ເອກອັກຄະລັດຖະທູດ ສະຫະລັດ ປະຈຳ ຣັດເຊຍ ຄົນໃໝ່ ທ່ານ ຈອນ ຊັລລີວານ ໄດ້ພົບປະກັບຄູ່ຮ່ວມຕຳແໜ່ງຂອງທ່ານຈາກ ຣັດເຊຍ, ທ່ານ ອານາໂຕລີ ແອນໂຕນອຟ ໃນນະຄອນຫຼວງ ວໍຊິງຕັນ.
ສະຖານທູດ ຣັດເຊຍ ໄດ້ກ່າວໃນຖະແຫຼງການສະບັບນຶ່ງລຸນຫຼັງການພົບປະກັນໃນວັນທີ 30 ທັນວາທີ່ຜ່ານມາວ່າ “ທັງສອງຝ່າຍໄດ້ແລກປ່ຽນວິໄສທັດ ກ່ຽວກັບ ສະຖານະພາບໃນປັດຈຸບັນ ແລະ ການຄາດຫວັງທີ່ຈະພັດທະນາສາຍພົວພັນຂອງ ຣັດເຊຍ ແລະ ສະຫະລັດ ໃນອະນາຄົດ.”
ທ່ານ ຊັລລີວານ, ຜູ້ທີ່ໄດ້ຮັບໃຊ້ໜ້າທີ່ໃນລັດຖະບານສອງໄໝທີ່ຜ່ານມາ ແລະ ໄດ້ເປັນພັນທະມິດທີ່ໃກ້ຊິດຂອງລັດຖະມົນຕີການຕ່າງປະເທດ ທ່ານ ໄມຄ໌ ພອມພຽວ ນັ້ນ, ໄດ້ຮັບການຢືນຢັນໂດຍສະພາສູງໃນວັນທີ 12 ທັນວາທີ່ຜ່ານມາ. ທ່ານໄດ້ສາບານຕົນເຂົ້າຮັບຕຳແໜ່ງໃນວັນທີ 23 ທັນວາ.
ທ່ານ ຊັລລີວານ, ໃນຖານະເປັນຮອງລັດຖະມົນຕີການຕ່າງປະເທດໃນລັດຖະບານຂອງປະທານາທິບໍດີ ດໍໂນລ ທຣຳ ນັ້ນ, ໄດ້ມີສ່ວນຮ່ວມໃນການພັດທະນານະໂຍບາຍ ສະຫະລັດ ກ່ຽວກັບ ຣັດເຊຍ, ນຳໜ້າການເຈລະຈາປາບປາມລັດທິກໍ່ການຮ້າຍກັບ ມົສກູ ໃນເດືອນກໍລະກົດທີຜ່ານມາ, ແລະ ໄດ້ມີສ່ວນຮ່ວມໃນການເລີ່ມຄືນການເຈລະຈາ ກ່ຽວກັບ ບັນຫາຄວາມປອດໄພຢ່າງກວ້າງຂວາງ.
ທ່ານຍັງໄດ້ເປັນລັດຖະມົນຕີວ່າການກະຊວງການຕ່າງປະເທດໄລຍະສັ້ນເຊັ່ນກັນ ລຸນຫຼັງການລາອອກຈາກຕຳແໜ່ງຂອງທ່ານ ເຣັກສ໌ ທິລເລີສັນ ໃນລະດູບານໃໝ່ຂອງປີ 2018. ໃນຖານະເປັນເອກອັກຄະລັດຖະທູດນັ້ນ, ທ່ານ ຊັລລີວານ ໄດ້ສືບທອດຕຳແໜ່ງຂອງທ່ານ ຈອນ ຮັ້ນສແມນ ຈູເນຍ, ຜູ້ທີ່ໄດ້ລາອອກໃນເດືອນສິງຫາທີ່ຜ່ານມາ.
ໃນລະຫວ່າງໃຫ້ການຢືນຢັນຕຳແໜ່ງຂອງທ່ານໃນເດືອນທັນວານັ້ນ, ທ່ານ ຊັລລີວານ ໄດ້ກ່າວວ່າ “ສາຍພົວພັນຂອງພວກເຮົາກັບ ຣັດເຊຍ ໄດ້ໄປຮອດຈຸດເສື່ອມເສຍຫຼັງຈາກສົງຄາມເຢັນ”, ແລະ ໄດ້ໄລ່ຕົວຢ່າງຫຼາຍອັນ ກ່ຽວກັບ “ການກະທຳທີ່ອັນຕະລາຍຂອງ ຣັດເຊຍ” ທີ່ໄດ້ເຮັດໃຫ້ສາຍພົວພັນຕຶງຄຽດ.
ໃນນັ້ນທ່ານໄດ້ກ່າວວ່າມີ “ການພະຍາຍາມທີ່ຈະແຊກແຊງໃນການເລືອກຕັ້ງຂອງພວກເຮົາ ແລະ ພັນທະມິດຂອງພວກເຮົາ, ລ່ວງລະເມີດຄວາມເອກະພາບຂອງເຂດແດນ ແລະ ອຳນາດອະທິປະໄຕຂອງ ຢູເຄຣນ ແລະ ປະເທດ ຈໍເຈຍ, ໃຊ້ອາວຸດທຳລາຍລ້າງໃນການພະຍາຍາມທີ່ຈະລອບສັງຫານປະຊາຊົນຂອງເຂົາເຈົ້າໃນຕ່າງປະເທດ, ລະເມີດສົນທິສັນຍາກຳລັງນິວເຄລຍໄລຍະປານກາງ, ແລະ ລະເມີດສິດທິມະນຸດພື້ນຖານຕໍ່ປະຊາຊົນຂອງເຂົາເຈົ້າ.”
ແນວໃດກໍຕາມ, ທ່ານໄດ້ກ່າວຕື່ມວ່າ, “ຄວາມຈຳເປັນສຳລັບການພົວພັນດ້ານວິຊາການກັບ ຣັດເຊຍ ແມ່ນສຳຄັນຕໍ່ຜົນປະໂຫຍດຂອງປະເທດຂອງພວກເຮົາຄືທີ່ເຄີຍເປັນມາ.”
ອ່ານຂ່າວນີ້ເປັນພາສາອັງກິດ