ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຢູ​ເຄຣນປະ​ເຊີນ​ໜ້າ ​ກັບບັນຫາຮ້າຍແຮງ ທາງດ້ານ​ເສດຖະກິດ (​ສະ​ໄລ​ດ໌/ວີດີໂອ)


Western World Scrambles To Stabilize Ukraine
please wait

No media source currently available

0:00 0:02:54 0:00
ລິງໂດຍກົງ
ປະທານາທິບໍດີຊົ່ວຄາ​ວຂອງຢູ​ເຄຣນ ກ່າວ​ວ່າ ​ປະ​ເທດ​ຂອງ
ທ່ານ ພວມປະ​ເຊີນ​ໜ້າ​ກັບບັນຫາຮ້າຍແຮງທາງດ້ານ​ເສດ
ຖະກິດ​ ທີ່​ໄດ້​ເລີ້ມ​ມີ​ມາ​ກ່ອນ​ການ​ປະ​ທ້ວງ​ ຢູ່​ຕາມຖະໜົນ​
ຫົນທາງ ທີ່​ນໍາພາ​ໄປ​ສູ່​ການຂັບ​ໄລ່ ປະທານາທິບໍດີ Viktor
Yanukovych.

ປະທານາທິບໍດີຮັກສາການຊົ່ວຄາວ ທ່ານ Oleksandr
Turchynov ກ່າວ​ວ່າ ປະ​ເທດຢູເຄຣນພວມຢູ່​ໃນ​ສະພາບ
​ເສດຖະກິດ​ຕົກ​ຕໍ່າ​ທີ່​ສຸດ ​ເຖິງ​ແມ່ນໃນ​ຂະນະ​ທີ່ເສດຖະກິດ
​ຂອງຫຼາຍໆປະເທດໃນໂລກ ກໍາລັງ​ພາກັນ​ກ້າວໜ້າ.

ກະຊວງ​ການ​ເງິນຢູ​ເຄຣນ ກ່າວ​ໃນ​ວັນ​ຈັນ​ວານ​ນີ້​ວ່າ ຕົນ​ຕ້ອງການເງິນ 35 ພັນ​ລ້ານ​ໂດ​ລາ
ເພື່ອຈະ​ຢູ່ລອດ​ຊີວິດໃນ​ປີ​ນີ້ແລະປີໜ້າ ​ແລະມີຄວາມຕ້ອງການ​ເງິນ​ຈໍານວນ​ນຶ່ງ​ສໍາ​ລັບ​ອາ
ທິດ​ໜ້າ​ຫລືສອງ​ອາທິດຕໍ່ໄປ. ລັດຖະບານ​ຊົ່ວຄາວຫວັງວ່າ ​ຈະໄດ້ຮັບການຊ່ວຍເຫຼືອທາງ
ດ້ານການເງິນຈາກສະຫະລັດ ​ແລະ ສະຫະ​ພາບຢູ​ໂຣບໂດຍທີ່ອົງການກອງ​ທຶນ​ສາກົນ
ອາດ​ຈະເປັນຜູ້ຈັດການກ່ຽວກັບໂຄງການ​ໃຫ້ ການ​ຊ່ວຍ​ເຫລື​ອ​ນີ້.

ສາດສະດາຈານ ການ​ເງິນ ທ່ານ Art Durnev ຢູ່ທີ່ມະຫາວິທະຍາ​ໄລ IOWA ໃນສະຫະລັດ
​ເປັນ​ຄົນ​ທີ່​ເກີດ​ຢູ່ປະ​ເທດຣັດ​ເຊຍ ​ແລະໄດ້​ຕິດຕາມເບິ່ງຄວາມວຸ້ນ ວາຍໃນຢູເຄຣນ ​ຢ່າງ​ໃກ້
ຊິດນັ້ນ ກ່າວ​ຕໍ່ວີ​ໂອ​ເອວ່າ ​ເສດຖະກິດ ຂອງຢູ​ເຄຣນ ແມ່ນ “​ຫຍຸ້ງຍາກສັບສົນ​ໃນ​ປັດຈຸບັນນີ້”
​ແລະ​ໄດ້​ຖິ້ມໂທດ​ໃສ່ການ​ສໍ້​ລາດ​ບັງ ຫຼວງຂອງລັດຖະບານ.

ລັດຖະມົນຕີການ​ເງິນສະຫະລັດ ທ່ານ Jacob Lew ກ່າວ​ວ່າ ​ໄດ້​ມີການສະ ໜັບສະໜຸນຢ່າງ
ກວ້າງຂວາງຈາກບັນດາ​ຜູ້​ນໍາ ທີ່​ກອງ​ປະຊຸມຂອງກຸ່ມ G-20 ເມື່ອທ້າຍສັບປະດາຜ່ານມານີ້ ກ່ຽວກັບການໃຫ້ຄວາມຊ່ວຍເຫລືອຂອງອົງການ ກອງທຶນສາກົນ IMF ​ແຕ່ຫລັງ​ໄດ້ມີການຈັດ​ຕັ້ງລັດຖະບານຂ້າມ​ຜ່ານ ຂອງຢູ ເຄຣນໂດຍສະພາ​ແຫ່ງ​ຊາດແລ້ວ.

ທ່ານໄດ້ກ່າວຢໍ້າເຖິງຄວາມຈຳເປັນ​ທີ່ຢູ​ເຄຣນ ຕ້ອງໄດ້ທຳ​ການ​ປະຕິ​ຮູບລັດຖະບານ.​

ພາບ​ຄວາມ​ລ່ຳ​ລວຍ ຂອງ ອະ​ດີປະ​ທາ​ນາ​ທິ​ບໍ​ດີ Viktor Yanukovych:

XS
SM
MD
LG