ໄຟປ່າຄັ້ງໃໝ່ໄດ້ລະເບີດລຸກລາມຂຶ້ນອີກ ໃນວັນພຸດມື້ວານນີ້ ຢູ່ພາກໃຕ້ຂອງລັດຄາລິຟໍເນຍ, ເຮັດໃຫ້ໄຟໄໝ້ປ່າຫຼາຍກ່ວາ 39 ຕາລາງກິໂລແມັດ ໃນເຂດພູເຂົາທາງພາກເໜືອ ຂອງນະຄອນ ລອສ ແອນເຈີເລສ
ໄຟປ່າ ຮິວສ໌ (Hughes) ເປັນໄຟປ່າຫຼ້າສຸດທີ່ລະເບີດຂຶ້ນໃນຄາລິຟໍເນຍ ທາງພາກໃຕ້ທີ່ແຫ້ງແລ້ງ. ໄຟປ່າກຳລັງລຸກໄໝ້ໃກ້ກັບທະເລສາບ ຄາສເທອິກ ( Castaic), ຊຶ່ງເປັນພື້ນທີ່ພັກຜ່ອນທີ່ຢູ່ຫ່າງຈາກໄຟປ່າ ອີຕັນ ( Eaton ) ແລະ ພາລິເຊດສ໌ ( Palisades ) ໄປປະມານ 65 ກິໂລແມັດ. ໂດຍໄຟປ່າຍັງຄົງເຜົາໄໝ້ຢູ່ໃນພາກພື້ນນີ້ ເປັນເວລາ 3 ອາທິດ.
ກົມປ່າໄມ້ ແລະ ປ້ອງກັນອັກຄີໄພຂອງຄາລິຟໍເນຍ ກ່າວວ່າ ໄຟປ່າຊຶ່ງມີຂະ
ໜາດບໍ່ເຖິງ 1 ຕາລາງກິໂລແມັດ, ເມື່ອລາຍງານຄັ້ງທຳອິດນັ້ນ ໄດ້ຂະຫຍາຍອອກຢ່າງວ່ອງໄວເປັນ 20 ຕາລາງກິໂລແມັດ ດ້ວຍການຊ່ວຍເຫຼືອຂອງລົມ ແຊນຕາ ແອນນາ ໃນເວລາຕໍ່ມາ ມີລາຍງານວ່າ ໄຟປ່າຄັ້ງນີ້ມີຂະໜາດໃຫຍ່ເຖິງ 39 ຕາລາງກິໂລແມັດ.
“ ໄຟປ່າຄັ້ງນີ້ໄດ້ຮັບການຕອບສະໜອງຢ່າງຮອບດ້ານໃນມື້ນີ້ ແລະ ດັ່ງທີ່ທ່ານເຫັນເບື້ອງຫຼັງເຮົາ. ເຈົ້າໜ້າທີ່ກຳລັງດຳເນີນການຢ່າງເຕັມທີ່ເພື່ອຄວບຄຸມໄຟປ່າຄັ້ງນີ້ ” ທ່ານ ໂຈ ໄທເລີຣ໌ ຜູ້ອຳນວຍການກົມດັບເພີງ ຄາຟິລໍເນຍ ຫຼື ຄາລ ຟາຍເອີ (Cal Fire) ກ່າວ. ແລະທ່ານກ່າວຕໍ່ໄປວ່າ “ ແນ່ນອນວ່າ ເຮົາຍັງບໍ່ພົ້ນຈາກສະຖານະການນີ້ເທື່ອ.”
ລົມພັດແຮງຢູ່ທີ່ 67 ກິໂລແມັດຕໍ່ຊົ່ວໂມງ ໃນຕອນບ່າຍຂອງວັນພຸດວານນີ້ ແລະ ຄາດວ່າ ຈະເພີ້ມຂຶ້ນເປັນ 96 ກິໂລແມັດຕໍ່ຊົ່ວໂມງ ແລະ ຕະຫຼອດມື້ວັນພະຫັດ. ກົມອຸຕຸນິຍົມວິທະຍາແຫ່ງຊາດໄດ້ໂພສຂໍ້ຄວາມລົງສື່ສັງຄົມອອນໄລນ໌ ແອັກສ໌.
ທ່ານ ໂຣເບີຣຕ໌ ລູນາ ເຈົ້າເມືອງລອສແອນເຈີເລສ ເຄົານ໌ຕີ້ ກ່າວວ່າ ມີປະຊາຊົນ 31,000 ຄົນ ໄດ້ຮັບຄຳສັ່ງໃຫ້ອົບພະຍົບ ແລະ ອີກປະມານ 23,000 ຄົນຢູ່ພາຍໃຕ້ຄໍາເຕືອນໃຫ້ອົບພະຍົບ.
ນາງ ເຄຍລາ ອາມາຣາ ໄດ້ຂັບລົດໄປທີ່ຄຸ້ມບ້ານ ຄາສເທອິກ ເພື່ອໄປເອົາເຄື່ອງຈາກບ້ານຂອງເພື່ອນ. ຂະນະທີ່ລາວກຳລັງເກັບເຄື່ອງລາວຢູ່ນັ້ນ, ນາງໄດ້ຈັບເອົາສາຍຢາງແລະເລີ້ມຫົດນໍ້າໃສ່ເຮືອນ.
“ ຂ້ອຍຫວັງວ່າ ຈະມີເຮືອນຢູ່ບ່ອນນີ້ ເພື່ອກັບຄືນມາ” ນາງ ອາມາຣາ ກ່າວໃນຂະນະທີ່ຕຳຫຼວດແລ່ນຜ່ານຖະໜົນ ແລະໄຟທີ່ກຳລັງໄໝ້ຕົ້ນໄມ້ຫຼາຍຕົ້ນ ໄດ້ລຸກລາມຢູ່ຫ່າງໄກອອກໄປ.
ອ່ານຂ່າວນີ້ເປັນພາສາອັງກິດ
A new wildfire erupted Wednesday in Southern California, scorching more than 39 square kilometers of trees and brush in the mountains north of Los Angeles.
The Hughes Fire is the latest wildfire to erupt in parched Southern California. It is burning near Lake Castaic, a recreation area about 65 kilometers from the Eaton and Palisades fires that are continuing to burn in the region for a third week.
The fire, less than 1 square kilometer when first reported, quickly grew to 20 square kilometers with the aid of the Santa Ana winds, the California Department of Forestry and Fire Protection said. It was later reported to be 39 square kilometers in size.
“This fire had a robust response today, and as you can see behind us, the responders are doing great work to try to contain this fire," Joe Tyler, director of Cal Fire, said. “Certainly, we are not out of the woods yet.”
Winds were gusting at 67 kph Wednesday afternoon and expected to increase to 96 kph in the evening and throughout Thursday, the National Weather Service posted on X.
Los Angeles County Sheriff Robert Luna said that 31,000 people were ordered to evacuate, and about 23,000 were under evacuation warnings.
Kayla Amara drove to a Castaic neighborhood to retrieve items from a friend’s home. As she was packing, she grabbed a hose and began watering down the property.
“I hope there's a house here to return to,” Amara said as police cars raced through the streets and flames engulfed trees in the distance.
ຟໍຣັມສະແດງຄວາມຄິດເຫັນ