ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສະຫະລັດ ເພີ້ມການລົງໂທດ ຕໍ່ອີຣ່ານ ໃໝ່ອີກ


ທໍານຽບຂາວກ່າວ​ວ່າ ຕົນ​ຈະທຳ​ການ​ລົງ​ໂທດ​ຕໍ່ບັນດາທະນາຄານ
​ຕ່າງປະ​ເທດ ​ແລະ​ບໍລິສັດ​ອື່ນໆ ທີ່​ໄດ້​ຊື້ຫຼືຂາຍ​​ເງິນ​ rial ​
ທໍານຽບຂາວກ່າວ​ວ່າ ຕົນ​ຈະທຳ​ການ​ລົງ​ໂທດ​ຕໍ່ບັນດາທະນາຄານ ​ຕ່າງປະ​ເທດ ​ແລະ​ບໍລິສັດ​ອື່ນໆ ທີ່​ໄດ້​ຊື້ຫຼືຂາຍ​​ເງິນ​ rial ​
ປະທານາທິບໍດີ Barack Obama ​ໄດ້​ເຊັນ​ການ​ລົງ​ໂທດສະບັບ​
ໃໝ່ຂອງ​ສະຫະລັດ​ຕໍ່ອີ ຣ່ານ ​ໂດຍ​ແນໃສ່​ເງິນ rial ທີ່​ມີ​ປັນຫາຢູ່​
ແລ້ວນັ້ນ.

ທໍານຽບຂາວກ່າວ​ວ່າ ຕົນ​ຈະທຳ​ການ​ລົງ​ໂທດ​ຕໍ່ບັນດາທະນາ
ຄານຕ່າງປະ​ເທດ ​ແລະ​ບໍລິສັດ​ອື່ນໆ ທີ່​ໄດ້​ຊື້ຫຼືຂາຍເງິນ​ rial
​ເປັນ​ຈຳນວນ​ຫລວງຫລາຍ ທັງໆ​ທີ່​ຕົນ​ຮູ້​ດີ. ນອກ​ນັ້ນຕົນ​ຍັງ​ຈະ
ທຳ​ການລົງ​ໂທດ ຕໍ່ບັນດາ​ທະນາຄານ ​ທີ່ມີບັນຊີ​ເງິນ rial ​
ໃຫຍ່ໆ​ນັ້ນ.

ພ້ອມ​ດຽວ​ກັນນີ້ ສະຫະລັດຍັງ​ຈະ​ລົງ​ໂທດ​ຜູ້​ທີ່​ຂາຍ​ເຄື່ອງອາ​
ໄຫລ່​ຕ່າງໆທີ່ອີຣ່ານສາມາດ​ນໍາ ​ໃຊ້ໃນ​ການສ້າງລົດ ລົດ​ບັນທຸກ​ແລະ​ຍານ​ພາຫາ​ນະ​ອື່ນໆ ​ແລະ​ຕໍ່ພວກທີ່​ໄດ້​ໃຫ້ການ​ສະໜັບ ສະໜຸນດ້ານອຸປະກອນແກ່​ເຈົ້າ​ໜ້າ​ທີ່ອີຣ່ານທີ່ໄດ້ຕົກເປັນ​ເປົ້າ​ໝາຍ​ໃນ​ການ​ລົງ​ໂທດ​ຂອງ​ສະ ຫະລັດ ຄັ້ງກ່ອນ​ໆນັ້ນ.

ການ​ລົງ​ໂທດ​ຄັ້ງ​ໃໝ່ນີ້ ​ເປັນ​ພາກສ່ວນນຶ່ງໃນ​ຄວາມ​ໝາຍໝັ້ນຂອງທ່ານ Obma ​ທີ່​ຈະ​ຍຸຕິ​ບໍ່​ໃຫ້ອີຣ່ານ​ສ້າງ​ອາວຸດ​ນິວ​ເຄລຍ ຊຶ່ງ​ເປັນການ​ກ່າວ​ຫາ​ທີ່ອີຣ່ານ​ໄດ້ປະຕິ​ເສດ ​ແລະ​ອີຣ່ານບໍ່ ສາມາດ​ປະຕິບັດ​ຕາມ​ພັນທະນາໆ​ຊາດຂອງ​ຕົນ.

ທໍານຽບຂາວ ກ່າວ​ອີກ​ວ່າ ປະຕູ​ຍັງເປີດ​ກວ້າງ​ຢູ່​ສຳລັບການ​ແກ້​ໄຂທາງ​ດ້ານ​ການ​ທູດ​ກັບ ອີຣ່ານ. ​ແລະ​ຍັງເຕືອນ​ວ່າ ອີຣ່ານຈະ​ໄດ້​ຮັບການ​ລົງ​ໂທດ​ທີ່​ຕິດຕາມ​ມາ​ຢ່າງ​ໜັກ​ຖ້າ​ອີຣ່ານ ຍັງສືບ​ຕໍ່ເດີນ​ຕາມທິດ​ທາງທີ່​ແບບ​ທ້າ​ທາຍໃນ​ປັດຈຸບັນຂອງ​ຕົນ.

XS
SM
MD
LG