ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຂໍ​ເຊີນ​ທຸກໆ​ທ່ານ ​ມາຮັບ​ຟັງ​ເພງ ລຳ​ວົງ​​ປີໃໝ່ ​​ເພື່ອ​ສະ​ເຫຼີມ​ສະ​​ຫຼອງ​ປີ​ໃໝ່​ສາ​ກົນຮ່ວມ​ກັນ ຜົນ​ງານ​ເພງ​ຂອງສິດ​ທິ​ພອນ ສຸ​ວັນ​ນະ​ສຸກ


ການ​ສະ​ແດງ​ແສງ​ສີ ​ບັ້ງ​ໄຟ​ດອກ ໃນ​ນະ​ຄອນບອນ, ​ເຢຍ​ຣະ​ມັນ, 07 ພຶດ​ສະ​ພາ 2016.
ການ​ສະ​ແດງ​ແສງ​ສີ ​ບັ້ງ​ໄຟ​ດອກ ໃນ​ນະ​ຄອນບອນ, ​ເຢຍ​ຣະ​ມັນ, 07 ພຶດ​ສະ​ພາ 2016.

ລາຍການ​ສຽງ​ເພງ​ຈາກ​ແດນ​ໄກ​ຂອງ VOA ໄດ້​ຈັດ​ຕຽມ​ເພງ​ທີ່ກ່ຽວ​ກັບ​ວັນ​ປີ​ໃໝ່
​ສາກົນທີ່​ມີຄວາມ​ໝາ​ຍດີໆ ມາສະ​ເໜີີ​ທ່ານ ​ເພາະວ່າ ຍັງ​ອີກພຽງມື້ດຽວ ກໍ​ເຖິງ​
ວັນ​ປີ​ໃໝ່ແລ້ວ ຢ່າ​ລໍ​ຊ້າເລີຍ.

ສະບາຍດີ​ປີ​ໃໝ່​ທຸກໆທ່ານ ວັນນະ​ສອນ​ດີ​ໃຈ​ຫຼາຍ ທີ່​ໄດ້​ມາ​ຈັດ​ເພງເພື່ອ​ສົ່ງພອນ​ປີ​ໃໝ່
ໃຫ້​ທ່ານ​ຜູ້​ຟັງໄດ້​ນອນ​ໄປ ຟັງ​ເພງ​ໄປ ​ແບບ​ສະບາຍໆ ​ເພື່ອ​ຕ້ອນຮັບ​ປີ​ໃໝ່ສາກົນ ປີ
2019 ຊຶ່ງ​ກໍ​ຍັງ​ເຫຼືອ​ພຽງມື້ດຽວ​ເທົ່າ​ນັ້ນ ຂໍ​ອວຍພອນ​ແລະ​ສົ່ງຄວາມ​ຄິດ​ຮອດ ຄິດ​ເຖິງ
ມາ​ກັບສຽງເພງ​ “ລຳ​ວົງປີໃໝ່” ທີ່​ຂັບ​ຮ້ອງ​ໂດຍ ​ສິດ​ທິ​ພອນ ສຸ​ວັນ​ນະ​ສຸກ ພ້ອມດຽວ​ກັນ​ນີ້
ວັນ​ນະ​ສອນ ກໍຂໍຮຽນ​ເຊີນ​ທຸກ​ໆ​ທ່ານ​ອອກ​ມາ​ລ້າຍ​ລຳ​ວົງ​ຮ່ວມ​ກັນ ເພາະ​ຈະ​ໄດ້​ເບີກ
​ບານ​ມ່ວນ​ຊື່ນແລະ​ຍິນ​ດີ ຕ້ອນ​ຮັບ​ຄວາມ​ສຸ​ກ ຄວາມ​ຈະ​ເລີນ ທີ່​ກຳ​ລັງ​ຫຼັ່ງ​ໄຫຼ​ເຂົ້າ​ມາ.

