ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ລມຕ ປ້ອງກັນປະເທດ ສະຫະລັດ ຄົນໃໝ່ ໄປຢ້ຽມຢາມ ອັຟການິສຖານ ເທື່ອທຳອິດ


ລັດຖະມົນຕີກະຊວງປ້ອງກັນປະເທດຄົນໃໝ່ຂອງສະຫະລັດ ທ່ານ Ashton Carter.
ລັດຖະມົນຕີກະຊວງປ້ອງກັນປະເທດຄົນໃໝ່ຂອງສະຫະລັດ ທ່ານ Ashton Carter.

ທ່ານ Ashton Carter ລັດຖະມົນຕີກະຊວງປ້ອງກັນປະເທດ
ຄົນໃໝ່ ຂອງສະຫະລັດ ເດີນທາງໄປເຖິງອັຟການິສຖານ ໃນ
ຕອນເຊົ້າຂອງວັນເສົາມື້ນີ້ ເພື່ອທຳການຢ້ຽມຢາມ ແບບບໍ່ປະ
ກາດໃຫ້ຊາບລ່ວງໜ້າຊຶ່ງເປັນການຢ້ຽມຢາມຕ່າງປະເທດເທື່ອ
ທຳອິດຂອງທ່ານ ໃນຖານະຫົວໜ້າທຳນຽບຫ້າແຈ.

ທ່ານ Carter ມີແຜນການທີ່ຈະພົບປະກັບປະທານາທິບໍດີອັຟ
ການິສຖານທ່ານ Ashraf Ghani ໃນຂະນະທີ່ ການປະຕິບັດ
ງານຂອງສະຫະລັດຢູ່ໃນອັຟການິສຖານມີການປ່ຽນແປງຈາກ
ການສູ້ລົບ ໄປສູ່ການເຝິກແອບແລະໃຫ້ຄຳແນະນຳແກ່ກຳລັງ
ອັຟການິສຖານ ທີ່ໄດ້ເລີ້ມເຂົ້າກຳຄວາມຮັບຜິດຊອບກ່ຽວກັບ
ການຮັກສາ ຄວາມປອດໄພຂອງປະເທດນັ້ນ.

ຈະມີທະຫານອາເມຣິກັນປະມານ 10,000 ຄົນ ຍັງເຫຼືອຢູ່ທີ່ອັຟການິສຖານ.

ກ່ອນເຂົ້າຮັບຕຳແໜ່ງນັ້ນ ທ່ານ Carter ກ່າວຕໍ່ສະພາສູງ ສະຫະລັດວ່າ ທ່ານອາດຈະພິ ຈາລະນາກ່ຽວກັບການຖອນກຳລັງຂອງສະຫະລັດທັງໝົດອອກຈາກອັຟການິສຖານພາຍ ໃນທ້າຍປີນີ້. ແຕ່ທ່ານກໍເວົ້າວ່ານັ້ນແມ່ນຂຶ້ນຢູ່ກັບສະຖານະການດ້ານຄວາມປອດໄພ.

ນອກນັ້ນແລ້ວ ທ່ານຍັງກ່າວວ່າ ທ່ານຈະດຳເນີນງານ ຮ່ວມກັບບັນດາປະເທດພາຄີຂອງ ສະຫະລັດເພື່ອໃຫ້ເປັນທີ່ແນ່ໃຈວ່າກຸ່ມຫົວຮຸນແຮງລັດອິສລາມບໍ່ໄດ້ມີການຂະຫຍາຍແຕ່ ພາກຕາເວັນອອກກາງໄປຍັງອັຟການິສຖານ.

XS
SM
MD
LG