ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການ​ປ່ອຍ​ໝາກ​ບານ​ ຫຼືບາລູນຕ້ອນ​ຮັບ​ປີ​ໃໝ່ ແມ່ນ​ເພື່ອ​ໃຫ້​ກຽດ ​ແກ່​ການ​ຂ່າວ


​ການ​ທົດ​ລອງ​ປ່ອຍ​ໝາກ​ບານ​ຕ້ອນ​ຮັບ​ປີ​ໃໝ່​ຢູ່​ຈະ​ຕຸ​ລັດ ໄທ​ມ​ສ໌ ຫຼື Times Square, ນະ​ຄອນ ນິວຢອກ ໃນວັນທີ 30 ທັນ​ວາ, 2018.
​ການ​ທົດ​ລອງ​ປ່ອຍ​ໝາກ​ບານ​ຕ້ອນ​ຮັບ​ປີ​ໃໝ່​ຢູ່​ຈະ​ຕຸ​ລັດ ໄທ​ມ​ສ໌ ຫຼື Times Square, ນະ​ຄອນ ນິວຢອກ ໃນວັນທີ 30 ທັນ​ວາ, 2018.

ບັນ​ດາ​ນັກ​ຂ່າວ​ກຸ່ມ​ນຶ່ງ​ຈະ​ເຂົ້າ​ປະ​ຈຳ​ໜ້າ​ທີ່​ ໃນ​ຄ່ຳ​ຄືນ​ກ່ອນ​ປີ​ໃໝ່​ຢູ່​ຈະ​ຕຸ​ລັດ ໄທ​ມ​ສ໌ ຫຼື
Times Square ໃນນະຄອນ ນິວຢອກ ໃນຂະນະທີ່ການປ່ອນລູກໝາກບານທີ່ເປັນ
ປະເພນີປະຈຳປີມາຍາວນານນັ້ນ ໄດ້ຮັບຮູ້ການອອກຂ່າວ ແລະ ເສລີພາບໃນການ
ປາກເວົ້າ.

ບັນ​ດາ​ນັກ​ຂ່າວ​ຊັ້ນ​ນຳ​ຂອງ ອາ​ເມ​ຣິ​ກາ ແລະ ບັນ​ນ​າ​ທິ​ການ ຈະ​ປະ​ຕິ​ບັດ​ໜ້າ​ທີ່​ຢູ່​ເທິງ
ເວທີກ່ອນຮອດທ່ຽງຄືນ ເພື່ອກົດປຸ່ມທີ່ຈະເລື່ອນການນັບຖອຍຫຼັງເຖິງປີໃໝ່.

ອີງ​ຕາມ​ຄະ​ນະ​ກຳ​ມະ​ການ​ເພື່ອ​ປົກ​ປ້ອງ​ບັນ​ດາ​ນັກ​ຂ່າວ​ນັ້ນ, ນັກ​ຂ່າວ​ຢ່າງ​ໜ້ອຍ 53
ຄົນແມ່ນໄດ້ເສຍຊີວິດໃນລະຫວ່າງ ການປະຕິບັດໜ້າທີ່ໃນປີ 2018 ແລະ ອີກ 251
ຄົນໄດ້ຖືກຈັບເຂົ້າຄຸກໃນທົ່ວໂລກ.

ນອກ​ຈາກ​ນັ້ນ, ຕຳຫຼວດ​ນະ​ຄອນ ນິວຢອກ ກໍ​ຈະ​ໃຊ້​ໂດ​ຣນ ເພື່ອກວດ​ກາ​ຝູງ​ຄົນ. ໂດ​ຣນ
ທີ່ບິນດ້ວຍກ້ອງ ຈະເປັນຕົວເສີມໃຫ້ກ້ອງວິດີໂອຫຼາຍກວ່າ 1,200 ໜ່ວຍ ທີ່ຈະຖືກສົ່ງ
ຂຶ້ນໄປໂດຍຕຳຫຼວດ.

ແຜນ​ການ​ຮັກ​ສາ​ຄວາມ​ປອດ​ໄພ​ຍັງ​ຈະ​ລວ​ມ​ມີ​ການ​ປິດ​ຖະ​ໜົນ, ຕຳຫຼວດນອກ​ເຄື່ອງ​
ແບບຫຼາຍພັນຄົນ ແລະ ເຈົ້າໜ້າທີ່ນອກເຄື່ອງແບບ, ນັກຍິງປືນແນ່ຢູ່ເທິງຫຼັງຄາຕຶກທີ່
ຢູ່ອ້ອມແອ້ມ ແລະ ຕັນຮູທໍ່ລະບາຍນ້ຳ.

ໃນ​ວັນ​ອາ​ທິດ​ວານນີ້, ບັນ​ດາ​ເຈົ້າ​ໜ້າທີ່​ໄດ້​ທຳ​ການ​ທົດ​ລອງ​ປ່ອຍ​ໝາກ​ບານ ຫຼືບາລູນ
ທີ່ໜັກ 544 ກິໂລກຣາມນັ້ນລົງຈາກເສົາອັນນຶ່ງ. ໝາກບານຂອງປີນີ້ ຈະປະກອບມີ
ເມັດແກ້ວສາມຫຼ່ຽມ 2,688 ເມັດ ແລະ ຈະເປີດໄຟ LED ທີ່ສາມາດຜະລິດແສງສີ
ແລະ ລວດລາຍໄດ້ຢ່າງຫຼວງຫຼາຍ.

ຜູ້​ປົກ​ຄອງ​ນະ​ຄອນ ນິວຢອກ ທ່ານ ບິ​ລ ເດິ ບ​ລາ​ສ​ຊີ​ໂອ (Bill de Blasio) ໄດ້​ກ່າວ​
ໃນວັນສຸກທີ່ຜ່ານມາວ່າ ນະຄອນດັ່ງກ່າວຄາດວ່າຈະມີຜູ້ມາສະຫຼອງຢູ່ Times
Square ເຖິງ 2 ລ້ານຄົນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG