ລັດຖະມົນຕີປ້ອງກັນປະເທດສະຫະລັດ ທ່ານ Jim Mattis ກ່າວວ່າ ສະຫະ ລັດບໍ່ໄດ້ພິຈາ
ລະນາທີ່ຈະເພີ້ມກຳລັງທະຫານຢູ່ໃນພາກຕາເວັນອອກກາງ ໃນທັນທີ ເພື່ອເປັນການຕອບ
ໂຕ້ ຕໍ່ອັນທີ່ທ່ານຮ້ອງວ່າ “ການປະພຶດບໍ່ດີ” ຂອງອີຣ່ານ ແຕ່ກໍໄດ້ເຕືອນວ່າ ວໍຊິງຕັນ ແລະໂລກ ບໍ່ສາມາດທີ່ຈະເມີນເສີຍ ຕໍ່ການປະຕິບັດຂອງອີຣ່ານ.
ໃນການໃຫ້ຄວາມເຫັນ ທີ່ກອງປະຊຸມນັກຂ່າວ ລະຫວ່າງການຢ້ຽມຢາມຍີ່ປຸ່ນໃນວັນເສົາມື້ນີ້ ທ່ານ Mattis ຮ້ອງອີຣ່ານວ່າ “ເປັນປະເທດທີ່ໃຫ້ການສະໜັບສະໜູນພວກກໍ່ການຮ້າຍ
ໃຫຍ່ທີ່ສຸດ” ແລະກ່າວວ່າ ໂລກທັງໝົດກຳລັງຈັບຕາເບິ່ງ.
ເຖິງຢ່າງໃດກໍດີ ທ່ານກ່າວວ່າ ເຖິງແມ່ນວ່າສະຫະລັດ ມີຄວາມສາມາດທີ່ຈະສົ່ງທະຫານໄປເພີ້ມຢູ່ພາກຕາເວັນອອກກາງ “ແຕ່ປັດຈຸບັນນີ້ ຂ້າພະເຈົ້າຄິດວ່າບໍ່ມີຄວາມຈຳເປັນ.”
ໃນວັນສຸກມື້ນີ້ ສະຫະລັດໄດ້ເອົາບາດກ້າວທຳອິດ ເພື່ອໃຫ້ການສະໜັບສະໜູນຕໍ່ຄຳເວົ້າ ທີ່ແຂງຂັນກ່ຽວກັບອີຣ່ານ ໂດຍປະກາດ ການລົງໂທດຄັ້ງໃໝ່ ຕໍ່ 13 ສ່ວນບຸກຄົນ ແລະ 12 ອົງການທີ່ເຊື່ອມໂຍງກັບໂຄງການລູກສອນໄຟຂີປະນາວຸດຂອງເຕຫະຣ່ານ ແລະພວກລູກສະໝຸນຂອງອີຣ່ານ ຢູ່ທົ່ວພາກຕາເວັນອອກກາງ.
ບັນດາເປົ້າໝາຍແມ່ນຮວມທັງຕາໜ່າງສະໜັບສະໜູນອີຣ່ານ ຢູ່ໃນປະເທດຈີນ ແລະສະຫະລັດອາຣັບເອເມີເຣັສ ທີ່ໄດ້ເຮັດວຽກຊ່ວຍເຕຫະຣ່ານໃຫ້ໄດ້ຮັບເທັກໂນໂລຈີ ແລະວັດຖຸຕ່າງໆທີ່ຈຳເປັນ ເພື່ອສ້າງຄວາມຄືບໜ້າໃຫ້ແກ່ໂຄງການລູກສອນໄຟຂີປະນາວຸດ.
ກະຊວງການເງິນສະຫະລັດ ກ່າວວ່າ ການລົງໂທດຍັງມີຕໍ່ບັນດາສ່ວນບຸກຄົນ ແລະຕາ ໜ່າງການເຮັດວຽກ ກັບໜ່ວຍພິທັກປະຕິວັດ Quds ແລະກຸ່ມກໍ່ການ ຮ້າຍ Hezbollah ໃນເລບານອນ ທີ່ໄດ້ຮັບການໜູນຫລັງຈາກອີຣ່ານ.
“ທັງໝົດນີ້ເປັນພຽງບາດກ້າວຂັ້ນເລີ້ມຕົ້ນ ໃນການຕອບໂຕ້ຕໍ່ການປະພຶດແບບທ້າທ້າຍຂອງອີຣ່ານ” ນັ້ນຄືຄຳເຕືອນຂອງເຈົ້າໜ້າທີ່ຂັ້ນສູງລັດຖະບານທ່ານນຶ່ງ ໂດຍຮ້ອງຄວາມປະພຶດຂອງອີຣ່ານຫວ່າງມໍ່ໆນີ້ວ່າ “ມີຕໍ່ໄປບໍ່ໄດ້ ຮັບເອົາບໍ່ໄດ້ເດັດຂາດ.” ເຈົ້າໜ້າ ທີ່ໄດ້
ກ່າວເພີ້ມວ່າ “ອີຣ່ານມີທາງເລືອກທີ່ຈະເຮັດ.” ພວກເຮົາຈະເຮັດວຽກໃນທາງບວກກັບອີຣ່ານ ເວລາປະຕິບັດຕາມພັນທະນາໆຊາດ ຂອງຕົນ ໃນຂະນະທີ່ເນັ້ນໜັກເຖິງຄວາມໝັ້ນໝາຍຂອງພວກເຮົາ ທີ່ຈະຕ້ອບ ໂຕ້ຢ່າງບໍ່ຢ້ານ ຕໍ່ກິດຈະການສ້າງຄວາມບໍ່ທຸ່ນທ່ຽງຂອງອີຣ່ານ.
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