ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄຳສັ່ງຫ້າມຄົນເຂົ້າ ປະເທດ ອາດຈະນຳ ອອກມາໃຊ້ໄດ້ ໃນວັນຈັນມື້ນີ້ກໍເປັນໄດ້

ພວກນັກສຶກສາກົດໝາຍ ອາສາສະໝັກ ໂອ້ລົມກັບພວກນັກ ເດີນທາງ ຢູ່ໃກ້ໆກັບ ສະຖານທີ່ຂາເຂົ້າຂອງພວກຜູ້ໂດຍສານ ຕ່າງປະເທດ ທີ່ໄປຮອດສະໜາມບິນສາກົນ Seattle-Tacoma, ວັນທີ 28 ກຸມພາ 2017
ພວກນັກສຶກສາກົດໝາຍ ອາສາສະໝັກ ໂອ້ລົມກັບພວກນັກ ເດີນທາງ ຢູ່ໃກ້ໆກັບ ສະຖານທີ່ຂາເຂົ້າຂອງພວກຜູ້ໂດຍສານ ຕ່າງປະເທດ ທີ່ໄປຮອດສະໜາມບິນສາກົນ Seattle-Tacoma, ວັນທີ 28 ກຸມພາ 2017

ຄາດກັນວ່າ ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ຈະລົງນາມໃນຄຳສັ່ງບໍລິຫານ
ສະບັບໃໝ່ ຊຶ່ງອາດຈະເປັນວັນຈັນມື້ນີ້ກໍເປັນໄດ້ ໂດຍທີ່ຈະລະງັບການຮັບເອົາຊາວອົບ
ພະຍົບ ແລະ ຫ້າມພວກຄົນທີ່ມາຈາກ 6 ປະເທດ ທີ່ສ່ວນໃຫຍ່ນັບຖືສາສະໜາອິສລາມ
ເຂົ້າມາໃນປະເທດ.

ຄຳສັ່ງດັ່ງກ່າວ ແມ່ນສະບັບດັດແກ້ ຂອງດຳລັດທີ່ທ່ານທຣຳ ໄດ້ລົງນາມໄປໃນທ້າຍ
ເດືອນມັງກອນຜ່ານມາ ໂດຍໂຕ້ຖຽງວ່າ ການເຄື່ອນໄຫວນັ້ນ ແມ່ນມີຄວາມຈຳເປັນເພື່ອ
ການຈະທົບທວນຄືນ ຂັ້ນຕອນການກວດກາ ແລະ ການປົກປ້ອງຄວາມໝັ້ນຄົງແຫ່ງຊາດ.
ດຳລັດດັ່ງກ່າວ ໄດ້ຫ້າມການເຂົ້າມາໃນປະເທດ ໂດຍພວກຄົນທີ່ມາຈາກບັນດາປະເທດ
ເຊັ່ນ ອີຣັກ ອີຣ່ານ ຊີເຣຍ ລີເບຍ ເຢເມັນ ໂຊມາເລຍ ແລະ ຊູດານ.

ບັນດາເຈົ້າໜ້າທີ່ກ່າວວ່າ ຄຳສັ່ງສະບັບໃໝ່ ຈະເອົາປະເທດອີຣັກ ອອກຈາກລາຍຊື່ບັນຊີ
ແລະ ປະເທດອື່ນໆ ຈະຍັງຄົງຢູ່ພາຍໃຕ້ການຫ້າມຊົ່ວຄາວຢູ່ຄືເກົ່າ.

ພວກປະທ້ວງຜູ້ທີ່ສະໜັບສະໜູນ ຄຳສັ່ງ ຫ້າມພວກຄົນທີ່ເດີນທາງເຂົ້າມາໃນປະເທດ ໂດຍບັນດາ 7 ປະເທດ ທີ່ສ່ວນໃຫຍ່ນັບຖືສາສະໜາ ອິສລາມ ຂອງ ປະທານາທິບໍດີ ທຣຳ, ພາກັນຖືປ້າຍ ຢູ່ນອກສະໜາມບິນສາກົນ ນະຄອນ Los Angeles, ວັນທີ 4 ກຸມພາ 2017.

ການຫ້າມຊົ່ວຄາວ ຕໍ່ຊາວອົບພະຍົບ ຈາກ 6 ປະເທດເຫຼົ່ານັ້ນ ຍັງຈະປາກົດໃນຄຳສັ່ງ
ສະບັບໃໝ່ຢູ່ ແຕ່ພວກຊາວຊີເຣຍ ຈະບໍ່ຖືກແຍກອອກຈາກກຸ່ມປະເທດ ທີ່ຈະຖືກຫ້າມ
ຢ່າງບໍ່ມີກຳນົດ ອີກຕໍ່ໄປ.

ດຳລັດຝ່າຍບໍລິຫານ ຖືກດັດແກ້ມາໄດ້ສອງສາມສັບປະດາແລ້ວ ພ້ອມກັນກັບການຄາດ
ຄິດກັນວ່າ ມັນຈະໄດ້ຮັບການລົງນາມໃນເວລາໃດກໍໄດ້. ຕາຕະລາງລາຍການຂອງ
ທ່ານທຣຳ ສຳລັບວັນຈັນມື້ນີ້ ບໍ່ໄດ້ເອີ່ຍເຖິງການລົງນາມໃນຄຳສັ່ງບໍລິຫານໃດໆເລີຍ.
ຄຳສັ່ງຫຼາຍສະບັບ ກ່ອນໜ້ານີ້ ໄດ້ປາກົດຢູ່ໃນລາຍການບັນຫາປະຈຳວັນ ຂອງທຳນຽບ
ຂາວ.

ສານອຸທອນລັດຖະບານກາງໄດ້ຫ້າມການຈັດຕັ້ງປະຕິບັດ ດຳລັດຕົ້ນສະບັບ ອັນເປັນ
ການເຄື່ອນໄຫວທີ່ຄະນະລັດຖະບານ ທ່ານທຣຳ ສືບຕໍ່ສູ້ຊົນ ໃນຂະນະທີ່ຕົນພະຍາ
ຍາມດັດແກ້ເພື່ອໃຫ້ໄດ້ມາ ຊຶ່ງສະບັບແກ້ໄຂ. ການທ້າທ້າຍໃນດ້ານກົດໝາຍ ທີ່ໄດ້ຖືກ ນຳມາໂດຍຫຼາຍລັດນັ້ນ ຊຶ່ງໃນທີ່ສຸດ ອາດຈະຕ້ອງໄດ້ຖືກຕັດສິນໂດຍ ສານສູງສຸດ
ສະຫະລັດ.

US New Travel Ban
please wait
Embed

No media source currently available

0:00 0:01:04 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG