ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ສະ​ຫະ​ລັດ ແລະ ຈີນ ​ບັງ​ຄັງ​ໃຊ້ ການ​ເກັບ​ພາ​ສີ​ຄັ້ງ​ໃໝ່ ຕໍ່​ສິນ​ຄ້າ​ສົ່ງ​ອອກ ​ຂອງກັນ​ແລະ​ກັນ


ກຳ​ມະ​ກອນ​ເຮັດ​ຜະ​ລິດ​ເຄື່ອງ​ນຸ່ມ ທີ່​ຈະ​ຖືກ​ສົ່ງ​ອອກ​ໄປ ສະ​ຫະ​ລັດ ຢູ່​ໂຮງ​ງານ​ແຫ່ງ​ນຶ່ງ​ໃນ​ເມືອງ ບິນ​ຊູ, ແຂວງ ຊານ​ຕົ່ງ, ຈີນ.
ກຳ​ມະ​ກອນ​ເຮັດ​ຜະ​ລິດ​ເຄື່ອງ​ນຸ່ມ ທີ່​ຈະ​ຖືກ​ສົ່ງ​ອອກ​ໄປ ສະ​ຫະ​ລັດ ຢູ່​ໂຮງ​ງານ​ແຫ່ງ​ນຶ່ງ​ໃນ​ເມືອງ ບິນ​ຊູ, ແຂວງ ຊານ​ຕົ່ງ, ຈີນ.

ສະ​ຫະ​ລັດ ແລະ ຈີນ ໄດ້​ເກັບ​ພາ​ສີ​ຄັ້ງ​ໃໝ່​ຕໍ່​ສິນ​ຄ້າ​ສົ່ງ​ອອກ​ຂອງ​ກັນ​ແລະ​ກັນ​ໃນ​ວັນ​ອາ
ທິດວານນີ້, ເປັນການຂັດແຍ້ງກັນຄັ້ງຫຼ້າສຸດ ໃນສົງຄາມການຄ້າທີ່ຍາວ ແລະ ຮຸນແຮງ
ລະຫວ່າງສອງປະເທດທີ່ມີເສດຖະກິດໃຫຍ່ທີ່ສຸດຂອງໂລກ.

ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ ໄດ້​ຂຶ້ນ​ພາ​ສີ 15 ເປີ​ເຊັນ​ໃສ່​ຜະ​ລິດ​ຕະ​
ພັນສົ່ງອອກຂອງ ຈີນ ທີ່ມຸ່ງໜ້າມາ ສະຫະລັດ ມູນຄ່າປະມານ 112 ຕື້ໂດລາ, ພາສີດັ່ງ
ກ່າວເບິ່ງຄືວ່າຈະສົ່ງຜົນໃຫ້ມີການຊື້ອາຫານບາງຢ່າງ, ອຸປະກອນກິລາ, ເຄື່ອງນຸ່ງກິລາ,
ເຄື່ອງດົນຕີ ແລະ ເຟີນິເຈີ ໃນລາຄາທີ່ສູງຂຶ້ນ.

ໃນ​ຂະ​ນະ​ດຽວ​ກັນ, ປັກ​ກິ່ງ ໄດ້​ເລີ່ມ​ຂຶ້ນ​ພາ​ສີ 5 ແລະ 10 ເປີ​ເຊັນ​ໃສ່​ສິນ​ຄ້າ​ສົ່ງ​ອອກ​ຂອງ
ສະຫະລັດ ທີ່ຖືກສົ່ງໄປ ຈີນ ມູນຄ່າປະມານ 75 ຕື້ໂດລາ ທີ່ເຂົາເຈົ້າເວົ້າວ່າ ເຂົາເຈົ້າຈະ
ເກັບພາສີໃນການຕອບໂຕ້ສົງຄາມພາສີກັບ ວໍຊິງຕັນ. ໃນເບື້ອງຕົນ, ຈີນ ໄດ້ກ່າວວ່າ
ການສົ່ງອອກໝາກສາລີຫວານແຊ່ແຂງ, ຕັບໝູ, ຫີນອ່ອນ ແລະ ຕີນລົດຖີບຂອງ ອາເມ
ຣິກາ ແມ່ນລວມຢູ່ໃນສິນຄ້າຫຼາຍກວ່າ 1,700 ລາຍການທີ່ເຂົາເຈົ້າຈະເກັບພາສີ.

ທ່ານ ທ​ຣຳ ໄດ້​ປະ​ຕິ​ເສດ​ໃນ​ວັນ​ສຸກ​ທີ່​ຜ່ານ​ມາ ກ່ຽວ​ກັບ ການ​ເລື່ອນ​ເວ​ລາ​ເກັບ​ພາ​ສີ​ຄັ້ງ​
ໃໝ່ຕໍ່ສິນຄ້ານຳເຂົ້າຈາກ ຈີນ, ໂດຍເວົ້າວ່າ “ມັນກຳລັງເກີດຂຶ້ນ.”

ໃນ​ຂະ​ນະ​ທີ່​ມັນ​ໄດ້​ມີ​ຜົນ​ບັງ​ຄັບ​ໃຊ້​ໃນ​ວັນ​ອ​າ​ທິດ​ວານນີ້, ທ່ານ ທ​ຣຳ ໄດ້​ປະ​ກາດ​ວ່າ,
“ພວກເຮົາຈະອະນຸຍາດໃຫ້ ຈີນ ສໍ້ໂກງພວກເຮົາຕໍ່ໄປອີກບໍ່ໄດ້.”

ອົງ​ການ​ຂ່າວທາງ​ການ​ ຊິນ​ຫົວ ຂອງ ຈີນ ໄດ້​ກ່າວ​ວ່າ “ສະ​ຫະ​ລັດ ຄວນ​ຮຽ​ນ​ຮັກ​ສາ​ມາ​
ລະຍາດຄືກັບມະຫາອຳນາດໂລກທີ່ມີຄວາມຮັບຜິດຊອບແດ່ ແລະ ຢຸດເຮັດຄືກັບນັກ
ເລງຢູ່ໂຮງຮຽນ. ໃນຖານະເປັນມະຫາອຳນາດທີ່ໃຫຍ່ທີ່ສຸດຂອງໂລກພຽງປະເທດດຽວ
ນັ້ນ, ເຂົາເຈົ້າຕ້ອງແບກຫາບຄວາມຮັບຜິດຊອບຂອງເຂົາເຈົ້າ, ແລະ ເຂົ້າຮ່ວມກັບປະ
ເທດອື່ນໆໃນການເຮັດໃຫ້ໂລກນີ້ດີຂຶ້ນກວ່າເກົ່າ ແລະ ເປັນບ່ອນທີ່ຈະເລີນຮຸ່ງເຮືອງ
ຂຶ້ນຕື່ມ. ຫຼັງຈາກນັ້ນ ອາເມຣິກາ ຈິ່ງຈະຍິ່ງໃຫຍ່ອີກຄັ້ງນຶ່ງ.”

ບັນ​ດາ​ນັກ​ເຈ​ລະ​ຈາ​ສຳ​ລັບ​ສອງ​ປະ​ເທດ​ນັ້ນ ​ມີ​ແຜນ​ທີ່​ຈະ​ສືບ​ຕໍ່​ການ​ເຈ​ລະ​ຈາ​ດ້ານ​ການ​
ຄ້າຂອງເຂົາເຈົ້າໃນນະຄອນຫຼວງ ວໍຊິງຕັນ ໃນທ້າຍເດືອນນີ້, ເຖິງແມ່ນຈະບໍ່ມີສັນຍານ
ຈາກສອງຝ່າຍວ່າ ໃກ້ຈະເຮັດຂໍ້ຕົກລົງນຳກັນໄດ້ກໍຕາມ ຫຼັງຈາກການປຶກສາຫາລືທີ່
ເກີດຂຶ້ນເປັນບາງຄັ້ງ ແລະ ການປະກາດເປັນໄລຍະ ກ່ຽວກັບ ການຂຶ້ນພາສີຕື່ມອີກ.

ທ່ານ ທ​ຣຳ ໄດ້​ກ່າວ​ໃນ​ວັນ​ສຸກ​ທີ່​ຜ່ານ​ມາ​ວ່າ “ພວກ​ເຮົາ​ກໍ​ລັງ​ລົມ​ກັບ ຈີນ. ການ​ປະ​ຊຸມ
ຕ່າງໆໄດ້ຖືກກຳນົດໄວ້ແລ້ວ. ໄດ້ມີການໂທລະສັບຫາກັນ. ຂ້າພະເຈົ້າຄິດວ່າການປະ
ຊຸມໃນເດືອນກັນຍານີ້ ຈະສືບຕໍ່ດຳເນີນໄປ. ມັນບໍ່ໄດ້ຖືກຍົກເລີກ. ພວກເຮົາຈະໄດ້
ເຫັນວ່າຈະເກີດຫຍັງຂຶ້ນ.”

ທ່ານ ທ​ຣຳ ໄດ້​ປະ​ກາດ​ແຜນ​ການ​ທີ່​ຈະ​ເພີ່ມ​ພາ​ສີ 15 ເປີ​ເຊັນ​ໃສ່​ສິນ​ຄ້າ​ນຳ​ເຂົ້າ​ຂອງ
ຈີນ ມູນຄ່າ 300 ຕື້ໂດລາ ແຕ່ໄດ້ເລື່ອນການເກັບພາສີໃສ່ຜະລິດຕະພັນຫຼາຍລາຍການ
ອອກໄປຈົນຮອດວັນທີ 15 ທັນວາ, ດັ່ງນັ້ນມັນຈຶ່ງບໍ່ສົ່ງຜົນກະທົບຕໍ່ຜູ້ບໍລິໂພກ ສະຫະ
ລັດ ດ້ວຍລາຄາສິນຄ້າທີ່ສູງຂຶ້ນໃນລະຫວ່າງການຊື້ ເຄື່ອງລະດູ ຄຣິສມາສ ໃນທ້າຍ
ຂອງປີນີ້. ທ່ານ ທຣຳ ໄດ້ກ່າວອ້າງຢ່າງບໍ່ຖືກຕ້ອງວ່າ ຈີນ ກຳລັງເປັນຜູ້ຈ່າຍສຳລັບພາ
ສີທີ່ທ່ານໄດ້ກຳນົດນັ້ນ, ແຕ່ການເລື່ອນພາສີຄັ້ງໃໝ່ຂອງທ່ານແມ່ນການອະນຸຍາດທີ່ຢູ່
ແກ່ໃຈວ່າ ຫົວໜ່ວຍທຸລະກິດຕ່າງໆຂອງ ອາເມຣິກາ ທີ່ເປັນຜູ້ຈ່າຍພາສີນັ້ນມັກຈະສົ່ງ
ລາຄາທີ່ສູງຂຶ້ນຂອງເຂົາເຈົ້າໃຫ້ບັນດາຜູ້ບໍລິໂພກ.

ບໍ​ລິ​ສັດ ສະ​ຫະ​ລັດ ຫຼາຍ​ຮ້ອຍ​ແຫ່ງ ແລະ ກຸ່ມ​ການ​ຄ້າ​ຕ່າງໆ ໄດ້​ຕຳ​ໜິ​ຕໍ່​ທ່ານ ທ​ຣຳ ກ່ຽວ​
ກັບ ການເພີ່ມພາສີໃສ່ສິນຄ້ານຳເຂົ້າຂອງ ຈີນ, ແຕ່ທ່ານໄດ້ກ່າວວ່າ ການຕຳໜິພວກ
ນັ້ນ ແມ່ນການຖິ້ມໂທດໃສ່ເປັນສ່ວນນຶ່ງ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG