ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຫົວໜ້າ ​ການຮັກສາຄວາມປອດໄພພາຍໃນ ສຫລ ໃຫ້​ຄຳ​ໝັ້​ນສັນ​ຍາ​ວ່າ ພວກຍົກ​ຍ້າຍເຂົ້າ​ເມືອງ ຈະ​ຖືກ​ຂັບ​ໄລ່​ອອກ​ໄປ ​ໃນບໍ່​ເທົ່າ​ໃດ​ມື້​ຂ້າງ​ໜ້ານີ້

​ຕຳ​ຫລວດ​ລັດ​ເທັກ​ຊັ​ສ​ສຳ​ເລັດ​ການເອົາ​ໜາມ​ໝາກ​ຈັບມາ​ໃສ່ໄວ້ ຂະ​ນະ​ທີ່ພວກ​ຍົກ​ຍ້າຍ​ເຂົ້າ​ເມືອງ ຍ່າງ​ຂຶນ​ຝັ່ງ​ຂອງ​ແມ່​ນ້ຳ Rio Grande ໄປ ເມື່ອ​ຫຼຽວ​ມາ​ຈາກ​ຝາກ​ເມືອງ Matamoros ຂອງ​ເມັກ​ຊິ​ໂກ, ວັນ​ທີ 10 ພຶດ​ສະ​ພາ, 2023.

ຫົວໜ້າດ້ານ​ການຮັກສາຄວາມປອດໄພ ພາຍໃນສະຫະລັດ ທ່ານອາ​ເລ​ຮານ​ໂດ​ຣ ມາ​ຢອກ​ຄັ​ສ (Alejandro Mayorkas) ໃຫ້ຄຳໝັ້ນສັນຍາໃນວັນພຸດວານນີ້ວ່າ “ຄົນ​ສ່ວນຫຼາຍ” ໃນພວກຍົກ​ຍ້າຍເຂົ້າ​ເມືອງຫຼາຍພັນຄົນ ທີ່ຊອກຫາທາງເຂົ້າມາໃນສະຫະລັດເພີ້ມ​ຂຶ້ນ ຢູ່ລຽບຕາມຊາຍແດນພາກຕາເວັນຕົກສຽງໃຕ້ ທີ່ຕິດກັບເມັກຊິໂກ ນັ້ນ ຈະຖືກຂັບໄລ່ອອກໄປຢ່າງໄວວາ ໃນບໍ່​ເທົ່າ​ໃດມື້ຂ້າງໜ້ານີ້.

What Is Title 42?
please wait
Embed

No media source currently available

0:00 0:04:24 0:00

"ນີ້ຄືສິ່ງທີ່ຈະເກີດຂຶ້ນ: ເຈົ້າຈະຖືກສົ່ງກັບຄືນ," ນັ້ນ​ຄື​ຄຳ​ເວົ້າ ​ຂອງ​ທ່ານມາ​ຢອກ​ຄັ​ສ ກ່າວໃນມື້ກ່ອນການສິ້ນສຸດຂອງນະໂຍບາຍ ດ້ານການຍົກຍ້າຍເຂົ້າ​ເມືອງ ທີ່ຫ້າມຄົນ ເຂົ້າມາໃນສະຫະລັດ ຍ້ອນຄວາມຢ້ານກົວວ່າ​ ຈະ​ເຮັດ​ໃຫ້ການລະບາດຂອງໄວ​ຣັ​ສໂຄ​ໂຣ​ນາແຜ່​ລາມ​ອອກໄປ ແຕ່ໃນທາງປະຕິບັດແລ້ວ ໄດ້ອະນຸຍາດໃຫ້ຄົນ​ເຂົ້າ​ເມືອງ ພະ ຍາຍາມເຮັດອີກເທື່ອນຶ່ງແລ້ວ ກໍອີກເທື່ອນຶ່ງ ໂດຍບໍ່ມີຜົນຕາມ​ມາຂອງ​ການທີ່ເຂົ້າມາໃນສະຫະລັດຢ່າງຜິດກົດໝາຍ.

ຕຳ​ຫລວດ​ລາດ​ຕະ​ເວນ​ຊາຍ​ແດນ​ເອົາ​ແອກ​ແຂນ​ຢາຍ​ໃຫ້ພວກ​ຄົນ​ຍົກ​ຍ້າຍເຂົ້າ​ເມືອງ ຂະ​ນະ​ທີ່​ເຂົາ​ເຈົ້າ​ຂໍ​ລີ້​ໄພ ທີ່​ລໍ​ຖ້າ​ຢູ່​ລະ​ຫວ່າງກາງຮົ້ວ​ຂັ້ນສອງ​ອັນ​ຢູ່ຊາຍ​ແດນ​ສະ​ຫະລັ​ດ ແລະ​ເມັກ​ຊິ​ໂກໃກ້​ກັບ​ເມືອງ Tijuana ຂອງ​ເມັກ​ຊິ​ໂກ, ວັນ​ທີ 8 ພຶດ​ສະ​ພາ, 2023, ໃນ​ນະ​ຄອນ San Diego ຂອງ​ສະ​ຫະ​ລັດ.

ພາຍ​ໃຕ້​ນະ​ໂຍ​ບາຍ​ທີ່​ເຄັ່ງ​ຄັດ​ໃໝ່ນີ້, ທ່ານມາ​ຢອກ​ຄັ​ສກ່າວ​ວ່າ ພວກ​ຍົກ​ຍ້າຍ​ເຂົ້າ​ເມືອງ​ຢ່າງ​ຜິດ​ກົດ​ໝາຍ ແລະ​ຖືກ​ຂັບ​ໄລ່​ອອກ​ໄປ ຈະ​ຖືກ​ຫ້າມ​ເປັນ​ເວ​ລາ 5 ປີ ບໍ່ໃຫ້​ພະ​ຍາ​ຍາມເຂົ້າ​ມາຢ່າງ​ຖືກ​ກົດ​ໝາຍໄດ້. ນັກວິເຄາະຊາຍແດນບາງຄົນກ່າວວ່າ ມີ ປະມານ 150,000 ຄົນ ທີ່ລໍຖ້າຢູ່ໃນພາກເຫນືອຂອງເມັກຊິໂກ ເພື່ອພະຍາຍາມໃຫ້​ໄດ້ເຂົ້າມາໃນສະຫະລັດ.
"ຊາຍແດນຂອງພວກເຮົາບໍ່ເປີດ," ທ່ານມາ​ຢອກ​ຄັ​ສກ່າວຕໍ່ກອງປະຊຸມຖະ​ແຫລງຂ່າວ ໃນ​ນະ​ຄອນ​ຫລວງວໍຊິງຕັນ. ທ່ານ​ກ່າວ​ວ່າ ຈະ​ມີ​ໂອ​ກາດ “ອັນຈຳກັດ​ຫຼາຍ” ສຳ​ລັບ​ພວກຄົນ​ເຂົ້າ​ເມືອງ​ທີ່​ຈະ​ໄດ້​ຮັບ​ການ​ລີ້​ໄພ​ຢູ່​ໃນ​ສະ​ຫະ​ລັດ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG