ໄດ້ມີການສະຫລອງວັນປີໃໝ່ດ້ວຍການຈູດບັ້ງໄຟດອກໃນທົ່ວໂລກ. ທີ່ກຸງລອນດອນ ປະເທດ ອັງກິດທີ່ຈະເປັນເຈົ້າພາບຈັດການແຂ່ງຂັນກີລາໂອລິມປິກປະຈໍາປີ 2012 ນັ້ນ ການສະຫລອງໄດ້ເລີ້ມດ້ວຍການສະແດງຈູດບັ້ງໄຟດອກ ພ້ອມກັບປ່ອຍເທບບັນທຶກສຽງຊ່ວງເວລາທີ່ນະຄອນຫລວງຂອງອັງກິດໄດ້ຮຽນຮູ້ວ່າ ຕົນຈະເປັນເຈົ້າພາບຈັດການແຂ່ງຂັນກີລາໂອລິມປິກໃນປີນີ້.
ປະຊາຊົນຫລາຍແສນຄົນພາກັນໂຮມຊຸມນຸມກັນຕາມແຄມແມ່ນໍ້າ Thames ເພື່ອຊົມການຈູດບັ້ງໄຟດອກຢາງຫລູຫລາ.
ທີ່ກຸງ Berlin ນະຄອນຫລວງເຢຍຣະມັນ ໄດ້ສະແດງການຈູດບັ້ງໄຟດອກຢ່າງສະຫງ່າງາມໃນທ້ອງຟ້າໃນຍາມກາງຄືນທີ່ Brandenburg Gate.
ໃນອີກຟາກນຶ່ງຂອງມະຫາສະມຸດອັດລັງຕິກ
ທີ່ນະຄອນ Rio de Janeiro ປະເທດບຣາ
ຊີລ ປະຊາຊົນພາກັນໄປຊຸມນຸມທີ່ຊາຍຫາດ
Copacabana ເພື່ອຊົມແສງສີບັ້ງໄຟດອກຢູ່ຕາມທ້ອງຟ້າເພືອລໍຖ້າຕ້ອນຮັບວັນປີໃໝ່.
ດາລານັກຮ້ອງທີ່ມີຊື່ສຽງ Lady Gaga ແລະ Placido Domingo ກໍຮວມຢູ່ໃນບັນດາ
ປະຊາຊົນທີ່ພາກັນໄປຮ່ວມວັນເທດສະການດັ່ງກ່າວທີ່ນະຄອນນີວຢອກ ບ່ອນທີ່ລາຍງານ
ຂ່າວ ເວົ້າວ່າ ມີປະຊາຊົນປະມານ 1 ລ້ານຄົນພາກັນໄປລໍຖ້າຊົມລູກບານຢ່ອນລົງມາທ່ີ
ຈະຕຸລັດ Times Square ນັ້ນ.
ພວກປະເທດໃນພາກພື້ນຕາເວັນ
ອອກສຽງໃຕ້ ຊຶ່ງເປັນພວກປະ
ເທດທໍາອິດທີ່ສະແດງການຕ້ອນ
ຮັບວັນປີໃໝ່ ໂດຍພາກັນຈູດບັ້ງ
ໄຟດອກ ແສງ Laser ພ້ອມທັງ
ການຈັດງານກິນລ້ຽງກັນຕາມ
ຖະໜົນຫົນທາງແລະການສະແດງຕ່າງໆຢູ່ໃນກາງແຈ້ງ.
ນະຄອນ Sydney ປະເທດອອສເຕຣເລຍ ແລະຮອງກົງໄດ້ສະແດງການຈູດບັ້ງໄຟດອກ
ດ້ວຍສີສັນອັນຫລູຫລາແລະງົດງາມຢູ່ຕາມທ່າເຮືອຂອງເຂົາເຈົ້າ. ພວກຫົວເມືອງໃຫຍ່ຂອງ
ຈີນ ເຊ່ນກຸງປັກກິງແລະເມືອງຊຽງໄຮ້ໄດ້ເປັນເຈົ້າພາບຈັດການສະແດງທີ່ມີແສງສີຢ່າງ
ງົດງາມໃນຈັດຕຸລັດແຫ່ງຕ່າງໆໃນໃຈການເມືອງ.
ບັນຍາກາດບໍ່ຕື່ນເຕັ້ນປານໃດໃນກຸງໂຕກຽວ ບ່ອນທີ່ການສະເຫຼີມສະຫຼອງແມ່ນບົດ
ບັງໄປດ້ວບຄວາມຊົງຈໍາຕ່າງໆຂອງໄພແຜ່ນດິນໄຫວແລະໄພຄື້ນຟອງສຸນາມິໃນ
ເດືອນມັງກອນນີ້.
ໃນການສົ່ງສານອວຍພອນປີໃໝ່ຕໍ່ປະຊາຊົນຍີ່ປຸ່ນ ເຈົ້າຈັກກະພັດ Akihito ຊົງສະແດງ
ຄວາມຫວັງວ່າ ທຸກໆຄົນຈະຮ່ວມໄມ້ຮ່ວມມືກັນສ້າງສາສັງຄົມຍີ່ປຸ່ນຄືນໃໝ່ຫລັງຈາກ
ໄດ້ຮັບໄພພິບັດທໍາມະຊາດໃນປີ 2011 ນັ້ນ.