ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປີໃໝ່ 2017 ໄດ້ນຳມາ ຊຶ່ງການນຳພາໃໝ່ ທີ່ ອົງການ ສະຫະປະຊາຊາດ


ເລຂາທິການໃຫຍ່ ອົງການສະຫະປະຊາຊາດ ທ່ານ Ban Ki-moon (ຊ້າຍ) ແລະ ເລຂາທິການໃຫຍ່ທີ່ຖືກແຕ່ງຕັ້ງ
ທ່ານ Antonio Guterres ຢືນຮຽງກັນ ຫຼັງຈາກ ພິທີການ
ສາບານໂຕ ເຂົ້າຮັບຕຳແໜ່ງ ຢູ່ທີ່ສຳນັກງານໃຫຍ່ ອົງການສະຫະປະຊາຊາດ ໃນນະຄອນ New York, ວັນທີ 12 ທັນວາ 2016.
ເລຂາທິການໃຫຍ່ ອົງການສະຫະປະຊາຊາດ ທ່ານ Ban Ki-moon (ຊ້າຍ) ແລະ ເລຂາທິການໃຫຍ່ທີ່ຖືກແຕ່ງຕັ້ງ ທ່ານ Antonio Guterres ຢືນຮຽງກັນ ຫຼັງຈາກ ພິທີການ ສາບານໂຕ ເຂົ້າຮັບຕຳແໜ່ງ ຢູ່ທີ່ສຳນັກງານໃຫຍ່ ອົງການສະຫະປະຊາຊາດ ໃນນະຄອນ New York, ວັນທີ 12 ທັນວາ 2016.

ທ່ານ Antonio Guterres ຜູ້ທີ່ຫາກໍເຂົ້າມາຮັບຕຳແໜ່ງສູງສຸດ ເປັນເລຂາທິການໃຫຍ່ ອົງການສະຫະປະຊາຊາດ ຢູ່ທີ່ອົງການການທູດຂັ້ນນຳຂອງໂລກ ໄດ້ເຂົ້າກຳອຳນາດ ຫຼັງຈາກ ທີ່ສະໄໝຂອງການດຳລົງ ຕຳແໜ່ງຜູ້ນຳ ຂອງ ທ່ານ Ban Ki-moon ໄດ້ສິ້ນ ສຸດລົງ ເມື່ອຕອນກາງຄືນ ວັນທີ 31 ທັນວາຜ່ານມາ.

ທ່ານ Guterres ອະດີດນາຍົກລັດຖະມົນຕີ ຂອງປະເທດ ປອກຕຸຸຍການ ແລະອະດີດ ຂ້າຫຼວງໃຫຍ່ຮັກສາການດ້ານອົບພະຍົບ ໄດ້ກ່າວຕໍ່ອົງການສະຫະປະຊາຊາດ ໃນ
ການກ່າວຄຳປາໄສ ທີ່ເປັນ ຄຳຖາມກ່ຽວກັບວ່າ ວິທີໃດທີ່ຈະຊ່ອຍເຫຼືອ ປະຊາຊົນ ຫຼາຍລ້ານຄົນ ທີ່ໄດ້ປະສົບກັບຄວາມທຸກຍາກຍ້ອນບັນຫາຂັດແຍ່ງ ແລະ ສົງຄາມ
ນັ້ນ ຄື “ນ້ຳໜັກອັນຍິ່ງໃຫຍ່” ທີ່ຢູ່ໃນຈິດໃຈຂອງທ່ານ.

ທ່ານໄດ້ເນັ້ນຢ້ຳວ່າ ພວກພົນລະເຮືອນ ໄດ້ປະເຊີນໜ້າກັບ ກອງກຳລັງຮ້າຍແຮງ ທີ່
ໄດ້ເຂັ່ນຂ້າ ແລະ ທຳຮ້າຍ ຊຶ່ງກົດດັນໃຫ້ພວກເຂົາເຈົ້າ ໜີອອກຈາກເຮືອນຊານ ຂອງ ພວກເຂົາ ແລະ ເຮັດໃຫ້ຕົກຢູ່ໃນສະພາບທຸກຍາກ. ທ່ານໄດ້ຈົ່ມເຖິງຄວາມແທ້ຈິງ
ທີ່ວ່າ ແມ່ນກະທັງພວກໂຮງໝໍ ແລະ ຂະບວນລົດບັນທຸກການຊ່ວຍເຫຼືອ ກໍບໍ່ປອດໄພ ຈາກຄວາມຮຸນແຮງ ທີ່ວ່ານັ້ນ.

ທ່ານ Guterres ໄດ້ຮຽກຮ້ອງ ຕໍ່ບັນດາເພື່ອນຮ່ວມງານຂອງທ່ານ ຢູ່ທີ່ ອົງການສະຫະ ປະຊາຊາດ ໃຫ້ “ຈັດຕັ້ງຄວາມໝາຍໝັ້ນ ສຳລັບປີໃໝ່ຮ່ວມກັນ.... ໃຫ້ພວກເຮົາ ແກ້ໄຂບັນຫາ ໂດຍເອົາສັນຕິພາບ ເປັນຫລັກ.”

ທ່ານ Guterres ເວົ້າວ່າ “ຈາກມຄວາມເປັນນ້ຳໜຶ່ງໃຈດຽວກັນ ແລະ ຄວາມເຫັນອົກ ເຫັນໃຈກັນ ໃນຊີວິດທີ່ພວກເຮົາດຳລົງແຕ່ລະມື້ ເພື່ອໃຫ້ມີການສົນທະນາກັນ ແລະ ເຄົາລົບນັບຖື ການແບ່ງແຍກ ໃນແຕ່ລະດ້ານຂອງການເມືອງ.” ທ່ານກ່າວຕື່ມວ່າ “ຈາກຂໍ້ຕົກລົງຢຸດຍິງ ຢູ່ທີ່ສະໜາມລົບ ມາເຖິງການປະນີປະນອມກັນ ທີ່ໂຕະການ ເຈລະຈາ ເພື່ອບັນລຸຂໍ້ຕົກລົງດ້ານການເມືອງ ຊຶ່ງສັນຕິພາບ ຕ້ອງເປັນເປົ້າໝາຍ
ແລະ ເປັນທິດນຳພາ ພວກເຮົາ.”

ທ່ານ Guterres ໄດ້ໃຫ້ຄຳໝັ້ນສັນຍາ ວ່າຈະເປັນ “ຜູ້ສ້າງສະພານເຊື່ອມຕໍ່” ຢູ່ໃນ ຊ່ວງເວລາ ທີ່ປະທານາທິບໍດີ ສະຫະລັດ ທີ່ຖືກເລືອກໃໝ່ ທ່ານດໍໂນລ ທຣຳ ໄດ້ເອີ່ຍ ເຖິງຄວາມເປັນຫ່ວງວ່າ ອົງການສະຫະປະຊາຊາດ ແມ່ນບໍ່ມີປະສິດທິພາບ.

ທ່ານໄດ້ປະຕິຍານວ່າ ຈະທຳງານກັບ ຄະນະລັດຖະບານຂອງທ່ານທຣຳ ເຖິງແມ່ນວ່າ ຈະບໍ່ເຫັນດີເຫັນພ້ອມກັນ ແລະ ຈະພະຍາຍາມຮ່ວມໄມ້ຮ່ວມມື ຕໍ່ “ຄວາມທ້າທ້າຍ ທີ່ຍິ່ງໃຫຍ່ ທັງຫຼາຍ” ທີ່ທັງສະຫະລັດ ແລະ ອົງການສະຫະປະຊາຊາດ ຈະປະເຊີນ ໜ້ານຳກັນ ໃນປີໃໝ່ຈະມາເຖິງນີ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG