ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ດຳລັດ​ ສະບັບ​ໃໝ່​ ຂອງ​ ປະທານາທິບໍດີ ທຣຳ ຢຸດອອກວີຊ່າ ຊົ່ວຄາວ ໃຫ້ແກ່ 6 ປະ​ເທດ


New Presidential Order Halts Visas from 6 Countries
please wait

No media source currently available

0:00 0:01:45 0:00

ດຳ​ລັດສະບັບ​ໃໝ່​ຂອງ​ປະທານາທິບໍດີ ​ທີ່ໂຈະ​ການ​ອອກ​ວີ​ຊ່າ​ໃໝ່​ເປັນ​ການ​ຊົ່ວຄາວ ​
ໃຫ້​ແກ່​ພວກເດີນທາງ ຈາກ 6 ປະ​ເທດ ​ຊຶ່ງ​ຈະ​ເລີ່ມ​ມີ​ຜົນ​ບັງຄັບ​ໃຊ້ ​ໃນ​ວັນ​ທີ 16 ມີນາ ​
ແທນດຳ​ລັດສະບັບ​ກ່ອນ ທີ່ເປັນບັນຫາ​ໂຕ້​ແຍ້​ງ ທີ່ວ່າພວກ​ນັກ​ທ່ອງ​ທ່ຽວ ​ຈາກ​ບັນດາ​
ປະ​ເທດ​ທັງ 6 ​ແລະ ປະ​ເທດທີ 7 ​ແມ່ນ ອີຣັກ ​ໄດ້​ຖືກ​ຫ້າມບໍ່​ໃຫ້ເດີນທາງເຂົ້າ​ມາ
ໃນ​ສະຫະລັດ. Steve Harman ຫົວໜ້າ​ຫ້ອງການຂ່າວ​ວີ​ໂອ​ເອປະຈຳທຳນຽບຂາວ
ມີ​ລາຍ​ງານກ່ຽວ​ກັບ​ເລື່ອງ​ນີ້ ຊຶ່ງ​ວັນນະ​ສອນ ຈະ​ນຳ​ເອົາ​ລະອຽດມາສະ​ເໜີ​ທ່ານ
​ໃນ​ອັນ​ດັບ​ຕໍ່​ໄປ.

​ໃນ​ວັນ​ຈັນ​ຜ່ານ​ມາ​ນີ້ ປະທານາທິບໍດີ​ສະຫະລັດ ທ່ານ Donald Trump ​ໄດ້​ແກ້​ໄຂດຳລັດ
​ສະບັບເກົ່າ ທີ່​ອອກກ່ອນ​ໜ້າ​ນີ້ ​ແລະຫ້າມ​ບໍ່​ໃຫ້​ອອກ​ວີ​ຊ່າ​ໃໝ່​ ​ໃຫ້​ແກ່​ພວກຍື່ນ​ຄຳ​ຮ້ອງ​
ຈາກປະ​ເທດ​ຕ່າງໆ ທີ່​ປະກອບ​ດ້ວຍ ອີຣ່ານ, ລີ​ເບຍ, ຊູ​ດານ, ​ໂຊ​ມາ​ເລຍ, ຊີ​ເຣຍ, ​ແລະ​
ເຢ​ເມນຊຶ່ງ​ເປັນປະ​ເທດ​ທີ່ປະຊາຊົນ​ສ່ວນ​ໃຫຍ່ ​ເປັນ​ຊາວ​ມຸສລິ​ມ.

​ໂຄສົກ​ທຳນຽບຂາວ ທ່ານ Sean Spicer ​ໄດ້ລົງ​ຮູບໃນ Twitter ​ໃນ​ອັນ​ທີ່​ທ່ານ​ເອີ້ນ​ວ່າ
​ເປັນ​ພິທີ​ລົງ​ນາມທີ່​ຫ້ອງການ​ຂອງ​ປະທານາທິບໍດີ​ຢູ່ທຳນຽບຂາວ ຊຶ່ງ​ພວກ​ພວກ​ນັກ​ຂ່າວ​
ແລະ​ຊ່າງ​ພາບບໍ່​ໄດ້​ຮັບອະນຸຍາດ​ເຂົ້າ​ໄປເປັນ​ສັກຂີ​ພິຍານ​ໃນ​ພິທີ​ລົງ​ນາມ​ດັ່ງກ່າວ.

