ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທູດສະຫະລັດຄົນໃໝ່ ປະຈໍາ ສປປ ລາວ ສາບານໂຕ ເຂົ້າຮັບຕໍາແໜ່ງ


ພິທີສາບານໂຕເຂົ້າຮັບຕໍາແໝ່ງ ຂອງ ທ່ານ Daniel A Clune ໃນຖານະ ເອກອັກຄະລັດຖະທູດສະຫະລັດ ຜູ້ມີອໍານາດເຕັມ ປະຈໍາ ສປປ ລາວ ຢູ່ກະຊວງການຕ່າງເທດສະຫະລັດ ທີ່ກຸງວໍຊິງຕັນ, ວັນທີ 27 ສິງຫາ 2013.
ພິທີສາບານໂຕເຂົ້າຮັບຕໍາແໝ່ງ ຂອງ ທ່ານ Daniel A Clune ໃນຖານະ ເອກອັກຄະລັດຖະທູດສະຫະລັດ ຜູ້ມີອໍານາດເຕັມ ປະຈໍາ ສປປ ລາວ ຢູ່ກະຊວງການຕ່າງເທດສະຫະລັດ ທີ່ກຸງວໍຊິງຕັນ, ວັນທີ 27 ສິງຫາ 2013.
ເອກ​ອັກ​ຄະ​ລັດ​ຖະ​ທູດ ສະ​ຫະ​ລັດ ຄົນໃໝ່ ປະ​ຈຳ ສ​ປ​ປ ລາວ
ສາບານ​ໂຕ​ເຂົ້າ​ຮັບ​ຕໍາ​ແໜ່​ງ.

ຫລັງ​ຈາກທີ່ໄດ້ຖືກ​ແຕ່ງ​ຕັ້ງໂດຍ​ປະທານາທິບໍດີ ບາຣັກ ​ໂອ​ບາ​
ມາ ​ແລະ​ໄດ້​ຖືກ​ຮັບຮອງ​ເອົາ ຈາກສະ​ພາ​ສູງ​ສະຫະລັດ​ແລ້ວ
ທ່ານ Daniel A. Clune ກໍ​ໄດ້ ສາບານໂຕເຂົ້າຮັບຕໍາແໜ່ງ ​ເປັນເອກອັກຄະລັດຖະທູດສະ​ຫະລັດ ຜູ້ມີອຳນາດເຕັມປະ​ຈຳ
ສ​ປ​ປ ລາວ ຢ່າງ​ເປັນ​ທາງ​ການ ໃນ​ຕອນ​ບ່າຍ​ຂອງວັນທີ 27
ສິງຫາຜ່ານ​ມາ​ນີ້ ຢູ່ກະຊວງຕ່າງປະເທດ ທີ່ນະຄອນຫລວງ
ວໍຊິງຕັນ ໂດຍມີທ່ານນາງ Kerri-ann Jones ຮອງລັດຖະ
ມົນຕີຕ່າງປະເທດ ເປັນ​ຜູ້ປະ​ກອບພິ​ທີ.

​ທ່ານນ​າງ Judith Clune ພັນ​ລະ​ຍາ​ທ່ານເອກອັກຄະລັດຖະທູດ ​ໄດ້ເຂົ້າ​ຮ່ວມ​ເປັນ​ສັກຂີ
​ພິຍານ​ໃນ​ພິທີ​ດັ່ງກ່າວ ພ້ອມ​ດ້ວຍ​ບັນ​ດາ​ລູກ​ສາວ ແລະ​ລູກ​ເຂີຍ. ນອກ​ນັ້ນ ​ກໍ​ມີ ເອກ​ອັກ
ຄະ​ລັດ​ຖະ​ທູດ ສ​ປ​ປ ລາວ ​ປະ​ຈຳສະ​ຫະ​ລັດ ທ່ານ ແສງ ສຸ​ຂະ​ທິ​ວົງ ພ້ອມ​ດ້ວຍພັນ​ລະ​ຍາ
ທ່ານ​ນາງສົມ​ດີ ​ແລະທ່ານ ເຮືອນແກ້ວ ສັງສົມສັກ ເລຂາໂທປະ​ຈໍາ​ສະຖານທູດລາວ
ພ້ອມ​ທັງບັນດາເຈົ້າໜ້າທີ່ກະຊວງການຕ່າງປະເທດ ​ ເພື່ອນຝູງ ແລະແຂກຜູ້ມີກຽດເກືອບ
ຮ້ອຍ ຄົນ.

ທ່ານ Daniel A. Clune ​ເປັນ​ນັກ​ການ​ທູດ​ອາຊີບ ມີ​ອາຍຸ 64 ປີ ​ໄດ້​ເລີ້ມ​ເຂົ້າ​ຮັບ​ລັດຖະ
​ການຢູ່ກະ​ຊວງ​ຕ່າງ​ປະ​ເທດ ໃນ​ປີ 1985 ແລະ​ໄດ້​ໄປ​ປ​ະຈໍ​າກ​ານ​ຢູ່ ສະ​ຖານ​ທູດສະ​ຫະ
​ລັດ ທີ່​ນະ​ຄອນຫລວງ Lima ປະ​ເທດ Peru ແລະ​ນະ​ຄອນ ຫລວງ Jakarta ປະ​ເທດ
Indonesia ແລະໄດ້​ຮັບ​ໜ້າ​ທີ່​ຫລາຍໆ​ຕໍາແໜ່ງຢູ່ ກະຊວງການຕ່າງປະເທດ. ໃນປີ
2000 ຫາ 2002 ທ່ານ Clune ໄດ້ຖືກ​ສົ່ງ​ໄປເປັນອຸບ​ປະ​ທູດ ຢູ່ສະຖານທູດສະຫະລັດ
ປະຈຳ Nassau ທີ່ເກາະ Bahamas. ໃນປີ 2007 ຫາ 2010 ໄດ້ຮັບຕໍາ​ແໜ່ງເປັນ
ຮອງເອກອັກຄະລັດ ຖະທູດ ປະ​ຈໍາສະຖານທູດສະຫະລັດ ທີ່ Canberra ປະເທດ
ອອສເຕຣເລຍ. ​ພັນ​ລະ​ຍາ​ຂອງທ່ານ Clune ທ່ານນາງ Judy Clune ​ເປັນນັກແຕ້ມ
ແລະມີ ລູກສາວສາມຄົນ.
ທ່ານແສງ ສຸຂະທິວົງ ເອກອັກຄະລັດທູດລາວ ປະຈໍາສະຫະລັດ ມີຄວາມເຫັນໃນງານລ້ຽງສົ່ງ ທ່ານທູດ Dan Clune(ນັ່ງປິ່ນໜ້າມາ) ພ້ອມກັບລ້ຽງຕ້ອນຮັບການກັບຄືນມາຈາກລາວ ຂອງທ່ານທູດ Karen Stewart (ເສື້ອແດງ).
ທ່ານແສງ ສຸຂະທິວົງ ເອກອັກຄະລັດທູດລາວ ປະຈໍາສະຫະລັດ ມີຄວາມເຫັນໃນງານລ້ຽງສົ່ງ ທ່ານທູດ Dan Clune(ນັ່ງປິ່ນໜ້າມາ) ພ້ອມກັບລ້ຽງຕ້ອນຮັບການກັບຄືນມາຈາກລາວ ຂອງທ່ານທູດ Karen Stewart (ເສື້ອແດງ).

ເມື່ອ​ຄືນ​ວັນ​ພະຫັດ ທີ 29 ສິງຫາ​ຜ່ານ​ມາ​ນີ້ ​ທ່ານ​ແສງ ສຸຂະ​ທິວົງ
ເອກ​ອັກຄະ​ລັດ​ຖະທູດລາວ​ປະ​ຈໍາ​ສະຫະລັດ ພ້ອມ​ພັນ​ລະ​ຍາ ກໍ​
ໄດ້​ເປັນ​ເຈົ້າ​ພາບ​ຈັດ​ງານ​ລ້ຽງ​ສົ່ງທ່ານ Clune ຜູ້​ທີ່​ຈະ​ໄປ​ຮັບ​ຕໍາ
ແ​ໜ່ງ​ເອກອັກຄະ​ລັດຖະທູດໃໝ່​ປະ​ຈໍາ ສປປ ລາວ​ນັ້ນ ພ້ອມກັບ
​ຕ້ອນຮັບ​ທ່ານ​ນາງ Karen Stewart ເອກ​ອັກຄະ​ລັດຖະທູດ​ຜູ້​
ເກົ່າທີ່​ຫາ​ກໍ​ກັບ​ຄືນ​ມາ ​ໂດຍ​ມີ​ແຂກ​ຮັບ​ເຊີນ ທັງ​ລາວ​ແລະ​ອາ​ເມ
ຣິກັນ ປະມານ 25 ຄົນ. ທ່ານ​ແສງ​ໄດ້ກ່າວຂອບ​ໃຈ​ທ່ານ​ທູດ
Karen ທີ່​ໄດ້ປະຕິບັດໜ້າ​ທີ່​ຂອງ​ເພິ່ນ​ຢ່າງ​ໂດດ​ເດ່​ນ ​ໂດຍໄດ້
ຍົກ​ລະດັບ​ສາຍ​ພົວພັນລະຫວ່າງ​ລາວ​ກັບ​ສະຫະລັດ​ໃຫ້​ສູງ​ຂຶ້ນ​
ຜ່ານ​ການຮ່ວມມື​ກັນແລະການ​ຊ່ວຍ​ເຫລືອ​ຂອງ​ສະຫະລັດ​ໃຫ້
​ແກ່​ລາວ ທີ່​ໄດ້​ເພີ່​ມທະວີ​ຫລາຍ​ຂຶ້ນ​ນັ້ນ.

ພ້ອມ​ດຽວ​ກັນ ທ່ານ​ກໍ​ໄດ້​ອ່ວຍ​ໄຊໃຫ້​ທ່ານ​ທູດ Clune ຈົ່ງ​ປະສົບ​ຜົນ​ສໍາ​ເລັດ​ໃນ​ການ​
ປະຕິບັດ​ໜ້າ​ທີ່​ຂອງ​ທ່ານ ​ໃນ​ການ​ເສີມ​ສ້າງ​ສາຍ​ພົວພັນ ສະຫະລັດ-ລາວ ​ໃຫ້​ມີ​ຄວາມ
ແໜ້ນ​ແຟ້ນຍິ່ງ​ຂຶ້ນ.
ສ່ວນນຶ່ງຂອງບັນດາແຂກ ທີ່ໄປຮ່ວມໃນງານລ້ຽງຮັບຮອງ ທີ່ສະຖານທູດລາວ ໃນນະຄອນຫລວງວໍຊິງຕັນ.(ຄລິກຮູບເພື່ອຂະຫຍາຍໃຫຍ່)
ສ່ວນນຶ່ງຂອງບັນດາແຂກ ທີ່ໄປຮ່ວມໃນງານລ້ຽງຮັບຮອງ ທີ່ສະຖານທູດລາວ ໃນນະຄອນຫລວງວໍຊິງຕັນ.(ຄລິກຮູບເພື່ອຂະຫຍາຍໃຫຍ່)

ທ່ານ​ທູດ Clune ມີ​ກໍານົດເດີນທາງ​ໄປ​ເຖິງ​ນະຄອນຫລວງ​ວຽງ​ຈັນ ​
ໃນ​ກາງ​ເດືອນ​ໜ້າ​ນີ້ ​ເພື່​ອເຂົ້າ​ຮັບ​ຕໍາ​ແໜ່​ງຂອງ​ທ່ານ​ ໃນ​ຖານະ​
ເອກ​ອັກຄະ​ລັດຖະທູດ​ຄົນ​ໃໝ່​ຂອງ​ສະຫະລັດ ປະຈໍາ ສປປ ລາວ. ​
ໃນ​ອາທິດ​ນີ້ ທ່ານ Clune ຍັງ​ໄດ້​ໃຫ້ສໍາພາດ​ກັບ​ວີ​ໂອ​ເອ ພາກ​
ພາສາລາວ ຊຶ່ງ​ເຮົາ​ຈະ​ນໍາ​ເອົາ​ລາຍ​ລະອຽດ​ມາສະ​ເໜີ​ທ່ານໃນ​
ໂອກາດ​ຕໍ່​ໄປ. ​
XS
SM
MD
LG