ລັດຖະບານທ່ານທຣຳ ໄດ້ວາງມາດຕະການລົງໂທດໃໝ່ ຕໍ່ອີຣ່ານ ທີ່ແນເປົ້າໝາຍໃສ່
ບໍລິສັດເຄມີນ້ຳມັນ ຫຼື petrochemical ທີ່ໃຫຍ່ທີ່ສຸດຂອງປະເທດ.
ໃນວັນສຸກວານນີ້ ກະຊວງການເງິນຂອງສະຫະລັດ ໄດ້ໃຊ້ມາດຕະການລົງໂທດ ຕໍ່
ບໍລິສັດອຸດສາຫະກຳເປໂທຣເຄມິໂກຂອງອ່າວເປີເຊຍ ທີ່ເອີ້ນຫຍໍ້ວ່າ PGPIC ແລະ
39 ບໍລິສັດທີ່ເປັນສາຂາຂອງບໍລິສັດນີ້ ໂດຍກ່າວວ່າ ບໍລິສັດດັ່ງກ່າວ ດຳເນີນທຸລະກິດ
ກັບໜ່ວຍພິທັກປະຕິວັດຂອງອີຣ່ານ ຫຼື IRGC ຊຶ່ງເປັນພາກສ່ວນນຶ່ງ ຂອງກອງທັບ
ອີຣ່ານ ທີ່ຮັບຜິດຊອບໂຄງການລູກສອນຂີປະນາວຸດແລະນິວ ເຄລຍຂອງປະເທດ.
ເມື່ອເດືອນແລ້ວນີ້ ຄະນະລັດຖະບານທ່ານທຣຳ ໄດ້ລະບຸວ່າ ໜ່ວຍພິທັກປະຕິວັດຂອງ
ອີຣ່ານ ເປັນ“ອົງການກໍ່ການຮ້າຍຕ່າງປະເທດ” ຊຶ່ງເປັນເທື່ອທຳອິດ ທີ່ຕົນໄດ້ເອົາບາດ
ກ້າວນີ້ ຕໍ່ພາກສ່ວນນຶ່ງຂອງລັດຖະບານຕ່າງປະເທດ. ການເຄື່ອນໄຫວນີ້ ຈະອຳນວຍ
ໃຫ້ສະຫະລັດ ວາງມາດຕະການລົງໂທດຕ່າງໆໄດ້ ຕໍ່ບໍລິສັດໃດໆ ທີ່ສະໜອງວັດຖຸ ໃນ
ການສະໜັບສະໜຸນໃຫ້ແກ່ກຳລັງ IRGC.
ລັດຖະມົນຕີວ່າການກະຊວງການເງິນ ທ່ານສຕີບເວັນ ມານູຈິນ ໄດ້ກ່າວໃນຖະແຫລງ
ການ ເມື່ອວັນສຸກວານນີ້ວ່າ ມາດຕະການລົງໂທດໃໝ່ເປັນ “ການເຕືອນວ່າ ພວກເຮົາ
ຈະສືບຕໍ່ແນເປົ້າໝາຍໃສ່ຮຸ້ນສ່ວນຂອງ ພວກກຸ່ມໃດ ແລະບໍລິສັດໃດ ໃນພາກສ່ວນ
ອຸດສາຫະກຳເຄມີນ້ຳມັນ ຫຼືເປໂທຣເຄມິໂກ ແລະແຫ່ງອື່ນໃດ ທີ່ສະໜອງເປັນເສັ້ນ
ຊີວິດດ້ານການເງິນໃຫ້ແກ່ກຳລັງ IRGC.”
ກະຊວງການເງິນ ໄດ້ກ່າວວ່າ ກຸ່ມບໍລິສັດ PGPIC ດັ່ງກ່າວ ຄອບຄອງ 40 ເປີເຊັນ ຂອງ
ຈຳນວນທັງໝົດ ໃນການຜະລິດນ້ຳມັນຂອງອີຣ່ານ ແລະຮັບຜິດ ຊອບຕໍ່ການສົ່ງອອກ
ນ້ຳມັນຂອງປະເທດ ເຖິງ 50 ເປີເຊັນ.
ມາດຕະການລົງໂທດໃໝ່ ມີຂຶ້ນໃນຂະນະທີ່ ຄະນະລັດຖະບານທ່ານທຣຳ ຫາທາງທີ່ຈະ
ເພີ້ມການກົດດັນທາງດ້ານເສດຖະກິດ ແລະດ້ານການທະຫານ ຕໍ່ອີຣ່ານ. ຄວາມເຄັ່ງຕຶງ
ລະຫວ່າງ ທັງສອງປະເທດ ໄດ້ເພີ້ມຂຶ້ນບໍ່ເທົ່າໃດອາທິດ ຜ່ານມານີ້ ຫຼັງຈາກມີການໂຈມຕີ
ຕໍ່ພວກກຳປັ່ນບັນທຸກນ້ຳມັນ ຢູ່ນອກຝັ່ງຂອງ ສະຫະລັດອາຣັບເອເມີເຣັສ ຊຶ່ງວໍຊິງຕັນ
ໄດ້ຖິ້ມໂທດໃສ່ເຕຫະຣ່ານ. ສ່ວນອີຣ່ານ ກໍໄດ້ປະຕິເສດຕໍ່ຄວາມຮັບຜິດຊອບໃດໆ ໃນ
ການໂຈມຕີນັ້ນ.
ສະຫະລັດ ໄດ້ສົ່ງກຳລັງທະຫານຕື່ມອີກ ໄປຍັງເຂດພາກຕາເວັນອອກກາງ ເພື່ອປົກປ້ອງ
ຕໍ່ການໂຈມຕີໃດໆຈາກອີຣ່ານ ຕໍ່ຜົນປະໂຫຍດຂອງສະຫະລັດ.