ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຢູເຄຣນ ອອກຄຳເຕືອນຄັ້ງໃໝ່ ກ່ຽວກັບ ການໂຈມຕີທາງຄອມພິວເຕີຂອງ ຣັດເຊຍ ທີ່ໃກ້ຈະເກີດຂຶ້ນ


ຄຳເຕືອນຮ່ວມດ້ານການຮັກສາຄວາມປອດໄພທາງຄອມພິວເຕີ ຖືກເປີດເຜີຍໂດຍອົງການຮັກສາຄວາມປອດໄພດ້ານຄອມພິວເຕີ ແລະ ພື້ນຖານໂຄງລ່າງ ກ່ຽວກັບ ໄວຣັສທີ່ຮ້າຍແຮງທີ່ກຳລັງແນເປົ້າໃສ່ບັນດາອົງການຕ່າງໆໃນຢູເຄຣນ, 28 ກັນຍາ 2022.
ຄຳເຕືອນຮ່ວມດ້ານການຮັກສາຄວາມປອດໄພທາງຄອມພິວເຕີ ຖືກເປີດເຜີຍໂດຍອົງການຮັກສາຄວາມປອດໄພດ້ານຄອມພິວເຕີ ແລະ ພື້ນຖານໂຄງລ່າງ ກ່ຽວກັບ ໄວຣັສທີ່ຮ້າຍແຮງທີ່ກຳລັງແນເປົ້າໃສ່ບັນດາອົງການຕ່າງໆໃນຢູເຄຣນ, 28 ກັນຍາ 2022.

ຢູເຄຣນ ອີກຄັ້ງນຶ່ງໄດ້ຮຽກຮ້ອງບັນດາບໍລິສັດ ແລະ ອົງການຈັດຕັ້ງເອກະຊົນ ຂອງເຂົາເຈົ້າໃຫ້ເສີມຂະຫຍາຍການຮັກສາຄວາມປອດໄພທາງຄອມພິວເຕີຂອງ ເຂົາເຈົ້າໃນທັນທີ ກ່ອນສິ່ງທີ່ອາດເປັນຄື້ນການໂຈມຕີໃໝ່ຂອງ ຣັດເຊຍ.

ກຸ່ມຕອບສະໜອງເຫດສຸກເສີນດ້ານຄອມພິວເຕີຂອງລັດຖະບານ ຢູເຄຣນ ໄດ້ເປີດເຜີຍຄຳແນະນຳໃໝ່ ໃນວັນພະຫັດວານນີ້, ໂດຍເຕືອນວ່ານັກຊ່ຽວຊານຂອງເຂົາເຈົ້າໄດ້ລະບຸຄວາມສ່ຽງດ້ານ ຊອຟແວ ຫຼາຍຢ່າງທີ່ອາດອະນຸຍາດໃຫ້ພວກດຳເນີນການທາງໄຊເບີ ຂອງ ຣັດເຊຍ ເຈາະເລິກເຂົ້າໄປ ໃນເຄືອຂ່າຍຄອມພິວເຕີ.

ຄຳເຕືອນດັ່ງກ່າວໄດ້ເຕືອນຕໍ່ໄປວ່າ ຄວາມສ່ຽງຕ່າງໆອາດອະນຸຍາດໃຫ້ ຣັດເຊຍ ເປີດການໂຈມຕີທາງຄອມພິວເຕີຢ່າງສະເພາະເຈາະຈົງຫຼາຍຄັ້ງ ຕໍ່ຢູເຄຣນອີກ ທີ່ແນເປົ້າໃສ່ການຕັດລະບົບການສື່ສານ ແລະ ຂໍ້ມູນ ຫຼື ຖືກອອກແບບມາເພື່ອທຳລາຍ ແລະ ປ່ຽນແປງຂໍ້ມູນທີ່ກຳລັງດຳເນີນການ.

ທ່ານ ໂວໂລດີເມຍ ຄອນດຣາຊອຟ, ໂຄສົກສຳລັບອົງການປົກປ້ອງການສື່ສານ ແລະ ຂໍ້ມູນພິເສດຂອງລັດຖະບານ ຢູເຄຣນ ໄດ້ກ່າວໃນຖະແຫຼງການສະບັບນຶ່ງ ວ່າ “ຄວາມສ່ຽງຂອງການໂຈມຕີຄັ້ງໃໝ່ແມ່ນສູງຫຼາຍ, ໂດຍໄດ້ກ່າວຕື່ມວ່າສຳ ລັບຈຸດປະສົງຂອງການຮັກສາຄວາມປອດໄພນັ້ນ, ຄອມພິວເຕີທຸກໆໜ່ວຍ, ໂທລະສັບສະຫຼາດທຸກໜ່ວຍ ແລະ ວົງຈອນການຮັກສາຄວາມປອດໄພທຸກອັນ ຂອງບໍລິສັດ ຫຼື ອົງການຈັດຕັ້ງນຶ່ງ “ຄວນຖືກພິຈາລະນາ​ວ່າ​ເປັນພາກສ່ວນນຶ່ງ ຂອງເຂດຊາຍແດນຂອງປະເທດ.”

ໃນຕົ້ນອາທິດນີ້, ອົງການສືບລັບກອງທັບ ຢູເຄຣນ ໄດ້ເຕືອນວ່າ ມົສກູ ແມ່ນກຳລັງວາງແຜນ ທີ່ຈະເປີດການໂຈມຕີທາງຄອມພິວເຕີ ທີ່ແນເປົ້າໃສ່ ການທຳລາຍພາກສ່ວນພະລັງງານຂອງຢູເຄຣນ ໃນການປະສົມປະສານກັບ ການໂຈມຕີດ້ວຍລູກສອນໄຟ.

ຖະແຫຼງການຂອງວັນຈັນທີ່ຜ່ານມາໄດ້ມີຂຶ້ນລຸນຫຼັງການເຕືອນຕ່າງໆທີ່ຖືກປະ ກາດໂດຍບັນດາເຈົ້າໜ້າທີ່ດ້ານຄອມພິວເຕີລະດັບສູງຂອງ ຢູເຄຣນ ໃນຕົ້ນ ເດືອນນີ້ວ່າ ຣັດເຊຍ ແມ່ນກຳລັງພະຍາຍາມທີ່ຈະໃຊ້ການໂຈມຕີທາງຄອມພິວເຕີ ເພື່ອແນເປົ້າໃສ່ພື້ນຖານໂຄງລ່າງທີ່ສຳຄັນ, ແລະ ໂດຍສະເພາະພາກ ສ່ວນພະລັງງານ ແລະ ການເງິນຂອງ ຢູເຄຣນ.

ຮອງລັດຖະມົນຕີກະຊວງການປ່ຽນແປງດ້ານດິຈິຕອລ ທ່ານ ຈໍຈີ ດູບິນສກີ ໄດ້ກ່າວຕໍ່ບັນດານັກຂ່າວ ຢູ່ນອກກອງປະຊຸມດ້ານການຮັກສາຄວາມປອດໄພທາງຄອມພິວເຕີໃນນະຄອນຫຼວງ ວໍຊິງຕັນ ວ່າ “ພວກເຮົາເຄີຍເຫັນເຫດການແບບນີ້ ມາກ່ອນ. ເຂົາເຈົ້າແມ່ນກຳລັງພະຍາຍາມຊອກຫາວິທີທຳລາຍ, ວິທີເພື່ອເອົາ ຊະນະລະບົບພະລັງງານຂອງພວກເຮົາ ແລະ ວິທີເພື່ອເຮັດໃຫ້ສະຖານະການ ຕ່າງໆຮ້າຍແຮງຂຶ້ນກວ່າເກົ່າ ສຳລັບປະຊາຊົນ ຢູເຄຣນ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG