ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຄົນອາເມຣິກັນ ມີວຽກ ຫຼາຍກວ່າຕອນ ປ. ໂອບາມາ ເຂົ້າຮັບຕຳແໜ່ງ (ວີດີໂອ)


ໂຕເລກທັງໝົດຂອງວຽກງານຢູ່ໃນຕະຫຼາດແຮງງານ ສະຫະລັດ ປັດຈຸບັນນີ້ ແມ່ນມີ 125.000
ໂຕເລກທັງໝົດຂອງວຽກງານຢູ່ໃນຕະຫຼາດແຮງງານ ສະຫະລັດ ປັດຈຸບັນນີ້ ແມ່ນມີ 125.000
ລາຍງານຫລ້າສຸດ ກ່ຽວກັບວຽກງານໃນສະຫະລັດ ສະແດງ
ໃຫ້ເຫັນວ່າ ປັດຈຸບັນນີ້ ຢູ່ໃນສະຫະລັດ ມີຄົນໄດ້ເຮັດວຽກ
ຫລາຍຂື້ນ ກວ່າເວລາທີ່ປະທານາທິ ບໍດີ Barack Obama
ເຂົ້າກໍາຕໍາແໜ່ງ ໃນເດືອນມັງກອນ ປີ 2009.

ໂຕເລກຫຼ້າສຸດຂອງກະຊວງແຮງງານສະຫະລັດ ທີ່ນຳອອກ
ເຜີຍແຜ່ ໃນວັນສຸກວານນີ້ ແມ່ນເພື່ອເປັນການຕອບຕໍ່ການ
ໂຄສະນາຫາສຽງຂໍ້ນຶ່ງ ຂອງຜູ້ສະມັກ ປະທານາທິບໍດີພັກຣີ
ພັບບລີກັນ ທ່ານ Mitt Romney ທີ່ກ່າວວ່າ ສະຫະລັດໄດ້
ສູນເສຍຫລາຍຮ້ອຍພັນໜ້າວຽກ ນັບຕັ້ງແຕ່ ທ່ານ Barack
Obama ໄດ້ເຂົ້າຮັບຕໍາແໜ່ງ.

ທ່ານ Romney ໄດ້ໂຄສະນາຫາສຽງ ຢູ່ທີ່ລັດ Pennsylvania ຊຶ່ງເປັນລັດທີ່ ຍັງມີການ
ແຂ່ງຂັນກັນຢ່າງດຸເດືອດ ໃນວັນສຸກວານນີ້ ຂະນະທີ່ມີຂ່າວ ກ່ຽວກັບໂຕເລກແຮງງານ
ທີ່ມີການດັດແປງໃໝ່ສະແດງໃຫ້ເຫັນວ່າໃນຂະນະທີ່ 13 ລ້ານ ຄົນຫວ່າງງານຢູ່ນັ້ນ ບັນດານາຍຈ້າງໃນສະຫະລັດ ໄດ້ເພີ້ມວຽກງານເກືອບ 400.000 ວຽກ ໃນລະຍະ 12 ເດືອນ ທີ່ສີ້ນສຸດລົງໃນເດືອນມີນາ ຊຶ່ງຫລາຍກ່ອນທີ່ໄດ້ຄາດຄະເນໄວ້ກ່ອນນັ້ນ.

ນັ້ນແມ່ນໝາຍຄວາມວ່າ ໂຕເລກທັງໝົດຂອງວຽກງານຢູ່ໃນຕະຫຼາດແຮງງານ ສະຫະລັດ ປັດຈຸບັນນີ້ ແມ່ນມີ 125.000 ວຽກ ສູງກວ່າເວລາທີ່ທ່ານ Obama ໄດ້ເຂົ້າມາຮັບຕໍາ
ແໜ່ງ ແລະວຽກການທີ່ສ້າງຂຶ້ນມາຈຳນວນນຶ່ງນັບຕັ້ງແຕ່ນັ້ນມາ ແມ່ນໄດ້ຊົດເຊີຍກັບ
ວຽກງານທີ່ສູນເສຍໄປ ໃນຊ່ວງການເຂົ້າຮັບໜ້າທີ່ການຂອງທ່ານ.

XS
SM
MD
LG