ເພງຕໍ່​ໄປນີ້ ເປັນ​ເພງ​ຫວານແບບ classic ທີ່​ຫາ​ຟັງ​ໄດ້​ຍາກ​ແລ້ວ ວັນ​ນະ​ສອນ​ຄິດ​ວ່າ​
ຄົງ​ເປັນ​ເພງ​ທີ່​ມ່ວນ​ຫູ ແລະ​ຖືກ​ໃຈ​ຂອງ​ຫຼາຍໆ​ທ່ານ ໂດຍ​ສະ​ເພາະ​ຮັບ​ຟັງ ໃນ​ຊ່ວງ​ນີ້
ຊ່ວງ​ດີໆຂອງ​ປີ​ໃໝ່ ເພາະ​ຈະ​ໄດ້​ຕຽມ​ໃຈ​ຕ້ອນ​ຮັບ​ໂຊກ​ລ​າບ​ພ້ອມໆ​ກັນ ເອົາ​ຂໍ​ເຊີນ​ໄປ​
ຟັງ​ເພງ What Are You Doing New Year's Eve ທີ່​ຂັບ​ຮ້ອງ​ໂດຍ Orioles.

ແລະ​ຂໍ​ສົ່ງ​ພອນ​ດີໆ ພອນທີ່​ປະ​ເສີດ ພອນທີ່ລ້ຳ​ເລີດ ມາ​ກັບ​ສຽງ​ເພງ "ປີ​ໃໝ່​ແລ້ວ​
ແກ້ວຕາ”
​ ທີ່​ຂັບ​ຮ້ອງ​ໂດຍ ແຊມ ກັບ ​ຢູ​ໂກະ ໃຫ້ແດ່​ທຸກໆທ່ານ​ທີ່​ກຳລັງ​ຮັບຟັງ​ຢູ່​ໃນ
​ຂະນະ​ນີ້ ຟັງ​ເພງໄປ ​ໄດ້ມ່ວນຊື່ນ​ໄປ ​ໄດ້​ຄວາມ​ຮູ້ສຶກ​ດີໆ​ຈາກ ລາຍການ​ສຽງ​ເພງ​
ຈາກ​ແດນ​ໄກ​ຂອງ VOA ​ຂໍ​ໃຫ້​ຕັ້ງໃຈ ກະທຳ​ໃນ​ສິ່ງທີ່​ດີງາມ ​ເພາະ​ປີ​ໃໝ່​ແລ້ວ​ກໍ​
ຈະ​ໄດ້ເປັນ​ຄົນໃໝ່ທີ່​ທັນ​ສະ​ໄ​ໝ ມີ​ມຸມ​ມອງ​ທີ່ positive ຄິດ​ໄປ​ທາງ​ບວກ ​ແລະ​ຊີວິດ
ສົດ​ໃສ​ເບີກ​ບານ ​ແລະ​ຂໍ​ໃຫ້ຄິດ​ວ່າ ວັນ​ໃໝ່ ຂອງ​ປີ​ໃໝ່ ກໍ​ຈະງົດ​ງາມ ​ແລະດີກ​ວ່າ​ເກົ່າ
ດີກວ່າ​ປີທີ່​ຜ່ານ​ມາ. ​ວັນນະ​ສອນ ພ້ອມ​ດ້ວຍ​ຄະນະ​ຂອງ VOA ທຸກ​ຖ້ວນ​ໜ້າ ຈົ່ງ​ຂໍ​ຖື​
ໂອກາດ​ນີ້ ອວຍພອນ​ແລະສົ່ງຄວາມປາດ​ຖະໜາ​ດີ​ ໃຫ້ແດ່​ທ່ານຜູ້ຟັງ​ລາຍການ​
ວິທະ​ຍຸ VOA ​ແລະ ຂໍ​ດົນ​ບັນດານໃຫ້ທ່ານຜູ້​ຟັງ ປະສົບ​ແຕ່​ຄວາມ​ຜາ​ສຸກ ມີ​ອາຍຸ
​ວັນ​ນັງ ສຸກ​ຂັງ ພະ​ລັງ ​ຕະຫຼອດ​ປີ​ໃໝ່ 2019 ທີ່​ຈະ​ມາ​ເຖິງ​ນີ້ດ້ວຍ​ເທີ້ນ. ນອນ​ຫລັບ
ຝັນຫວານ ຂໍໃຫ້ທຸກໆທ່ານຕືນຂຶ້ນມາ ພ້ອມກັບຄວາມຝັນທີ່ເປັນຈິງທຸກປະການ.
ໂຊກດີປີໃໝ່.

XS
SM
MD
LG