ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນດາຜູ້ສົ່ງອອກ ຄື້ນລູກໃໝ່ ຂອງ ອອສເຕຣເລຍ ແນເປົ້າໝາຍ ການຄ້າໃນ ຈີນ


ງົວນົມກິນຫຍ້າຢູ່ໃນຄອກ ທີ່ຊາຍຝັ່ງທະເລຕອນໃຕ້ ຂອງລັດ New South Wales ໃກ້ກັບເມືອງ Nowra, ປະເທດອອສເຕຣເລຍ.
ງົວນົມກິນຫຍ້າຢູ່ໃນຄອກ ທີ່ຊາຍຝັ່ງທະເລຕອນໃຕ້ ຂອງລັດ New South Wales ໃກ້ກັບເມືອງ Nowra, ປະເທດອອສເຕຣເລຍ.

ມັນໄດ້ຖືກເອີ້ນວ່າການຫັນການຂະຫຍາຍຕົວຂອງ “ບໍ່ແຮ່ ມາເປັນການຂະຫຍາຍຕົວ ດ້ານອາຫານ” ໃນຂະນະທີ່ປະເທດ ອອສເຕຣເລຍ ສະແຫວງຫາຜົນປະໂຫຍດຈາກ ການຂະຫຍາຍຕົວຂອງຊົນຊັ້ນ ກາງທີ່ເພີ່ມສູງຂຶ້ນໃນປະເທດຈີນ. ໃນເດືອນທີ່ຜ່ານມາ, ລັດຖະບານ ​ໃນນະຄອນຫຼວງ Canberra ໄດ້ສົ່ງຄະນະຜູ້ແທນທຸລະກິດທີ່ໃຫຍ່ທີ່ສຸດເທົ່າ ທີ່ ເຄີຍມີມາ ໄປປະເທດ ຈີນ ເພື່ອເສີມຂະຫຍາຍສາຍພົວພັນລະຫວ່າງກັນ ຫຼັງຈາກຂໍ້ຕົກ ລົງການຄ້າເສລີໄດ້ມີ​ການລົງນາມໃນຕອນທ້າຍຂອງປີກາຍ. ໃນສັບປະດານີ້, ຄະນະຜູ້ ແທ ທາງດ້ານການຄ້າ ແລະວັດທະນະທຳທີ່​ປະກອບ​ດ້ວຍ 100 ຄົນຈາກນະຄອນ Sydney ໄດ້ເດີນທາງ​ໄປ​ເມືອງ Guangzhou ເຊິ່ງເປັນເມືອງໃຫຍ່ທີ່ສຸດເມືອງໜຶ່ງຂອງ ຈີນ. ນັກຂ່າວວີໂອເອ Phil Mercer ມີລາຍງານກ່ຽວ​ກັບ​ເລື້ອງນີ້ ຈາກນະຄອນ Sydney ເຊິ່ງ ພຸດທະສອນ ຈະນຳເອົາລາຍລະອຽດມາສະເໜີທ່ານ.

ພາລະກິດດ້ານການຄ້າຂະໜາດໃຫຍ່ຂອງ ອອສເຕຣເລຍ ໃນປະເທດ ຈີນ ໃນເດືອນເມ ສາທີ່ຜ່ານມາ ໄດ້ສົ່ງແສງສະຫວ່າງດ້ວຍການສະແດງທີ່ເຮັດໃຫ້ຫຼົງສະເໜ່ໂດຍກຸ່ມ Bangara, ເຊິ່ງເປັນບໍລິສັດເຕັ້ນລຳພື້ນ ເມືອງທີ່ມີຊື່ສຽງ ທີ່ໄດ້ເປັນສ່ວນໜຶ່ງຂອງບັນດາ ຄະນະຜູ້ແທນ. ກຳມະການຜູ້ບໍລິຫານຂອງພວກເຂົາເຈົ້າ ທ່ານ Philippe Magid ກ່າວ ວ່າ ພວກນັກສະແດງຂອງລາວ ໄດ້ສ້າງຄວາມປະທັບໃຈອັນຍາວນານໃຫ້ແກ່ຜູ້ຊົມການ ສະແດງຊາວ ຈີນ.

ທ່ານ Magid ໄດ້ກ່າວວ່າ “ຂ້າພະເຈົ້າໄດ້ລຸກຂຶ້ນ ແລະ ແນະນຳຫົວຂໍ້ສົນທະນາໜ້ອຍ ໜຶ່ງ ກ່ຽວກັບ ສິ່ງທີ່ພວກເຂົາເຈົ້າກຳລັງໃກ້ຈະໄດ້ເຫັນ ແລະ ໃນທັນທີທັນໃດ ທີ່ຜູ້ຫຼິ້ນ ເພງອາວຸໂສຂອງພວກເຮົາ ສາມາດຂຶ້ນໄປເທິງເວທີໄດ້ ແລະ ຮ້ອງເພງການຊຳລະ ລ້າງຄວາມບໍລິສຸດ ມັນໄດ້ເຮັດໃຫ້ບັນຍາກາດອ້ອມເວທີມິດງຽບສະຫງົບໄປໂດຍຊິ້ນ ເຊີງ. ພວກເຮົາໄດ້ກາຍ ເປັນທີ່ຕ້ອງ ການເພາະວ່າເພາະເຮົາມີຄວາມພິເສດ ແລະ ພວກເຮົາໄດ້ເອົາຊະນະໃຈຂອງຄົນ ໃນວິທີທີ່ໃຜບໍ່ຮູ້ເລີຍ ກ່ອນທີ່ພວກເຂົາເຈົ້າໄດ້ເດີນ ທາງໄປຮອດທີ່ນັ້ນ.”

ບໍລິສັດເຕັ້ນລຳ The Bangara ໄດ້ຖືກສ້າງຕັ້ງຂຶ້ນໃນປີ 1989 ເພື່ອສົ່ງເສີມວັດທະນະທຳ ພື້ນເມືອງທີ່ອຸດົມສົມບູນຂອງ ອອສເຕຣເລຍ. ທ່ານ Magid ແມ່ນມີຄວາມກະຕືລືລົ້ນທີ່ຈະ ເຂົ້າຮ່ວມໃນຕະຫຼາດທີ່ກຳລັງເຕີບໂຕສຳລັບສິລະປະການສະແດງຂອງ ຈີນ.

ທ່ານ Magid ກ່າວວ່າ "ພວກເຮົາທຳການສະແດງຢູ່ໃນທົ່ວໂລກ. ພວກເຮົາຈະໄປນະ ຄອນຫຼວງ ປາຣີ ແລະ ນິວຢອກ ໃນທ້າຍປີນີ້. ພວກເຮົາໄດ້ມາ ຈີນ ໃນຕອນຕົ້ນຂອງປີ ນີ້ແລ້ວ. ປະເທດ ຈີນ ສຳລັບພວກເຮົາແມ່ນມີຄວາມສຳຄັນໃນຫຼາຍລະດັບ. ສາຍພົວ ພັນຂອງບໍລິສັດແມ່ນມີຄວາມສຳຄັນຫຼາຍຕໍ່ອົງການຈັດຕັ້ງທີ່ຄືກັນກັບພວກເຮົາ ແລະ ຄູ່ຮ່ວມຂອງພວກເຮົາຫຼາຍແຫ່ງ ແລະ ຄູ່ຮ່ວມໃນອະນາຄົດແມ່ນມີສາຍພົວພັນອັນ ເລິກເຊິ່ງ ແລະ ເຂັ້ມແຂງຢູ່ໃນ ຈີນ, ແລະ ດັ່ງນັ້ນພວກເຮົາຈຶ່ງເຮັດວຽກເປັນຄູ່ຮ່ວມກັບ ພວກເຂົາເຈົ້າເພື່ອຮັບປະກັນວ່າ ພວກເຂົາເຈົ້າຈະສາມາດໃຊ້ພວກເຮົາໃນວີທີທາງ ທີ່ສາມາດຊ່ວຍໃນການສົ່ງເສີມລາຍການຕ່າງໆຂອງພວກເຂົາເຈົ້າ. ແລະ ທ່ານຮູ້ບໍ່ວ່າ, ສິ່ງດັ່ງກ່າວນັ້ນອາດຟັງຄືວ່າຈະເປັນແບບການຄ້າຫຼາຍໂພດ. ມັນກໍແມ່ນ."

ສະມາຊິກຂອງກຸ່ມນັກສະແດງ Bangarra ສະແດງທ່າເຕັ້ນໃນລະຫວ່າງການຖ່າຍຮູບ ໃນໂຮງລະຄອນ Opera House ຂອງນະຄອນ Sydney.
ສະມາຊິກຂອງກຸ່ມນັກສະແດງ Bangarra ສະແດງທ່າເຕັ້ນໃນລະຫວ່າງການຖ່າຍຮູບ ໃນໂຮງລະຄອນ Opera House ຂອງນະຄອນ Sydney.

