ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຍານອະວະກາດໃໝ່ ຂອງອົງການ NASA ບິນທົດລອງ ຢ່າງສຳເລັດຜົນ


NASA’s New Space Capsule Has Flawless First Flight
please wait

No media source currently available

0:00 0:02:31 0:00

ຍານອະວະກາດໃໝ່ ທີ່ຕັ້ງໃຈ ຈະນຳເອົາ ພວກນັກບິນອະວະ
ກາດສະຫະລັດ ກັບຄືນໄປຍັງດວງຈັນ ແລະໄກອອກໄປກວ່າ
ນັ້ນໄດ້ກັບຄືນມາຈາກການບິນທົດລອງແລ້ວໂດຍໄດ້ຮັບການ
ທົບທວນແບບຊົມເຊີຍຈາກພວກນັກວິທະຍາສາດດ້ານອະວະ
ກາດຂອງສະຫະລັດ.

ທ່ານ Rob Navias ຜູ້ບັນຍາຍ ຂອງສູນກາງຄວບຄຸມທີ່ໃຫ້
ການອະທິບາຍກ່ຽວກັບການກັບຄືນສູ່ໂລກຂອງຍານອະວະ
ກາດ Orion ຢູ່ໃນລາຍການອອກອາກາດ ຂອງອົງການອະ
ວະກາດສະຫະລັດຫຼື NASA ນັ້ນ ເອີ້ນການບິນທົດລອງໃນ
ຄັ້ງນີ້ວ່າເປັນຖ້ຽວບິນທີ່ດີເລີດເທົ່າທີ່ເຄີຍເຫັນມາ.

ໃນຂະນະທີ່ຍານອະວະກາດ Orion ໃກ້ຈະຮອດຈຸດກັບຄືນມາສູ່ໂລກ ທີ່ມະຫາສະມຸດປາ
ຊີຟິກໃນມື້ວັນສຸກວານນີ້ ທ່ານ Navias ປະກາດວ່າ ນັ້ນຄືຍານອະວະກາດໃໝ່ຂອງພວກ ທ່ານ ອາເມຣິກາ. ພວກນັກສັງເກດການທາງພາກພື້ນດິນ ຮວມທັງພວກນັກຂ່າວແລະນັກ ບິນອະວະກາດ ໄດ້ພາກັນຕົບມືແລະຮ້ອງໂຮດັງກ້ອງສະນັ່ນຂຶ້ນຫລັງຈາກນັ້ນ.

ຍານອະວະກາດດັ່ງກ່າວ ຊຶ່ງໃນທີ່ສຸດນັ້ນ ແມ່ນຈະນຳເອົາພວກນັກບິນອະວະກາດສະຫະ ລັດອອກໄປສູ່ອະວະກາດທີ່ໄກໄປກວ່າວົງໂຄຈອນຂອງໂລກຮວມທັງດາວພະອັງຄານນຳ
ດ້ວຍ.

ຍານອະວະກາດທີ່ບໍ່ມີຄົນຂັບລຳນີ້ໄດ້ບິນໂຄຈອນອ້ອມໂລກ 2 ຮອບໃນລະດັບທີ່ສູງກວ່າ ສະຖານີອະວະກາດນາໆຊາດ 14 ເທົ່າ. ຫຼັງຈາກຖ້ຽວບິນ ທີ່ໃຊ້ເວລາ 4 ຊົ່ວໂມງເຄິ່ງແລ້ວ
ນັ້ນ ຍານ Orion ກໍໄດ້ກັບຄືນເຂົ້າສູ່ບັນຍາກາດຂອງໂລກດ້ວຍຄວາມໄວ 32,000 ກິໂລ ແມັດຕໍ່ຊົ່ວໂມງ ແລະກໍຊ້າລົງໃນເວລາລົງຈອດໂດຍຈ້ອງທີ່ມີແຊກແດງແລະຂາວ 3 ອັນ.

ການຊັ່ງຊາຕີລາຄາ ຫລັງຈາກນັ້ນ ສະແດງໃຫ້ເຫັນວ່າ ລະບົບຄອມພິວເຕີ້ຂອງຍານແລະ ເຄື່ອງປ້ອງກັນຄວາມຮ້ອນໄດ້ເຮັດວຽກຕາມທີ່ຕັ້ງໃຈໄວ້ ໂດຍໄດ້ຮັບຄວາມປອດໄພຈາກ ຄວາມຮ້ອນ 2,200 ອົງການແຊລເຊີສ ເວລາກັບຄືນເຂົ້າສູ່ບັນຍາກາດຂອງໂລກ.


XS
SM
MD
LG