ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ເທີກີ ຈັບກຸມ ຜູ້ຕ້ອງສົງໄສ ໃນການໂຈມຕີ ຢູ່ສະຖານບັນເທີງ ທີ່​ນະຄອນ Istanbul


Turkey Bombing Arrest
please wait
Embed

No media source currently available

0:00 0:02:31 0:00

ນາຍົກລັດຖະມົນຕີ​ເທີ​ກີ ທ່ານ Bianali Yildirim ​ໃຫ້ການ​ຢືນຢັນ ​ໃນ​ວັນ​ອັງຄານ​ມື້​ນີ້
ທີ່​ເຈົ້າທີ່​ໄດ້​ຈັບ​ກຸມຜູ້ຕ້ອງ​ສົງ​ໄສ​ເປັນມື​ປືນ ທີ່​ໄດ້​ສັງຫານ 39 ຄົນ ​ໃນ​ການ​ໂຈມ​ຕີ​
ເມື່ອ​ວັນ​ຂຶ້ນ​ປີ​ໃໝ່ ​ຢູ່ nightclub ທີ່​ນະຄອນ Istanbul.

ທ່ານ Yildirim ​ໄດ້​ເອີ້ນຜູ້​ຕ້ອງ​ສົງ​ໄສ​ວ່າ ​ເປັນ “​ຜູ້ກໍ່​ການ​ຮ້າຍທີ່​ຕ່ຳ​ຊ້າ” ​ແລະ​ໄດ້
ກ່າວ​ວ່າ ສິ່ງ​ສຳຄັນ​ໃນ​ເວ​ລາ​ນີ້ ​ກໍ​ແມ່ນ​ການເປີດ​ເຜີຍ​ກ່ຽວ​ກັບພວກ​ທີ່ຢູ່​ເບື້ອງ​ຫຼັງການ​
ໂຈມ​ຕີ.

ສື່ມວນ​ຊົນ​ຂອງ​ເທີ​ກີ ກ່ອນ​ໜ້າ​ນີ້ ​ໄດ້​ລະບຸວ່າ​ທ້າວ Abdulkadir Masharipov ​ເປັນ​ມື​ປືນ ​ໂດຍ​ກ່າວ​ວ່າ ລາວ​ໄດ້​ຖືກ​ຈັບ​ກຸມ ​ໃນ​ລະຫວ່າງ​ການ​ບຸກ​ເຂົ້າ​ໄປ​ກວດ​ຄົ້ນ​ໃນ​ວັນ​ຈັນ​ວານ​ນີ້ ທີ່​ຄຸ້ມ Esnyurt ຂອງ​ນະຄອນ Istanbul.

​ເຈົ້າ​ຄອງ​ນະຄອນ Istanbul ທ່ານ Vasip Sahin ​ໄດ້​ກ່າວ​ໃນ​ວັນ​ອັງຄານມື້ນີ້​ວ່າ ລາຍ​ມືຂອງ Masharipov ​ແມ່ນ​ກົງກັນ​ກັບຂອງ​ມື​ປືນ ​ແລະ​ວ່າ​ລາວເປັນ​ຄົນ​ສັນຊາດ Uzbekistan ຜູ້​ຊຶ່ງໄດ້​ຮັບ​ການ​ຝຶກ​ແອບ​ທີ່ອັຟກາ​ນິສຖານ ​ແລະ​ເຊື່ອ​ວ່າ ໄດ້​ເຂົ້າ​ໄປ​ຍັງ​
ເທີ​ກີ ​ໃນ​ເດືອນ​ມັງກອນ ປີ 2016​.

ພວກພີ່ນ້ອງ ຂອງທ່ານ Fatih Cakmak, ເຈົ້າໜ້າທີ່ຮັກສາຄວາມປອດໄພ ແລະເປັນຜູ້ທີ່ໄດ້ຮັບເຄາະ ຈາກມືປືນໃນ Reina nightclub, ສະແດງປະຕິກິລິຍາ ໃນງານຊາປະນາກິດ ໃນນະຄອນ Istanbul, ເທີກີ, 2 ມັງກອນ, 2017.
ພວກພີ່ນ້ອງ ຂອງທ່ານ Fatih Cakmak, ເຈົ້າໜ້າທີ່ຮັກສາຄວາມປອດໄພ ແລະເປັນຜູ້ທີ່ໄດ້ຮັບເຄາະ ຈາກມືປືນໃນ Reina nightclub, ສະແດງປະຕິກິລິຍາ ໃນງານຊາປະນາກິດ ໃນນະຄອນ Istanbul, ເທີກີ, 2 ມັງກອນ, 2017.

ທ່ານ Sahin ຍັງ​ໄດ້ກ່າວ​ວ່າ “ມັນ​ເປັນ​ທີ່​ຈະ​ແຈ້ງ” ແລ້ວ​ວ່າ ​ການ​ໂຈມ​ຕີດັ່ງກ່າວ​ແມ່ນ​ເພື່ອ​ກຸ່ມ​ລັດ​ອິສລາມ. ພວກ​ຫົວ​ຮຸນ​ແຮງຈຸນີ້ ​ຍັງ​ໄດ້​ອ້າງ​ເອົາ​ຄວາມ​ຮັບຜິດຊອບ ທີ່​ພົວ ພັນກັບ​ການ​ໂຈມ​ຕີ ​ໃສ່​ການ​ປະຕິບັດ​ງານ​ທາງ​ທະຫານ​ຂອງ​ເທີ​ກີ ທີ່​ຕໍ່ຕ້ານ​ພວກເຂົາ
​ໃນ​ຊີ​ເຣຍ.

ຮອງ​ນາຍົກລັດຖະມົນຕີ​ເທີ​ກີ ທ່ານ Numan Kurtulmus ​ໄດ້​ສັນລະ​ເສີນຕຳຫຼວດ ໂດຍ​ທາງ Twitter ໃນ​ວັນ​ອັງຄານ​ມື້​ນີ້ ທີ່​ເຮັດ​ໃຫ້ “ສົງຄາມເທີ​ກີກັບ​ພວກ​ກໍ່​ການ​ຮ້າຍ​ ​ແລະ​ອຳນາດ ທີ່ຢູ່​ເບື້ອງ​ຫຼັງ ຈະ​ດຳ​ເນີນຕໍ່​ໄປ ຈົນ​ວາລະ​ສຸດ​ທ້າຍ.”

ການ​ຊອກ​ຄົ້ນ​ຫາ​ທ້າວ Masharipov ​ເປັນ​ເວລາ​ຫຼາຍໆ​ມື້ ​ໂດຍ​ທີ່​ທາງ​ສື່ມົນ​ຊົນ​ຂອງ​ເທີ​ກີ ​ໄດ້​ລາຍ​ງານໃນ​ສັບປະດາ​ທີ່​ແລ້ວ ​ໄດ້​ລະບຸ​ວ່າ​ ລາວ​ເປັນ​ຜູ້​ຕ້ອງ​ສົງ​ໄສ​ຄົນ​ສຳ ຄັນ.​ ນອກ​ນັ້ນ ຍັງ​ມີ​ຜູ້​ຕ້ອງ​ສົງ​ໄສອື່ນໆ ​ຫຼາຍ​ກວ່າ 40 ຄົນ​ຈາກ​ປະ​ເທດຕ່າງໆ ​ໄດ້​ຖືກ​ຄຸ​ມຂັງ ​ໃນ​ຂະນະ​ທີ່​ຕຳຫຼວດ​ຊອກ​ຄົ້ນ​ຫາພວກ​ຕ້ອງ​ສົງ​ໄສຢູ່​ນັ້ນ.

ການ​ໂຈມ​ຕີ​ຄັ້ງ​ນີ້ ​ແມ່ນ​ເປັນ​ການ​ໂຈມ​ຕີຄັ້ງ​ທີ 3 ​ໃນ​ເທີ​ກີ ​ໃນ​ຮອບ 2 ປີ ທີ່​ຜ່ານ​ມາ ທີ່​ພົວພັນ​ກັບຄົນ​ຈາກ​ເອ​ເຊຍ​ກາງ ທີ່​ຍອມຮັບ​ວ່າ​ມີ​ຄວາມ​ສຳພັນ​ກັບ​ກຸ່ມ​ລັດ​ອິສລາມ.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG