ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄື້ນຟ​ອງໃໝ່ ຂອງໂຄວິດ-19 ເຮັດໃຫ້ລະບົບສາທາລະນະສຸກ ທີ່ບອບບາງ ຂອງອັຟການິສຖານ ຂາດເຂີນໜັກ


ຄົນປ່ວຍຕິດເຊື້ອໂຄວິດ-19 ຊາວອັຟການິສຖານ ນອນຢຸ່ຕຽງໃນຫ້ອງສຸກເສີນທີ່ໂຮງໝໍ ພະຍາດຕິດແປດ ອັຟການິສຖານແລະຍີ່ປຸ່ນ, ໃນນະຄອນຫຼວງກາບູລ ຂອງອັຟການິສຖານ, ເມື່ອວັນທີ 7 ກຸມພາ 2022.
ຄົນປ່ວຍຕິດເຊື້ອໂຄວິດ-19 ຊາວອັຟການິສຖານ ນອນຢຸ່ຕຽງໃນຫ້ອງສຸກເສີນທີ່ໂຮງໝໍ ພະຍາດຕິດແປດ ອັຟການິສຖານແລະຍີ່ປຸ່ນ, ໃນນະຄອນຫຼວງກາບູລ ຂອງອັຟການິສຖານ, ເມື່ອວັນທີ 7 ກຸມພາ 2022.

ບັນດາກຸ່ມຊ່ອຍເຫຼືອ ໄດ້ກ່າວເຕືອນໃນວັນພຸດວານນີ້ ວ່າ ການຕິດໄວຣັສໂຄວິດ-19 ໄດ້ເພີ້ມສູງຂຶ້ນ ແລະການລະບາດຂອງພະຍາດໝາກສຸກ ເປັນທີ່ໜ້າຕົກໃຈ ຊຶ່ງໄດ້ເຮັດໃຫ້ພາວະສຸກເສີນດ້ານສາທາລະນະສຸກ ໃນອັຟການິສຖານ ໜັກໜ່ວງຂຶ້ນຕື່ມ ແລະເຮັດໃຫ້ລະບົບການຮັກສາສຸຂພາບທີ່ບອບບາງຂອງປະ ເທດທີ່ຍາກຈົນ ຍ້ອນສົງຄາມແຫ່ງນີ້ ຂາດເຂີນຢ່າງໜັກ.

ສະຫະພັນກາແດງສາກົນ ແລະກຸ່ມສັງຄົມກາ​ແດງສາກົນ​ອິ​ສ​ລາມ ຫຼື IFRC ໄດ້ກ່າວໃນຖະແຫລງການສະບັບນຶ່ງ ວ່າ ການການສະໜັບສະໜຸນຈາກທົ່ວໂລກຢ່າງຮີບດ່ວນ ທີ່ລວມມີ ບໍລິການດ້ານສຸຂະພາບ ແລະການກວດ ພ້ອມດ້ວຍການສັກຢາວັກຊີນ ແມ່ນມີຄວາມຈຳເປັນ ເພື່ອເຮັດໃຫ້ການລະບາດຂອງໄວຣັສໂຄໂຣນາຊ້າລົງ ທີ່ກຳລັງເພີ້ມສູງຂຶ້ນນັບມື້ໃນທົ່ວອັຟການິສຖານ.

ຖະແຫລງການກ່າວຕື່ມວ່າ “ຄື້ນ​ຟອງໃໝ່ ກຳລັງກະທົບຕໍ່ອັຟການິສຖານຢ່າງ ໜັກ. ການກວດຫາໄວຣັສແມ່ນບໍ່ພຽງພໍ ແລະອົງການອະນາໄມໂລກ ລາຍງານວ່າ ເກືອບເຄິ່ງນຶ່ງຂອງຕົວຢ່າງທີ່ໄດ້ຖືກກວດ ແມ່ນອອກມາເປັນບວກ ຊຶ່ງບົ່ງບອກວ່າ ການລະບາດຂອງໄວຣັສນັ້ນ ໜ້າຕື່ນຕົກໃຈ.”

ຖະແຫລງການໄດ້ກ່າວວ່າ ການຂາດແຄນທຶນຮອນແລະລະບົບສາທາລະນະສຸກແຫ່ງຊາດທີ່ຂາດແຄນພະນັກງານ ໄດ້ບຸກບືນສູ້ຊົນເພື່ອຮັບມືກັບກໍລິນີຕິດເຊື້ອທີ່ເພີ້ມສູງຂຶ້ນ. ສະຖານທີ່ຮັກສາໂຄວິດ-19 ຫຼາຍຊາວແຫ່ງ ໄດ້ປິດລົງຍ້ອນພວກເຂົາ ບໍ່ມີຢາ ອຸປະກອນການແພດ ພຽງພໍ ແລະທຶນເພື່ອຈ່າຍຄ່ານ້ຳຄ່າໄຟ ແລະເງິນເດືອນຂອງພວກພະນັກງານ.

ກຸ່ມຊ່ອຍເຫຼືອນັ້ນ ໄດ້ກ່າວວ່າ ໂຮງໝໍປົວພະຍາດໂຄວິດ-19 37 ແຫ່ງຂອງປະເທດ ມີຢູ່ພຽງໜ້ອຍກວ່າ 10 ແຫ່ງ ຍັງສາມາດປະຕິບັດງານໄດ້ ແລະພວກເຂົາບໍ່ສາມາດຕອບສະໜອງຄວາມຕ້ອງການໄດ້. ພຽງ 10 ເປີເຊັນຂອງປະຊາ ກອນປະມານ 40 ລ້ານຄົນ ແມ່ນໄດ້ສັກຢາວັກຊີນກັນໄວຣັສໂຄໂຣນາຄົບຖ້ວນແລ້ວ.

ທ່ານມາວລາວີ ມູຕີອູລ ຮັກ ຄາເລສ (Mawlawi Mutiul Haq Khales) ຮັກສາການປະທານຂອງອົງການກາແດງຂອງອັຟການິສຖານ ໄດ້ເນັ້ນຢ້ຳເຖິງຄວາມຈຳເປັນ ສຳລັບຈຳນວນທີ່ເພີ້ມຂຶ້ນຂອງໂຮງໝໍ ທີ່ປະຕິບັດງານໄດ້ ເພື່ອ​ຈະ​ຫຼຸດ​ຜ່ອນ​ຄວາມ​ກົດ​ດັນ ຕໍ່​ໂຮງ​ໝໍ​ຕ່າງໆ​ທີ່​ຍັງ​ເຫຼືອ​ຢູ່​ບໍ່​ເທົ່າ​ໃດ​ແຫ່ງ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG