ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດ ຮ່ວມກັບປະເທດອື່ນໆທົ່ວໂລກ ສະຫຼອງຕ້ອນຮັບປີ 2017


ບັ້ງໄຟດອກ ແລະ ແຜ່ນເຈ້ຍນ້ອຍທີ່ມີສີສັນປິວໄປທົ່ວ ເປັນຂີດໝາຍຂອງ ປີໃໝ່ທີ່ Times Square, ນະຄອນ
ນິວຢອກ, ສະຫະລັດ. 1 ມັງກອນ, 2017.
ບັ້ງໄຟດອກ ແລະ ແຜ່ນເຈ້ຍນ້ອຍທີ່ມີສີສັນປິວໄປທົ່ວ ເປັນຂີດໝາຍຂອງ ປີໃໝ່ທີ່ Times Square, ນະຄອນ ນິວຢອກ, ສະຫະລັດ. 1 ມັງກອນ, 2017.

ຊາວໂລກສ່ວນຫຼາຍໄດ້ພາກັນສະຫຼອງວັນຂຶ້ນປີໃໝ່ 2017 ໂດຍການຈູດບັ້ງໄຟກິນລ້ຽງ ແລະ ງານມະໂຫລານຕ່າງໆ ເຖິງແມ່ນຫຼາຍໆຄົນຍັງຫງ່ວມເຫງົາຢູ່ ຍ້ອນບັນຫາດ້ານ ການເມືອງ ບັນຫາທາງດ້ານວັດທະທຳໃນປີ ໂສກເສົ້າສົນລະວົນທີ່ຜ່ານມາຢູ່ກໍຕາມ.

ພວກທີ່ລໍຄອຍເວລາປີໃໝ່ມາເຖິງ ໄດ້ໄປເຕົ້າໂຮມກັນຢູ່ ຈະຕຸລັດ Times Square ອັນ ເປັນສັນຍະລັກດຶງດູດນັກທ່ອງທ່ຽວຂອງນະຄອນ ນິວຢັອກ ເພື່ອຊົມລູກບອລແກ້ວຕົກ ລົງມາໃນທຸກເວລາ ແລະ ວິນາທີຂອງປີໃໝ່.

ພວກເຈົ້າໜ້າທີ່ໃນນະຄອນ ນິວຢອກ ໄດ້ນຳເອົາລົດແກ່ຂີ້ເຫຍື້ອຫຼາຍສິບຄັນທີ່ບັນຈຸຖົງ ຂີ້ຊາຍໄປຈອດລຽງລາຍຢູ່ຕາມຕຶກຊີ້ຟ້າທັງຫຼາຍ ໃນບໍຣິເວນ Times Square ເພື່ອເປັນ ຮົ້ວປ້ອງກັນພວກມາຮ່ວມສະຫຼອງທີ່ຄາດວ່າມີ 1 ລ້ານຄົນ ເພື່ອນັບຖອຍຫຼັງລໍຖ້າເວລາ ສຽງບັ້ງໄຟດອກແຕກຂຶ້ນ ພ້ອມກັບການວ່ານດອກໄມ້ເຈັ້ຍສີສັນຕ່າງໆເຕັມໄປທົ່ວ ເພື່ອ ເປັນຂີດໝາຍເວລາປີໃໝ່ 2017 ເລີ່ມຂຶ້ນ.

ໃນການກ່າວຄຳປາໄສປະຈຳສັບປະດາຂອງທ່ານປະທານາທິບໍດີ ບາຣັກ ໂອບາມາ ໄດ້ ເວົ້າຢ້ອນເຖິງປີທີ່ຜ່ານມາ ໃນເວລາດຳລົງຕໍ່າແໜ່ງເຕັມສອງສະໄໝ. ທ່ານໄດ້ມ້ວນທ້າຍ ລົງໂດຍກ່າວວ່າ “ຈາກຄອບຄົວໂອບາມາຫາພວກທ່ານຂໍໃຫ້ພວກທ່ານຈົ່ງມີແຕ່ຄວາມ ສຸກ ແລະ ໄດ້ຮັບພອນອັນປະເສີດໃນປີ 2017 ນີ້ເຖິ້ນ.”

ສ່ວນທ່ານ ດໍນອລ ທຣຳ ປະທານາທິບໍດີ ທີ່ຖືກເລືອກໃໝ່ ກໍໄດ້ຂຽນລົງທາງທວີດເຕີ້ ໂດຍ ກ່າວວ່າ “ຂໍໃຫ້ທ່ານທຸກຄົນຈົ່ງມີຄວາມສຸກໃນປີໃໝ່ ລວມທັງພວກທີ່ເປັນສັດຕູຂອງຂ້າ ພະເຈົ້ານຳຫຼາຍຄົນ ທັງພວກທີ່ໄດ້ຕໍ່ສູ້ກັບຂ້າພະເຈົ້າມາຢ່າງຊຸກຊົນແລະບໍ່ຮູ້ວ່າຈະເຮັດ ແນວໃດນັ້ນນຳ. ດ້ວຍຄວາມຮັກແພງ.”

ໃນບໍ່ຫຼາຍຊົ່ວໂມງກ່ອນໜ້ານັ້ນ ປະເທດ ນິວຊີແລນ ພວກໝູ່ເກາະຕ່າງໆທີ່ຢູ່ໄກ້ຄຽງໃນ ມະຫາສະໝຸດປາຊິຟິກ ລວມທັງ ອັອສເຕຣເລຍ ແລະ ຣັດເຊຍ ຕ່າງກໍໄດ້ເປັນພວກທີ່ສັ່ນ ກະດິງປີໃໝ່ 2017 ກ່ອນໝູ່.


ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Global New Year Celebrations Are Well Underway
please wait

No media source currently available

0:00 0:01:43 0:00

Fireworks Light Up the Skies on New Year's Eve
please wait

No media source currently available

0:00 0:01:59 0:00

XS
SM
MD
LG