ສະມາຊິກ 3 ທ່ານ​ໃນຄະນະ​ລັດຖະບານປະທານາທິບໍດີ​ Trump ​ໃນ​ເວລາ​ຕໍ່​ມາ​ໄດ້ໄປ​ປາກົດ​ຕົວ ​ຕໍ່ໜ້າ​ສື່​ມວນ​ຊົນ ​ເອີ້ນ​ການດຳລັດ​ທີ່​ຮັບ​ການແກ້​ໄຂ ​ສະບັບນີ້​ວ່າ ​ມີ​ຄວາມ​ຈຳ​ເປັນ​ຕໍ່​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ.

ລັດຖະມົນຕີ​ການ​ຕ່າງປະ​ເທດ ທ່ານ ​Rex Tillerson ກ່າວ​ວ່າ “ຕໍ່ພັນທະ​ມິດ ​ແລະພາຄີ​
ຂອງ​ພວກ​ເຮົາ​ ​ໃນ​ທົ່ວ​ໂລກແລ້ວ ກະລຸນາ​ເຂົ້າ​ໃຈວ່າ ດຳລັດ​ສະບັບ​ນີ້ ແມ່ນສ່ວນ​ນຶ່ງ
ໃນຄວາມ​ພະຍາຍາມ​ທີ່ກຳ​ລັງດຳ​ເນີນຢູ່​ຂອງ​ພວກ​ເຮົາ ​ເພື່ອ​ລຶບລ້າງຄວາມ​ອ່ອນ​ແອ
ທີ່ກຸ່ມ​ຫົວ​ຮຸນ​ແຮງກໍ່​ການ​ຮ້າຍ​ອິສລາມ ​ຈະສາມາດ​ສວຍ​ໃຊ້ ​ເພື່ອ​ຈຸດປະສົງ​ໃນ​ການ​ທຳ ລາຍລ້າງ​ນັ້ນ.”

ທ່ານ John Kelly ລັດຖະມົນຕີ​ຮັກສາ​ຄວາມ​ປອດ​ໄພ​ພາຍ​ໃນ ກ່າວ​ວ່າ “ບໍ່​ມີ​ຫຍັງ
ໃນດຳລັດສະບັບ​ໃໝ່​ນີ້ ຈະ​ມີ​ຜົນກະ​ທົບ​ຕໍ່​ພວກ​ທີ່​ມີ​ສິດອາ​ໄສ​ຢູ່​ສະຫະລັດຢ່າງເປັນ
ຖາ​ວອນຖືກຕ້ອງຕາ​ມກົດໝາຍ ຫຼືບໍ່ກໍໃດ​ຜູ້​ນຶ່ງ ທີ່ໄດ້​ຮັບ​ອະນຸຍາດໃຫ້​ເຂົ້າມາ​
ໃນ​ປະ​ເທດ​ຂອງ​ພວກ​ເຮົາ. ການ​ທີ່​ບໍ່​ມີ​ລະບຽບ​ຄວບ​ຄຸມ ບໍ່​ມີ​ການ​ກວດກາ​ຢ່າງ​ເຂັ້ມ​
ງວດ ​ໃນ​ການເດີນທາງ​ ແມ່ນ​ບໍ່ແມ່ນ​ສິດ​ພິ​ເສດ​ສາກົນ ໂດຍ​ສະ​ເພາະ​ໃນເວລາ​ທີ່
ຄວາມ​ໝັ້ນຄົງຂອງ​ປະ​ເທດ ກຳລັງ​ຕົກ​ຢູ່​ໃນ​ອັນຕະລາຍ​ນັ້ນ.”

ດຳລັດ​ດັ່ງກ່າວ​ນີ້ ຍັງ​ໄດ້​ໂຈະ ການ​ເຂົ້າມາ​ຕັ້ງ​ຖິ່ນ​ຖານ​ໃໝ່​ຂອງ​ພວກ​ອົບ​ພະຍົບ​ໃນ
ສະຫະລັດ ​ເປັນ​ເວລາ 120 ມື້​.

ດຳລັດ​ໂຈະ​ການເດີນທາງ ທີ່​ໄດ້​ຮັບ​ການ​ແກ້​ໄຂ​ສະບັບ​ໃໝ່​ນີ້ ​ຖືກຕຳ​ນິຕິ​ຕຽນ​ໃນ​ທັນທີ​ຈາກພວກ​ສະມາຊິກສະພາຂອງ​ພັກ Democrats ​ແລະ​ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ. ພວກ​ເຂົາ​ເຈົ້າເອີ້ນວ່າ ​ເປັນ​ການຈຳ​ແນກ​ກີດ​ກັນ​ທາງ​ດ້ານ​ເຊື້ອຊາດ​ຜິວ​ພັນ ​ແລະພາດເປົ້າໝາຍ ​ໂດຍ​ໃຫ້​ຂໍ້ສັງ​ເກດ​ວ່າກະຊວງ​ຮັກສາ​ຄວາມ​ປອດ​ໄພ​ພາຍ​ໃນ​ຂອງ​ສະຫະລັດ​ໄດ້​ສະຫຼຸບ​ວ່າ ການ​ເປັນ​ພົນລະ​ເມືອງ​ຂອງ​ປະ​ເທດ​ໃດ​ນຶ່ງ ບໍ່​ແມ່ນບັນຫາໃນການ​ຂົ່ມຂູ່​ຂອງ​ພວກກໍ່​ການ​ຮ້າຍ.

ອົງການ​ນິລະ​ໂທດ​ກຳ​ສາກົນ ກ່າວ​ວ່າ “ມັນ​ຈະ​ເລີ່​ມສ້າງ​ຄວາມ​ກຽດ​ຊັງແລະສ້າງ​ຄວາມ ​ແຕກ​ແຍກ.” ສ່ວນສະຫະພັນ​ຄຸ້ມ​ຄອງ​ສິດທິພົນລະ​ເຮືອນເສລີທິ​ປະ​ໄຕ ​ໄດ້ຂຽນ​ລົງ​ໃນ Twitter ວ່າ “ການ​ໂຈະ​ການ​ເຂົ້າ​ເມືອງ​ຂອງ​ພວກ​ມຸສລິ​ມ ອັນ​ໃໝ່​ນີ້ ​ເຖິງ​ຢ່າງ​ໃດ ກໍ​ແມ່ນ​ການ​ໂຈະ​ຕໍ່​ຊາວ​ມຸສລິ​ມ ຢູ່ດີ.”

ທ່ານ Steve Herman ນັກ​ຂ່າວ​ຂອງ VOA ກ່າວ​ວ່າ ດຳລັດ​ສະບັບ​ກ່ອນ​ທີ່​ເປັນບັນ ຫາ​ໂຕ້​ແຍ້​ງ ຍັງ​ຖືກ​ຂັດຂວາງ ​ໃນ​ຂະນະ​ທີ່​ສານ ​ຢູ່​ລັດ​ວໍ​ຊິງ​ຕັນ ໄດ້​ລົງ​ຄວາມ​ເຫັນ​ກ່ຽວ​ກັບ​ວ່າມັນ​ຜ່ານ​ການ​ທົດ​ສອບ​ທາງ​ລັດຖະທຳ​ມະນູນ​ຫຼືບໍ່.

​ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 28 ມີນາ 2024

XS
SM
MD
LG