ຈີນ ແມ່ນຄູ່ການຄ້າທີ່ໃຫຍ່ທີ່ສຸດຂອງ ອອສເຕຣເລຍ, ແຕ່ໃນເມື່ອການຂະຫຍາຍຕົວດ້ານ ບໍ່ແຮ່ໄດ້ເຊື່ອມຫາຍໄປ ແນວທາງໃໝ່ຕ່າງໆທີ່ນຳໄປ ສູ່ຄວາມຈະເລີນນັ້ນ ກໍແມ່ນໄດ້ຖືກ ຊອກຫາໄວ້ແລ້ວ.

ມູນຄ່າໃນການສົ່ງອອກອາຫານຂອງ ອອາເຕຣເລຍ ໄປສູ່ ຈີນ ແມ່ນໄດ້ເພີ່ມຂຶ້ນ 16 ເປີ ເຊັນໃນທົດສະວັດທີ່ຜ່ານມາ ແລະ ອາຫານອາດ​ຈະສາມາດແຊງກາຍການຂາຍແຮ່ເຫຼັກ ພາຍໃນປີ 2030.

ທ່ານ Tim Harcourt ຈາກມະຫາວິທະຍາໄລ New South Wales ກ່າວວ່າ ພາກສ່ວນ ອື່ນໆຂອງເສດຖະກິດກໍຈະໄດ້ຮັບຜົນປະໂຫຍດເຊັ່ນກັນ.

ທ່ານ Harcourt ກ່າວວ່າ "ພວກເຂົາເຈົ້າກ່າວວ່າພວກເຮົາຈະຫັນຈາກການຂະຫຍາຍ ຕົວດ້ານບໍ່ແຮ່ມາເປັນການຂະຫຍາຍຕົວດ້ານອາຫານ ດ້ວຍການຂະຫຍາຍຕົວຂອງ ດ້ານກະສິກຳ, ແຕ່ຂ້າ ພະເຈົ້າຄິດວ່າມັນມີຂອບເຂດທີ່ກວ້າງກວ່ານັ້ນ. ຂ້າພະເຈົ້າຄິດ ວ່າ ມັນອາດຈະເປັນການບໍລິການອາຊີບຕ່າງໆ, ສະຖາປັດຕະຍາກຳ, ພື້ນຖານໂຄງ ລ່າງ, ການສຶກສາແມ່ນ ທຸກໆພາກສ່ວນຂອງສາຍພົວພັນການຄ້າລຸ້ນຕໍ່ໄປລະຫວ່າງ ອອສເຕຣເລຍ ແລະ ຈີນ."

ແລະ ທ່ານ Harcourt ກໍໄດ້ເວົ້າວ່າ ສະໂມສອນກິລາແຫ່ງຕ່າງໆກໍຍັງຊອກຫາໂອກາດ ທີ່ຫຼາກຫຼາຍຢູ່ໃນ ຈີນ.

ທ່ານ Harcourt ກ່າວວ່າ "ເລື່ອງທີ່ບໍ່ຄ່ອຍພົບເຫັນທີ່ສຸດໃນເດືອນທີ່ຜ່ານມາ ກໍແມ່ນສະ ໂມສອນເຕະບານ Port Adelaide, ເຊິ່ງແມ່ນສະໂມສອນເຕະບານກົດກະຕິກາຂອງ ອອສເຕຣເລຍ ເອງ. ກິລາດັ່ງກ່າວຕອນນີ້ມັນໄດ້ດຶງດູດເອົານັກລົງທຶນທີ່ມີຄວາມສຳ ຄັນຫຼາຍຂອງ ຊຽງໄຮ ແລະ ແທ້ຈິງແລ້ວພວກເຂົາເຈົ້າຈະໄປແຂ່ງກິລາ ເຕະບານກົດ ກະຕິກາ ອອສເຕຣເລຍ ຫຼື Aussie Rules Football ໃນປະເທດ ຈີນ ຄັ້ງໜຶ່ງຕໍ່ປີ ເພື່ອແຂ່ງເອົາຄະແນນການແຂ່ງຂັນໃນຫຼີກ. ນັ້ນມັນກໍແມ່ນບາງຢ່າງທີ່ພິເສດ."

ການເຊື່ອມຕໍ່ຂອງ ຈີນ ກັບ ອອສເຕຣເລຍ ແມ່ນເຂັ້ມແຂງກວ່າທີ່ເຄີຍມີມາ. ໃນສັບປະດາ ນີ້, ຜູ້ປົກຄອງນະຄອນ Sydney ທ່ານ Clover Moore ແມ່ນກຳລັງເປັນຜູ້ນຳພາ ຄະນະ​ຜູ້​ແທນການຄ້າ ຂອງ​ສະພາ​ເທດສະບານ ແລະວັດທະນະທຳຄັ້ງທຳອິດໄປຕ່າງປະເທດ ສູ່ເມືອງທີ່ໃຫຍ່ເມືອງໜຶ່ງຂອງປະເທດ ຈີນ.

ທ່ານ Moore ກ່າວວ່າ "ຄວາມສຳຄັນຂອງ​ເມືອງ Guangzhou ແມ່ນບໍ່ສາມາດຖືກຕີ ລາຄາສູງເກີນໄປ. ມັນແມ່ນເມືອງທີ່ໃຫຍ່ເປັນອັນດັບ 3 ໃນ ຈີນ. ມັນແມ່ນເມືອງທີ່ມີ ປະຊາຊົນ 11 ລ້ານຄົນ ຢູ່ໃນແຂວງທີ່ມີປະຊາຊົນລວມທັງໝົດ 107 ລ້ານຄົນ. ທຽບໃສ່ ປະຊາກອນຂອງ ອອສເຕຣເລຍ ແລ້ວ, ມັນແມ່ນເປັນເລື່ອງທີ່ແຕກຕ່າງໄປເລີຍແທ້ໆ. ພວກເມືອງດັ່ງກ່າວ ໃນພາກໃຕ້ ແລະ ພາກຕາເວັນຕົກຂອງ ຈີນ ແມ່ນມີຄວາມສຳຄັນ ຫຼາຍ ໃນເລື່ອງຂອງການຄ້າ ແລະ ການຂົນສົ່ງ, ແລະ ເສດຖະກິດໃໝ່ຕ່າງໆ. ແລະ ສຳ ລັບພວກເຮົາແລ້ວ ມັນມີຄວາມສຳຄັນຫຼາຍ. ທຸກໆຢ່າງຜ່ານມາໃນສັດຕະວັດທີ 20 ພວກເຮົາມີຄວາມຈະເລີນຮັ່ງມີຫຼາຍ ເພາະວ່າ ພວກເຮົາໄດ້ມີເສດຖະກິດທີ່ຂຸດ​ຄົ້ນຂຶ້ນ ມາ ແລະ ພວກເຮົາກໍໄດ້ຫາເງິນຈາກມັນມາຢ່າງຫຼວງຫຼາຍ. ນັ້ນແມ່ນຂອບເຂດທີ່ຈຳ ກັດ ແລະ ຕອນນີ້ພວກເຮົາແມ່ນກຳລັງຫາທາງພັດທະນາເສດຖະກິດທີ່ໃໝ່ ແລະ ກຳ ລັງເຕີບໂຕຂຶ້ນ."

ການສະແຫວງຫາຄວາມຈະເລີນຮຸ່ງເຮືອງ ແນວໃດກໍຕາມ, ມັນຕ້ອງ ການວິທີການຈັດ ການດ້ານການທູດ ທີ່ມີຄວາມຄ່ອງແຄ່ວ. ປະເທດ ອອສເຕຣເລຍ ຕ້ອງຮັກສາການເປັນ ພັນທະມິດທາງທະຫານທີ່ມີຄວາມທ່ຽງໝັ້ນກັບ ສະຫະລັດ ພ້ອມກັບສາຍພົວພັນການຄ້າ ທີ່ມີຄວາມສຳຄັນຂອງພວກເຂົາເຈົ້າກັບຈີນ ໃນເວລາທີ່ຄວາມເຄັ່ງຕຶງສືບຕໍ່ຮ້າຍແຮງຂຶ້ນ ໃນທະເລຈີນໃຕ້ ເຊິ່ງອຸດົມສົມບູນໄປດ້ວຍຊັບພະຍາກອນທຳມະຊາດນັ້ນ.

ອ່ານລາຍງານນີ້ຕື່ມເປັນພາສາອັງກິດ

XS
SM
MD
LG