ກົດໝາຍກ່ຽວກັບຄ່າແຮງງານຕ່ຳສຸດ ການໃຊ້ອາວຸດປືນ ແລະການລວນລາມທາງເພດ
ແມ່ນສ່ວນນຶ່ງທີ່ຈະມີການປ່ຽນແປງໃນທົ່ວປະເທດເລີ້ມໃນວັນອັງຄານວານນີ້.
ກ່ຽວກັບແຮງງານຂັ້ນຕ່ຳສຸດນັ້ນ ກົດໝາຍປ້ອງກັນຄ່າຈ້າງແຫ່ງຊາດ ກ່າວວ່າ 19 ລັດ
ແລະ 21 ໂຕເມືອງຕ່າງໆ ຈະເພີ້ມຄ່າແຮງງານຂັ້ນຕ່ຳສຸດ ທີ່ຍັງຢູ່ ໃນລະດັບ 7 ໂດລາ
25 ເຊັນ ຕໍ່ຊົ່ວໂມງ ມາແຕ່ປີ 2009. ຢູ່ໃນລັດອາລາສກາ ຄ່າແຮງງານຕໍ່ສຸດຈະເພີ້ມຂຶ້ນ
ພຽງບໍ່ເທົ່າໃດເຊັນ ຈາກ 9 ໂດລາ 84 ເຊັນ ເປັນ 9 ໂດລາ 89 ເຊັນ ຕໍ່ຊົ່ວໂມງ. ແຕ່ຢູ່
ໃນອີກແປດລັດຄື ອາຣີໂຊນາ ຄາ ລິຟໍເນຍ ໂຄໂຣລາໂດ ເມນ ແມັສຊາຈູແຊັສ ມິສຊູຣີ
ນິວຢອກ ແລະວໍຊິງຕັນ ຈະຂຶ້ນແຮງງານຂັ້ນຕ່ຳສຸດເປັນ 15 ໂດລາ ຕໍ່ຊົ່ວໂມງ ໃນ
ຫຼາຍໆຂັ້ນ.
ກ່ຽວກັບເລື້ອງອາວຸດປືນ ແລະຄວາມຮຸນແຮງນັ້ນ ລັດຄາລິຟໍເນຍ ຈະບັງຄັບໃຫ້ຮ້ານ
ຂາຍປືນຕິດປ້າຍເຕືອນ ກ່ຽວກັບກົດລະບຽບຕ່າງໆ ແລະອັນຕະລາຍຂອງການຖືປືນ.
ມັນຍັງຈະເພີ້ມອາຍຸຢ່າງໜ້ອຍຂຶ້ນເປັນ 21 ປີ ຈຶ່ງຈະຊື້ປືນຍາວໄດ້.
ຢູ່ທີ່ລັດອີລລີນອຍ ຈະມີການບັງຄັບພາຍໃນ 72 ຊົ່ວໂມງ ເພື່ອລໍຖ້າໄລຍະການຊື້ປືນ
ໃດໆ ບໍ່ພຽງແຕ່ປືນສັ້ນ. ມັນຍັງຈະອະນຸຍາດໃຫ້ຕຳຫຼວດ ຫຼືບັນດາສະມາຊິກຄອບຄົວ
ຍື່ນຮ້ອງຂໍການປ້ອງກັນ ເພື່ອກີດກັ້ນຄົນທີ່ມີສະພາບຈິດທີ່ບໍ່ທຸ່ນທ່ຽງ ຈາກການມີປືນໄດ້.
ລັດອໍເຣກັນ ຈະເພີ້ມອາຍຸທີ່ຕ້ອງການໃຫ້ມີປືນທີ່ຍິງໄດ້ເທື່ອລະລູກ ຂຶ້ນຫາ 21 ປີ ແລະ
ຕ້ອງໄດ້ເຝິກແອບ ການໃຊ້ອາວຸດໃຫ້ປອດໄພ.
ກ່ຽວກັບດ້ານລວນລາມທາງເພດ ລັດຄາລິຟໍຣເນຍ ໄດ້ຫ້າມ “ການຕົກລົງກັນຢ່າງ
ລັບໆ”ໃນຄະດີການລວນລາມທາງເພດໃດໆ ຕ້ອງການພິສູດໃຫ້ຮູ້ເຖິງຜູ້ຖືກກ່າວຫາ.
ລັດເດີລາແວ ນິວຢອກ ແລະວໍຊິງຕັນ ຈະອອກຂໍ້ບັງຄັບໃໝ່ກ່ຽວກັບນະໂຍບາຍລວນ
ລາມທາງເພດ. ໃນລັດນິວຢອກ ບັນດາສັນຍາຈ້າງທັງໝົດ ຢູ່ທົ່ວລັດ ຈະຕ້ອງຮ່າງນະ
ໂຍບາຍການລວນລາມທາງເພດ ແລະເຝິກແອບບັນດາພະນັກງານເຂົາເຈົ້າ.
ກ່ຽວກັບເລື້ອງສັດນັ້ນ ລັດຄາລິຟໍຣເນຍ ບັດນີ້ຈະພິຈາລະນາພວກສັດເປັນສະມາຊິກ
ໃນຄອບຄົວ ຢູ່ໃນຄະດີການຢ່າຮ້າງ ອະນຸຍາດໃຫ້ຜູ້ພິພາກສາ ພິຈາລະນາວ່າໃຜຈະ
ມີສິດເບິ່ງແຍງ. ມັນຍັງຈະຫ້າມການຂາຍການປະສົມພັນໝາສ່ວນໂຕ ແມວ ຫຼືກະຕ່າຍ.
ຮ້ານຂາຍສັດພຽງແຕ່ຈະສາມາດຂາຍສັດຈາກ ບ່ອນຮັກສາສັດ ແລະຈາກບັນດາກຸ່ມກູ້
ໄພ. ພວກປະຊາຊົນຍັງຈະສາມາດຊື້ສັດຕ່າງໆຈາກ ຜູ້ປະສົມພັນສ່ວນໂຕໂດຍກົງ.
ພວກເຈົ້າໜ້າທີ່ໃນລັດອີລລີນອຍ ຍັງຈະສາມາດຍ້າຍສັດອອກຈາກບ້ານເຮືອນຂອງ
“ເຈົ້າຂອງເຮືອນທີ່ບໍ່ເອົາໃຈໃສ່” ເປັນໄລຍະເວລາ 12 ຫາ 36 ເດືອນທີ່ລະເມີດເປັນ
ເທື່ອທຳອິດ.
ກ່ຽວກັບການຂຽນດ່າກັນ ຢູ່ໃນລັດໂອໄຮໂອ ຈະຕ້ອງການພວກນັກຮຽນທັງໝົດ ຮຽນ
ຮູ້ກ່ຽວກັບການຂຽນດ້ວຍມື ກ່ອນຊັ້ນປະຖົມຫ້າ.
ກ່ຽວກັບການຊ່ວຍເຫຼືອການຂ້າໂຕຕາຍນັ້ນ ຢູ່ທີ່ລັດຮາວາຍ ຈະຮວມຢູ່ໃນຫົກລັດ ແລະ
ວໍຊິງຕັນ ດີ.ຊີ. ໃນການອະນຸຍາດ ໃຫ້ພວກໜາຍໝໍ ຊ່ວຍຄົນເຈັບໜັກປົວບໍ່ໄດ້ ເອົາຊີ
ວິດເຂົາເຈົ້າເອງ.