ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການຕ້ອນຮັບປີໃໝ່ ຢູ່ໃນສະຫະລັດ ແລະທົ່ວໂລກ


ການສະແດງຄອນເສີດ ທີ່ຈະຕຸລັດ Times Square ໃນນະຄອນນິວຢອກ ທ່າມກາງການໂຍນ confetti ສະຫຼອງການມາເຖິງຂອງປີໃໝ່ ປີ 2011 (ທ່ຽງຄືນວັນທີ 31 ທັນວາ 2010)
ການສະແດງຄອນເສີດ ທີ່ຈະຕຸລັດ Times Square ໃນນະຄອນນິວຢອກ ທ່າມກາງການໂຍນ confetti ສະຫຼອງການມາເຖິງຂອງປີໃໝ່ ປີ 2011 (ທ່ຽງຄືນວັນທີ 31 ທັນວາ 2010)

ຜູ້ຄົນນຶ່ງລ້ານຄົນໃນນະຄອນນິວຢອກໄດ້ໄປເຕົ້າໂຮມກັນຢູ່
ທີ່ຈະຕຸລັດ Times Square ເພື່ອສະເຫຼີມສະຫຼອງການ
ມາຮອດມາເຖິງຂອງປີ 2011.

ພວກທີ່ໄປຮ່ວມສະເຫຼີມສະຫຼອງ ໄດ້ພາກັນຮ້ອງເຊຍຂະ
ນະທີ່ໝາກບານແກ້ວ Waterford Crystal ຄ່ອຍໆ
ເລື່ອນຕໍ່າລົງ ໃນລະຫວ່າງການນັບຖອຍຫຼັງນຶ່ງນາທີ
ກ່ອນທີ່ປີໃໝ່ ຈະມາຮອດມາເຖິງ. ບັ້ງໄຟດອກໄດ້ສົ່ງ
ແສງສະຫວ່າງສະໄຫວທົ່ວທ້ອງຟ້ານະຄອນນິວຢອກ
ແລະສຽງໂຫ່ຮ້ອງວ່າ ສະບາຍດີປີໃໝ່ກໍໄດ້ດັງກ້ອງຂຶ້ນ.

ສ່ວນຢູ່ບັນດາປະເທດໃນອະເມຣິກາໃຕ້ ຈຸດເດັ່ນກໍແມ່ນ
ການຈູດບັ້ງໄຟດອກຂະໜາດໃຫຍ່ທີ່ນະຄອນ Buenos
Aires ປະເທດອາເຈັນຕິນາ ເພື່ອສະເຫຼີມສະຫຼອງການ
ມາຮອດມາເຖິງ ຂອງປີ 2011.

ພວກທີ່ໄປຮ່ວມສະເຫຼີມສະຫຼອງທີ່ຢູໂຣບ ອາຟຣິກາ ເອເຊຍແລະໝູ່ເກາະດອນໃນເຂດມະ
ຫາສະມຸດປາຊີຟິກໄດ້ຕ້ອນຮັບການມາຮອດມາເຖິງ ປີ 2011 ມາໄດ້ຫຼາຍຊົ່ວໂມງກ່ອນນັ້ນ
ແລ້ວ. Kiribati ຊຶ່ງເປັນປະເທດເກາະດອນນ້ອຍໆ ໃນເຂດມະຫາສະມຸດປາຊີຟິກແມ່ນບ່ອນ
ທຳອິດ ທີ່ໄດ້ຕ້ອນຮັບປີ 2011.

ກຸງລອນດອນ ແມ່ນບ່ອນນຶ່ງທີ່ໄດ້ຈັດພິທີສະເຫຼີມສະຫຼອງ ຕ້ອນຮັບປີໃໝ່ ທີ່ໃຫຍ່ທີ່ສຸດໃນ
ຢູໂຣບຢູ່ທີ່ແຄມຝັ່ງແມ່ນໍ້າ Thames ຊຶ່ງມີຜູ້ຄົນປະມານ 250,000 ຄົນໄປຮ່ວມເບິ່ງການ
ຈູດບັ້ງໄຟດອກ ຂະນະທີ່ໂມງໃຫຍ່ທີ່ມີຊື່ສຽງ Big Ben ທີ່ຕຶກສະພາແຫ່ງຊາດຂອງອັງກິດ
ສົ່ງສຽງດັງຂຶ້ນ ເວລາປີໃໝ່ມາເຖິງ.

ກ່ອນໜ້ານີ້ ຊາວນິວຊີແລນກໍໄດ້ຕ້ອນຮັບການມາເຖິງ ຂອງປີ 2011 ດ້ວຍການຈູດບັ້ງໄຟ
ດອກ ທີ່ຕື່ນເຕັ້ນປະທັບໃຈ ທີ່ເມືອງ Auckland ຂະນະທີ່ ຢູ່ນະຄອນຊິດນີ ປະເທດອອສ
ເຕຣເລຍ ຜູ້ຄົນປະມານ 1 ລ້ານ 5 ແສນຄົນ ໄດ້ໄປເຕົ້າໂຮມກັນເບິ່ງການຈູດບັ້ງໄຟດອກ
ປະຈຳປີ ຢູ່ເໜືອສະພານ ທີ່ອ່າວ Sydney Harbour.

XS
SM
MD
LG