ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ລາຍງານໃໝ່ ຂອງກອງທັບ ສຫລ ກ່າວເຖິງ ການພະຍາຍາມຈີ້ເຮືອບິນ ທີ່ສະໜາມບິນກາບູລ


ຜູ້ຄົນໄປເຕົ້າໂຮມກັນຢູ່ທາງເຂົ້າສະໜາມບິນສາກົນຮາມິດກາຊາຍ ທີ່ນະຄອນຫຼວງກາບູລ ນຶ່ງມື້ຫຼັງຈາກສະຫະລັດຖອນທະຫານອອກໄປແລ້ວ ວັນທີ 31 ສິງຫາ 2021.
ຜູ້ຄົນໄປເຕົ້າໂຮມກັນຢູ່ທາງເຂົ້າສະໜາມບິນສາກົນຮາມິດກາຊາຍ ທີ່ນະຄອນຫຼວງກາບູລ ນຶ່ງມື້ຫຼັງຈາກສະຫະລັດຖອນທະຫານອອກໄປແລ້ວ ວັນທີ 31 ສິງຫາ 2021.

ລາຍງານໃໝ່ສະບັບນຶ່ງ ທີ່ນຳອອກເຜີຍແຜ່ ໂດຍກອງທັບສະຫະລັດ ໃນອາທິດນີ້ ແຈ້ງໃຫ້ຊາບວ່າ ທ່າມກາງທີ່ເກີດຄວາມວຸ້ນວາຍ ຢູ່ທີ່ສະໜາມບິນນະຄອນ ຫຼວງກາບູລ ໃນເດືອນສິງຫາຜ່ານມານັ້ນ ແມ່ນມີການພະຍາຍາມທີ່ຈະຈີ້ເຮືອບິນພານິດລຳນຶ່ງທີ່ຍົກຍ້າຍຜູ້ຄົນອອກຈາກນະຄອນດັ່ງກ່າວ.

ພັນໂທຄຣິສເຕີນ ດັນແຄນ (Kristen Duncan) ຊຶ່ງໄດ້ຖືກສົ່ງໄປປະຕິບັດງານຢູ່ອັຟການິສຖານໃນລະດູຮ້ອນຜ່ານມານີ້ ກ່າວວ່າ “ໃນໂອກາດນຶ່ງ ຫຼັງຈາກພວກເຂົາເຈົ້າໄດ້ຮັບຂ່າວຈາກໜ່ວຍສືບລັບແລ້ວ ມີ 5 ຄົນຢູ່ເທິງນຶ່ງໃນຖ້ຽວບິນພານິດມີຄວາມຕັ້ງໃຈທີ່ຈະຈີ້ເຮືອບິນ.”

ລາຍງານດັ່ງກ່າວ ບໍ່ໄດ້ໃຫ້ລາຍລະອຽດຫຍັງຫຼາຍ ກ່ຽວກັບຄວາມພະຍາຍາມໃນການຈີ້ເຮືອບິນໂດຍບໍ່ໄດ້ກ່າວເຖິງວັນເວລາຫຼືເຮືອບິນລຳໃດລຳນຶ່ງຢ່າງເປັນການສະເພາະ. ແຕ່ແນວໃດກໍຕາມມັນໄດ້ໃຫ້ການອະທິບາຍເພີ້ມຕື່ມເຖິງຄວາມວຸ້ນວາຍຢ່າງແຜ່ກວ້າງ ຢູ່ທີິ່ສະໜາມບິນສາກົນຮາມິດກາຊາຍໃນນະຄອນຫຼວງກາບູລ ຊຶ່ງໄດ້ເກີດຂຶ້ນຫຼຼັງຈາກວໍຊິງຕັນ ປະກາດການຖອນທະຫານ ອອກຈາກ ອັຟການິສຖານ ໃນເດືອນສິງຫາຜ່ານມາ.

ໃນຂະນະທີ່ຫຼາຍພັນຄົນຫຸ້ມກັນໄປຍັງສະໜາມບິນນະຄອນຫຼວງກາບູລ ໃນທ້າຍເດືອນສິງຫາ ໂດຍຫວັງວ່າຈະໄດ້ເດີນທາງອອກຈາກປະເທດດັ່ງກ່າວໃນຂະນະກຸ່ມຕາລີບານ ເຂົ້າຄວບຄຸມປະເທດຢ່າງວ່ອງໄວນັ້ນ ມີຫຼາຍກວ່າ 100 ຄົນໄດ້ເສຍຊີິວິດຍ້ອນການໂຈມຕີດ້ວຍລະເບີດສະຫຼະຊີບ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG