ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຜູ້ບັນຊາການຄົນທີ 17 ເຂົ້າຮັບຕຳແໜ່ງ ໃນສົງຄາມ ທີ່ຍາວນານທີ່ສຸດຂອງ ອາເມຣິກາ


ນາຍພົນກອງທັບບົກ ສະຫະລັດ ທ່ານ ອອສຕິນ ມິລເລີ ກ່າວຄຳປາໄສ ໃນລະຫວ່າງພິທີປ່ຽນແປງການບັນຊາການ ທີ່ສຳນັກງານໃຫຍ່ກອງກຳລັງເດັດດ່ຽວ ໃນນະຄອນຫຼວງ ກາບູລ, ອັຟການິສຖານ. 2 ກັນຍາ, 2018.
ນາຍພົນກອງທັບບົກ ສະຫະລັດ ທ່ານ ອອສຕິນ ມິລເລີ ກ່າວຄຳປາໄສ ໃນລະຫວ່າງພິທີປ່ຽນແປງການບັນຊາການ ທີ່ສຳນັກງານໃຫຍ່ກອງກຳລັງເດັດດ່ຽວ ໃນນະຄອນຫຼວງ ກາບູລ, ອັຟການິສຖານ. 2 ກັນຍາ, 2018.

ຜູ້ບັນຊາການຄົນທີ 17 ທິີ່ຈະນຳພາກອງກຳລັງຂອງອົງການ ເນໂຕ ແລະ ສະຫະລັດ
ໃນປະເທດ ອັຟການິສຖານ ໃນອັນທີ່ຈະກາຍເປັນສົງຄາມທີ່ຍາວນານທີ່ສຸດຂອງ ອາ
ເມຣິກາ ນັ້ນ ໄດ້ເຂົ້າຮັບຕຳແໜ່ງໃນພິທີປ່ຽນການບັນຊາການ ທີ່ນະຄອນຫຼວງ ກາບູລ
ໃນຕອນເຊົ້າຂອງວັນອາທິດມື້ນີ້.

ນາຍພົນ ອອສຕິນ ສກັອດ ມິລເລີ ຈາກກອງທັບບົກ ສະຫະລັດ ໄດ້ເຂົ້າຮັບຕຳແໜ່ງ
ໃນເວລາທີ່ ອັຟການິສຖານ ໄດ້ປະສົບກັບຄວາມຫວັງ, ຄວາມຢ້ານກົວ ແລະ ຄວາມ
ບໍ່ແນ່ນອນພ້ອມກັນ.

ການຢຸດຍິງຄັ້ງເປັນທຳອິດ ລະຫວ່າງ ຝ່າຍຕ່າງໆຂອງສົງຄາມ ໃນລະຫວ່າງບຸນສັກ
ສິດຂອງຊາວມຸສລິມ ອີດ ອາລ ຟິດເທີ (Eid-al-Fitr) ໃນເດືອນມິຖຸນາທີ່ຜ່ານມາ, ລຸນ
ຫຼັງການພົວພັນໂດຍກົງລະຫວ່າງ ພວກຕາລີບານ ກັບ ບັນດາເຈົ້າໜ້າທີ່ ສະຫະລັດ
ໃນປະເທດ ກາຕ້າ ນັ້ນ, ໄດ້ສ້າງຄວາມຫວັງຕ່າງໆວ່າ ການເລີ່ມຕົ້ນຂອງການເຈລະຈາ
ຕ່າງໆກັບພວກ ຕາລີບານ ສຳລັບການຍຸຕິຄວາມຂັດແຍ້ງທາງການເມືອງທີ່ແກ່ຍາວມາ
ໄດ້ 17 ປີແລ້ວນັ້ນ ອາດໃກ້ຈະເກີດຂຶ້ນ.

ຄວາມຫວັງດັ່ງກ່າວນັ້ນ ໄດ້ພັງລົງໃນເດືອນແລ້ວນີ້ ເມື່ອພວກ ຕາລີບານ ບໍ່ສາມາດທີ່
ຈະຕອບສະໜອງຂໍ້ສະເໜີຂອງປະທານາທິບໍດີ ອາສຣັຟ ການີ ສຳລັບການຢຸດຍິງຄັ້ງ
ທີສອງ ໃນລະຫວ່າງບຸນສັກສິດ ອີດ-ອາລ-ອາດາ (Eid-al-Adha).

ນາຍພົນ ຈອນ ນິໂຄລສັນ, ຜູ້ທີ່ໃກ້ຈະພົ້ນຈາກການດຳລົງຕຳແໜ່ງ, ໄດ້ລະບຸວ່າ ການ
ຕັດສິນໃຈຂອງພວກຕາລີບານ ອາດໄດ້ຮັບແຮງຊັກຈູງຈາກຜູ້ໜູນຫຼັງຕ່າງປະເທດຂອງ
ພວກເຂົາ.

ທ່ານໄດ້ກ່າວໃນລະຫວ່າງການກ່າວຄຳປາໄສໃນພິທີວ່າ “ຂ້າພະເຈົ້າເຊື່ອວ່າ ພວກຕາ
ລີບານບາງຄົນກໍຢາກມີຄວາມສະຫງົບເຊັ່ນກັນ, ແຕ່ພວກເຂົາໄດ້ຖືກຜັກດັນໃຫ້ຕໍ່ສູ້ຕໍ່
ໄປ.” ທ່ານຍັງໄດ້ຖາມເຖິງຄວາມຮັກຊາດຂອງພວກຕາລີບານດ້ວຍ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG