ການລົງໂທດຮອບໃໝ່ຂອງສະຫະລັດ ຕໍ່ຣັດເຊຍກ່ຽວກັບການໂຈມຕີດ້ວຍແກັສພິດ
ທຳລາຍປະສາດ ຢູ່ປະເທດອັງກິດ ເລີ້ມມີຜົນບັງຄັບໃຊ້ໃນວັນຈັນວານນີ້.
ວັງຄຣິມລິນ ໄດ້ກ່າວວ່າ ຕົນຈະທົບທວນເບິ່ງການລົງໂທດທີ່ວ່ານີ້ຢ່າງລະອຽດ ກ່ອນທີ່ຈະພິຈາລະນາ ໃນການຕອບໂຕ້ໃດໆ, ແຕ່ວ່າ ຈະເປັນການເອົາບາດກ້າວທີ່ເປັນການ
ປົກປ້ອງຕໍ່ຜົນປະໂຫຍດຂອງຣັດເຊຍທີ່ດີທີ່ສຸດ.
ກະຊວງການຕ່າງປະເທດຣັດເຊຍ ກ່າວວ່າ ການລົງໂທດຮອບໃໝ່ນີ້ ຈະຍິ່ງພາໃຫ້ການ
ໂອ້ລົມສົນທະນາກັນນັ້ນ ຍິ່ງລຳບາກຂຶ້ນ, ອີງຕາມລາຍງານຂອງອົງການຂ່າວຣອຍເຕີ.
ການລົງໂທດນີ້ ຈະຢຸດເຊົາການໃຫ້ຄວາມຊ່ອຍເຫຼືອທາງດ້ານການເງິນ ແລະການຂາຍ
ອາວຸດຍຸດໂທປະກອນໃຫ້ຣັດເຊຍ ພ້ອມດຽວກັນກັບການປະຕິເສດບໍ່ໃຫ້ສິນເຊື່ອແກ່
ປະເທດດັ່ງກ່າວ ແລະການເກືອດຫ້າມ ໃນການສົ່ງອອກສິນຄ້າ ແລະເທັກໂນໂລຈີ ທີ່ມີຄວາມຫຼໍ່ແຫຼມທາງດ້ານຄວາມໝັ້ນຄົງ.
ບັນດາເຈົ້າໜ້າທີ່ສະຫະລັດ ກ່າວຫາວັງຄຣິມລິນວ່າ ໄດ້ລະເມີດກົດໝາຍນາໆຊາດ,
ໂດຍກ່າວວ່າ ລັດຖະບານຣັດເຊຍ ແມ່ນຢູ່ເບື້ອງຫຼັງ ໃນການວາງຢາໃສ່ທ່ານເຊີຣ໌ເກ
ສກຣີປາລ ອະດີດເຈົ້າໜ້າທີ່ສືບລັບຂອງຣັດເຊຍ ໃນອັງກິດ ແລະລູກສາວຂອງທ່ານ
ນາງຢູເລຍ. ທັງສອງແມ່ນໄດ້ເຂົ້າຮັກສາພະຍາບານ ໃນໂຮງໝໍ ຍ້ອນການຖືກໂຈມຕີ
ດ້ວຍສານພິດທຳລາຍປະສາດ.