນຫຼາຍ
ກວ່າ 1 ລ້ານຄົນ ພາກັນຊົມການຈູດບັ້ງໄຟດອກເປັນຄັ້ງທຳອິດໃນຮອບຫຼາຍກວ່ານຶ່ງທົດ
ສະວັດຈາກພວກເຮືອໃບລົມ ຢູ່ຕໍ່ໜ້າໂຮງລະຄອນແຄມນ້ຳ ທີ່ມີຊື່ສຽງກ້ອງໂລກນັ້ນ. ທີ່
ຮ່ອງກົງ ແສງສີຈາກການຈູດບັ້ງໄຟດອກ ໄດ້ພຸ່ງຂຶ້ນກຸ້ມພວກຕຶກດາດຟ້າ.