ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫລາຍປະເທດເລີ່ມຕ້ອນຮັບ ປີໃໝ່ 2011 ກັນແລ້ວ


ການຈູດບັ້ງໄຟດອກ ຕ້ອນຮັບການມາເຖິງຂອງປີໃໝ່ ແລະສົ່ງທ້າຍປີເກົ່າ ທີ່ນະຄອນຊິດນີ (31 ທັນວາ 2010)
ການຈູດບັ້ງໄຟດອກ ຕ້ອນຮັບການມາເຖິງຂອງປີໃໝ່ ແລະສົ່ງທ້າຍປີເກົ່າ ທີ່ນະຄອນຊິດນີ (31 ທັນວາ 2010)

ຊາວນິວຊີແລນ ໄດ້ພາກັນຕ້ອນຮັບການມາຮອດມາເຖິງ
ຂອງປີ 2011 ດ້ວຍການຈູດບັ້ງໄຟດອກ ທີ່ຕື່ນເຕັ້ນປະ
ທັບໃຈ ຢູ່ທີ່ນະຄອນຫຼວງ Wellington ນອກນັ້ນແລ້ວ
ຍັງເປັນທີ່ຄາດກັນວ່າຈະມີການສະເຫຼີມສະຫຼອງຕະຫຼອດ
ຄືນ ທີ່ເມືອງ Christchurch ບ່ອນທີ່ໄດ້ເກີດແຜ່ນດິນ
ໄຫວຮ້າຍແຮງໃນເດືອນກັນຍາປີນີ້.

ປີໃໝ່ໄດ້ມາຮອດມາເຖິງປະເທດເກາະ Kiribati ກ່ອນ
ໝູ່ ຍ້ອນປະເທດດັ່ງກ່າວ ຕັ້ງຢູ່ທາງຕາເວັນອອກຂອງ
ເສັ້ນແບ່ງວັນນາໆຊາດ ແລະແມ່ນບ່ອນທຳອິດໃນໂລກ
ທີ່ໄດ້ພາກັນສະເຫຼີມສະຫຼອງຕ້ອນຮັບ ການມາເຖິງ ຂອງສະຫັດສະວັດໃໝ່ໃນປີ 2000.

ທີ່ນະຄອນຊິດນີ ປະເທດອອສເຕຣເລຍ ມີຢ່າງນ້ອຍ 1 ລ້ານ 5 ແສນຄົນພາກັນຢັ່ງຢາຍ
ຢູ່ຕາມບໍລິເວນອ່າວ ທີ່ມີຊື່ສຽງຂອງໂລກ ເພື່ອໄປເບິ່ງການຈູດບັ້ງໄຟດອກປະຈຳປີຕ້ອນ
ຮັບປີໃໝ່ ຢູ່ໃນບໍລິເວນຂົວຂ້າມອ່າວ ຊຶ່ງເປັນສັນຍາລັກ ຂອງນະຄອນຊິດນີນັ້ນ.

ຂະນະດຽວກັນຜູ້ຄົນປະມານ 250,000 ຄົນກໍຈະໄປໂຮມຊຸມນຸມກັນຢູ່ໃນບໍລິເວນແຄມ
ແມ່ນໍ້າ Thames ໃນກຸງລອນດອນ ເພື່ອເບິ່ງການຈູດບັ້ງໄຟດອກ ຂະນະທີ່ໂມງໃຫຍ່
Big Ben ທີ່ຫໍສະພາແຫ່ງຊາດ ສົ່ງສຽງດັງຂຶ້ນເວລາປີໃໝ່ມາເຖິງໃນຕອນທ່ຽງຄືນ.

ນຶ່ງໃນການສະເຫຼີມສະຫຼອງ ຄໍ່າຄືນການມາຮອດມາເຖິງ ຂອງວັນຂຶ້ນປີໃໝ່ສາກົນ ທີ່
ໃຫຍ່ທີ່ສຸດໃນໂລກ ຈະມີຂຶ້ນທີ່ນະຄອນນິວຢອກ ໃນແລງວັນສຸກມື້ນີ້ ບ່ອນທີ່ຜູ້ຄົນຈຳ
ນວນຫຼາຍລ້ານຄົນຈະໄປໂຮມກັນທີ່ຈະຕຸລັດ Times ຫຼື Times Square ເພື່ອຕ້ອນ
ຮັບໝາກບານຂະໜາດໃຫຍ່ ທີ່ປະດັບປະດາດ້ວຍແສງສີທີ່ເຈີດຈ້າແລະເຄື່ອງເພັດພອຍ ທີ່ຖືກຢ່ອນລົງໃນຕອນທ່ຽງຄືນອັນເປັນສັນຍາລັກຂອງການມາຮອດມາເຖິງຂອງປີໃໝ່
ນັ້ນ.

XS
SM
MD
LG