ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ວີໂອເອ ຂໍອ່ວຍພອນ ປີໃໝ່ ໃຫ້ທ່ານຜູ້ຟັງ ອີກເທື່ອໜຶ່ງ


ສະບາຍດີ​ປີ​ໃໝ່ ທ່ານ​ຜູ້​ຟັງ​ທີ່​ເຄົາລົບ. ດີ​ໃຈ​ທີ່​ໄດ້​ກັບ​ມາ​ຈັດ​ເພງ
​ໃຫ້​ທ່ານຜູ້​ຟັງ​ໄດ້​ມ່ວນ​ຊື່ນ​ນຳ​ກັນ​ອີກ ​ແທນ​ວັນນະ​ສອນ ພິທີ​ກອນ
​ສຽງ​ຫວານ ທີ່ລາ​ໄປ​ພັກ​ສະຫລອງ​ວັນ​ເກີດ​ກັບ​ປີ​ໃໝ່. ສະ​ນັ້ນ​ກໍ​ອົດສາ​ຟັງ ສຽງ​ເຖົ້າໆ​ນີ້​ໄປ​ຈັກ​ມື້ກ່ອນ​ເນາະ ຈະ​ບໍ່​ເວົ້າ​ຫລາຍ​ດອກ ​ເພາະວ່າ​ຂ້າພະ​ເຈົ້າ​ກໍ​ເວົ້າ​ບໍ່​ເກ່ງ​ຢູ່​ແລ້ວ ​ແລະ​ເນື່ອງ
ຈາກ​ວ່າ ​ເວລາ​ນີ້​ກໍ​ຍັງ​ຢູ່​ໃນ​ບັນຍາ ກາດ​ຂອງ​ປີ​ໃໝ່​ສາກົນ​ຢູ່ ຂ້າ​ພະ​ເຈົ້າຈຶ່ງເລືອກເອົາເພງ​
ປີ​ໃໝ່​ມາ​ອ່ວຍພອນທ່ານ​ຜູ້​ຟັງ​ອີກ. ຂໍ​ເລີ້ມ​ດ້ວຍ​ເພງນີ້ ສະ​ວັດ​ດີ​ປີ​ໃໝ່ ຂອງ​ອູ່​ແກ້ວ ​ໄຊ​ຍະວົງ
ແລະ​ຂໍ​ມອບ​ໃຫ້​ທຸກໆ​ທ່ານ​ທີ່​ກຳລັງ​ຟັງ​ຢູ່.

ເອົາ​ຖາມ​ສະບາຍດີ​ກັນ​ແລ້ວ ບັດ​ນີ້​ກໍ​ມາ​ອ່ວຍພອນ​ກັນ​ຕໍ່​ດ້ວຍ​ເພງ​ນີ້ ​ໂຊກ​ດີ​ປີ​ໃໝ່ ຂອງ​ສົມ​ສະ​ນິດ ສົນທິ​ປັນຍາ. ບໍ່​ຮູ້​ວ່ານັກ​ຮ້ອງ​ຢູ່​ໃສ ​ແຕ່​ກໍ​ມ່ວນ​ດີ​ສຳ​ຫລັບ​ຂ້າ​ພະ​ເຈົ້າ​ຜູ້​ມັກ​ເພງ​ຊ້າໆ. ຂອບ​ໃຈ​ທ່ານ​ທອງ​ວັນ ນົນ​ສີ​ທົນ ທີ່​ເອົາ​ໃສ່​ວີ​ດີ​ໂອ ອັດ​ອອກມາ​ໃຫ້​ຟັງ. ກະ​ຂໍ​ມອບ​ໃຫ້​ທ່ານ​ທອງ​ວັນ ພ້ອມ​ກັບ​ພອນ​ອັນ​ປະ​ເສີດ​ຢູ່​ໃນ​ເພງ​ນີ້. ​ແລະຂໍ​ມອບ​ໃຫ້​ຫລານ​ລັດຕະນະ ​ຫລວງ​ລາດ ທີ່​ຫາ​ກໍ​ຮຽນ​ຈົບ​ປະລິນຍາ​ຕີ ​ແລະ​ພໍ່​ຕູ້ຂອງ​ຫລານ ຍາ​ລຸງ ບົວ​ຫອມ ດຳລົງ ທີ່​ຕິດຕາມ​ຟັງ​ວີ​ໂອ​ເອ-ລາວ ມາ​ຕັ້ງ​ແຕ່​ກໍ່​ຕັ້ງ. ຂໍ​ໃຫ້​ຍາ​ລຸງຈົ່ງ​ຫາຍ​ດີ​ຈາກ​ໂຣກ​ໄພ​ໄຂ້​ເຈັບ ​ແລະ​ມີ​ອາຍຸ​ໝັ້ນ ຂວັນຍືນ​ອີກ​ຫລາຍ​ຟ້າ​ຫລາຍ​ປີ​ເຖີ້ນ.

ກ່ອນ​ຈາ​ກກັນ​ຄືນ​ນີ້ ມາ​ຟັງເພງ ປີ​ໃໝ່​ແລ້ວ​ແກ້ວຕາ ​ຂອງ​ສອງ​ນັກ​ຮ້ອງ​ທີ່​ຊື່​ວ່າ Sam ກັບ Yuko ທີ່​ປະ​ເທດ​ຝຣັ່ງ. ຂໍ​ມອບ​ໃຫ້​ທ່ານ​ນວນ​ຕາ ​ແກ້ວມະນີ ​ແລະ​ຄອບຄົວທີ່​ສະຫວັນ​ນະ​ເຂດ ຂອບ​ໃຈ​ສຳ​ຫລັບ​ພອນປີ​ໃໝ່ທີ່​ສົ່ງ​ມາ​ໃຫ້ ຂໍ​ໃຫ້​ພອນ​ນັ້ນ​ຈົ່ງ​ຕອບ​ສະໜອງ​ທ່ານ​ກັບ​ຄອບຄົວ​ເຊັ່ນ​ກັນ. ພ້ອມ​ນີ້ ຂ້າພະ​ເຈົ້າ​ກໍ​ຂໍຂອບ​ໃຈ ອ້າຍ​ເອື້​ອຍ​ນ້ອງ​ນຸ່ງ ລູກ​ຫລານ​ແລະ​ເພື່ອນໆ ທີ່​ສົ່ງ​ຄຳ​ອວຍ​ພອນ​ມາ​ໃຫ້​ທາງ FB. ຂໍ​ໃຫ້​ເພງ​ນີ້​ອ່ວຍພອນ​ຕອບ​ແທນ​ກໍ​ແລ້ວ​ກັນ. ຫວັງ​ວ່າຄົງ​ຖືກ​ໃຈ​ ​ຄື​ກັນ​ຂ້າພະ​ເຈົ້າ. ຟັງ​ເພ​ງຫວານໆ​ເຢັນໆ​ແລ້ວ ​ຂໍ​ໃຫ້​ທຸກໆ​ທ່ານ​ຈົ່ງນອນ​ຫລັບ​ຝັນ​ດີ ຕື່ນ​ຂຶ້ນ​ມາ​ມື້​ໃໝ່​ຟ້າ​ໃໝ່ ກໍ​ຂໍ​ໃຫ້ຈົ່ງ​ພົບ​ແຕ່​ສິ່ງດີໆມີ​ມົງຄົນ ພາ​ໃຫ້​ສຸກ​ສົດ​ຊື່ນ​ສົມ​ຫວັງ ຕະຫລອດ​ປີ​ໃໝ່​ນີ້​ເຖິ້ນ. ຂໍ​ຂອບ​ໃຈ​ບັນດາ​ທ່ານ ທີ່​ຕິດ​ຕິດ​ຮັບ​ຟັງ​ແລະ​ໃຫ້​ກຳລັງ​ໃຈ​ພວກ​ເຮົາ​ມາ​ຕະຫລອດ. ລາຕີ​ສະຫວັດ.

XS
SM
MD
LG