ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໒໘ ພຶດສະພາ ໒໐໒໓

ຜູ້ບັນຊາການ ກອງທັບເຮືອ ເຂດປາຊິຟິກ ສຫລ ຮັບຮູ້ ເຖິງຄວາມບໍ່ສະບາຍໃຈ ຂອງພັນທະມິດ


ບັນດາລູກເຮືອຂອງ ກອງທັບເຮືອ ສະຫະລັດ ຢືນຢູ່ເດີ່ນເທິ່ງ ເຮືອ USS Ronald Reagan ທີ່ຝັ່ງທະເລຍີ່ປຸ່ນ.

ຜູ້​ບັນຊາ​ການ​ຄົນໃໝ່​ຂອງ ກອງທັບ​ເຮືອ ສະຫະລັດ ​ໃນ​ເຂດ
​ປາຊິ​ຟິກ ກຳລັງ​ຊອກ​ຫາຊ່ອງທາງເພື່ອໃຫ້ການ​ຄຳ້ປະກັນແກ່
ບັນດາພັນທະ​ມິດ​ຢູ່​ໃນ​ຂົງ​ເຂດວ່າ ການຫັນ​ກຳລັງ​ທະຫານ
ສະຫະລັດ ຈະ​ເປັນການເຄື່ອນໄຫວແບບຍືນຍົງ​ ທ່າມ ກາງ​ທີ່
ມີຄວາມ​ເປັນ​ຫ່ວງ ກ່ຽວກັບ​ການ​ຂະຫຍາຍກຳລັງທາງ​ທະ​ເລ​
ຂອງ​ຈີນ.

ນັບ​ແຕ່​ທ່ານໄດ້​ເຂົ້າຮັບຕຳ​ແໜ່​ງ ເປັນຜູ້ບັນຊາການກອງທັບ
ເຮືອ ໃນເຂດປາຊີ ຟິກ ເມື່ອສາມ​ເດືອນກ່ອນ ​ພົນ​ເຮືອເອກ
Scott H. Swift ​ໄດ້​ເດີນທາງໄປ ຢ້ຽມຢາມຟິລິບ​ປີນ ​ເກົາຫລີ​ໃຕ້ ຍີ່ປຸ່ນ ອອສ​ເຕຣ​ເລຍ ນິວຊີແລນ ​ແລະ​ມາ​ເລ​ເຊຍ ​ເພື່ອ​ພົບ​ປະ​ກັບ​ບັນດາ​ຄູ່​ຕຳ​ແໜ່​ງ ຢູ່​ໃນ​ກອງທັບ​ເຮືອ​ ຂອງ​ປະເທດເຫຼົ່ານີ້.

ພົນເຮືອເອກ Scott Swift ຜູ້ບັນຊາການກອງທັບເຮືອ ສະຫະລັດ ເຂດປາຊິຟິກ
ພົນເຮືອເອກ Scott Swift ຜູ້ບັນຊາການກອງທັບເຮືອ ສະຫະລັດ ເຂດປາຊິຟິກ

ພົນເຮືອເອກ Swift ​ໄດ້​ກ່າວ​ຕໍ່​ບັນດາ​ນັກ​ຂ່າວ ​ໃນ​ວັນ​ອັງຄານ​ມື້​ນີ້
ວ່າ ຢູ່​ໃນ​ແຕ່​ລະ​ບ່ອນທີ່ທ່ານໄດ້ໄປຢ້ຽມຢາມນັ້ນ ຕ່າງກໍມີ“ຄວາມ​
ຮູ້ສຶກ​ບໍ່​ສະບາຍ​ໃຈ” ​ເນຶ່ອງຈາກ​ຄວາມ​ເປັນ​ຫ່ວງ ກ່ຽວກັບ “ຂອບ
ເຂດແລະຂະໜາດ” ໃນການຖົມ ເກາະດອນຂອງ​ປັກ​ກິ່ງ ​ຢູ່ໃນທະ​
ເລ​ຈີນໃຕ້.

ທ່ານພົນເຮືອ Swift ກ່າວ​ວ່າ “​ເຂົາ​ເຈົ້າ​ທັງ​ໝົດ​ ຕ່າງກໍໄດ້​ສະ​ແດງ
​ຄວາມ​ເປັນ​ຫ່ວງ ​ແລະ​ບໍ່​ແນ່ນອນ​ກ່ຽວ​ກັບວ່າ ອະນາ​ຄົດ​ຈະ​ເປັນ
​ຢ່າງ​ໃດ. ​ແຕ່​ ຂ້າພະ​ເຈົ້າ​ຄິດ​ວ່າ ສິ່ງ​ສຳຄັນ​ທີ່​ສຸດນັ້ນກໍ​ຄື ການ​ເຕົ້າ
ໂຮມ​ກັນ​ແບບຫຼາຍຝ່າຍ ​ແລະ​ຫາທາງ ແກ້ໄຂແບບຜ່ອນສັ້ນຜ່ອນ
ຍາວ ​ໃນການແກ້ໄຂບັນຫາຂັດແຍ້ງເຫລົ່ານີ້ ກ່ຽວກັບ ການອ້າງ
ເອົາກຳມະສິດຢູ່ໃນຂົງເຂດໃນ​ທາງ​ບວກ ​ແລະ​ບໍ່​ອະນຸຍາດໃຫ້ໃຊ້
ການ ຂູ່ເຂັນ ຫລື​ກຳລັງ ​ຂົ່ມຂູ່ ​ເພື່ອ​ແກ້​ໄຂ​ຜົນ​ປະ​ໂຫຍ​ດ​ຂອງຝ່າ
ໃດຝ່າຍນຶ່ງ ຫລື​ຝ່າຍອື່ນໆ.”

​ພົນເຮືອເອກ Swift ​ໄດ້​ໃຫ້ຄວາມເຫັນດັ່ງກ່າວຢູ່ທີ່ນະຄອນ Kuala Lumpur ໃນ​ກອງປະ
ຊຸມທາງ​ໂທລະ​ສັບ ກັບ​ບັນດາ​ນັກ​ຂ່າວ ​ຢູ່​ໃນ​ຂົງ​ເຂດ.

XS
SM
MD
LG