ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຂໍຕ້ອນຮັບ ສູ່ເວັບໄຊ້ທ໌ໃໝ່ຂອງ lao.voanews.com


ຂໍ​ຕ້ອນຮັບ ສູ່​ເວັບ​ໄຊ້ທ໌ທີ່​ປັບ​ປຸງ​ໃໝ່​ຂອງ​ເຮົາ!

ຍິນ​ດີ​ຕ້ອນຮັບ​ທ່ານ ສູ່​ເວັບ​ໄຊ້ທ໌​ໃໝ່​ຂອງ​ວີ​ໂອ​ເອພາສາລາ​ວ lao.voanews.com. ​ເຮົາ​ຫວັງ​ວ່າ ທ່າ​ນຈະ​ເຫັນ​ວ່າ ​ເວັບ​ໄຊ້ທ໌​ໃໝ່​ຂອງ​ເຮົາ​ ອ່ານ​ງ່າ​ຍຂຶ້ນ ມີ​ຮູບ​ຫລາຍ​ຂຶ້ນ ​ແລະມີ​ສີສັນ​ໜ້າ​ອ່ານ​ໜ້າ​ເບິ່ງ​ຫລາຍ​ຂຶ້ນ. ນີ້​ຄື​ລັກສະນະ​ໃໝ່​ຂອງ​ເວັບ​ໄຊ້ທ໌ຂອງ​ພວກ​ເຮົາ:

ມີ​ສິ່ງ​ໃຫ້​ເບິ່ງ​ຫລາຍ​ຂຶ້ນ (more visual appeal)
ດຽວ​ນີ້ lao.voanews.com ໃໝ່ຂອງ​ເຮົາ ມີວີ​ດີໂອ​ໃຫ້​ເບິ່ງ​ຫລາຍ​ຂຶ້ນ ​ແລະ​ມີ​ຮູບທີ່​ທ່ານ​ສາມາ​ດຂະຫຍາຍໃຫ້ໃຫຍ່​ຂຶ້ນ​ໄດ້ ຊຶ່ງ​ທ່ານ​ສາມາດ​ເບິ່ງແລະຟັງຂ່າວ​ຫລ້າ​ສຸດ​ທາງ​ລະບົບ​ວີ​ດີ​ໂອ ທີ່​ໄດ້​ຮັບ​ການ​ປັບປຸງ​ໃໝ່​ຂອງ​ພວກ​ເຮົາ.

ຄຸນ​ນະພາ​ບການ​ລາຍ​ງານ​ຂ່າວ​ຂອງ​ເຮົາ​ຍັງ​ຄື​ເກົ່າ ​ແຕ່​ອ່ານ​ງ່າຍ​ຂຶ້ນ

ກາ​ນຈັດປະ​ເພ​ດ​ຂ່າວ​ແລະ​ລາຍ​ງານ​ຕ່າງໆ ​ໄດ້​ຖືກ​ປັບປຸງເພື່ອ​ເຮັດໃຫ້​ງ່າຍ​ຂຶ້ນ ໃນ​ການຊອກ​ຫາ​ຂ່າວ​ທີ່​ທ່ານມັກ​ອ່ານ. ​ບັດ​ນີ້ ເວັບ​ໄຊ້ຂອງ​ເຮົາ​ມີ​ໂສມ​ໜ້າ​ໃໝ່​ແລ້ວ ​ແລະ​ພວກເຮົາ​ກໍ​ຈະ​ສືບ​ຕໍ່​ນໍາ​ສະ​ເໜີ​ແຕ່​ຂ່າວທີ່​ສໍາ​ຄັນ​ສໍາລັບ​ທ່ານ ຈາກ​ລາຍ​ງານ​ຂອງ​ນັກ​ຂ່າວ​ວີ​ໂອ​ເອ ຢູ່ຂົງ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້ ອາ​ເມຣິກາ​ເໜືອ ແລະ​ທົ່ວ​ໂລກ.

​ວິທີຊອກ​ເບິ່ງ​ວີ​ດີ​ໂອ ​ໄດ້​ຮັບ​ການ​ປັບປຸງ​ໃຫ້​ດີ​ຂຶ້ນ
ຍັງ​ຊອກ​ຫາ​ວີ​ດີ​ໂອ​ທີ່​ທ່ານ​ຢາກ​ເບິ່ງ ບໍ່​ເຫັນ​ບໍ? ລອງ​ໃຊ້​ລະບົບ​ຊອກ​ຄົ້ນ​ຂອງ​ເຮົາ ທີ່​ໄດ້​ຮັບ​ການ​ປັບປຸງ​ໃຫ້​ໄວ​ຂຶ້ນ ​ແລະ​ໄດ້​ຮັບ​ຜົນ​ທີ່​ແນ່ນອນ​ຫລາຍ​ຂຶ້ນ.


ພວກ​ເຮົາ​ຢາກ​ຟັງ​ຄວາມ​ເຫັນ​ຂອງ​ທ່ານ. ຖ້າ​ທ່ານ​ມີ​ຄວາມ​ເຫັນ ຫລື​ຄໍາ​ຖາມ​ ກ່ຽວ​ກັບເວັບ​ໄຊ້ທ໌​ໃໝ່ຂອງ​ເຮົາ ກະລຸນາ​ສົ່ງ​ຄວາມ​ເຫັນ​ເຂົ້າ​ມາ​ໄດ້ ຢູ່​ບ່ອນສະ​ແດງ​ຄວາມ​ເຫັນ​ຂ້າງ​ລຸ່ມ​ນີ້ ຫລື​ຢູ່​ໜ້າ​ເຟສບຸກຂອງ​ເຮົາ ຫລື​ອີ​ເມລຫາ​ພວກ​ເຮົາ​ທີ່ lao@voanews.com

​ເຮົາ​ຫວັງ​ວ່າ ທ່ານ​ຄົງ​ມັກ​ໂສມ​ໜ້າ​ໃໝ່​ຂອງ​ເວັບ​ໄຊ້ທ໌ຂອງ​ເຮົາ!
ທີ​ມງານ​ວີ​ໂອ​ເອ
XS
SM
MD
LG