ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີເທັກໂນໂລຈີໃໝ່ສໍາລັບໃຊ້ຂ້າ ເຊື້ອພະຍາດທີ່ຕິດຢູ່ພື້ນຜິວສິ່ງຂອງຕ່າງໆ ແລ້ວ


LogOn Disinfecting Tech - USAGM
please wait

No media source currently available

0:00 0:01:58 0:00

ມີການປະດິດສ້າງເຄື່ອງຂ້າເຊື້ອພະຍາດທີ່ມີມາແຕ່ດົນນານໄດ້ກາຍມາເປັນສິ່ງທີ່ມີຄວາມຕ້ອງການທີ່ສຸດ ໃນໄລຍະທີ່ມີການລະບາດຂອງ ພະຍາດໂຄວິດ-19

ສິ່ງປະດິດສ້າງສອງຢ່າງເພື່ອຕ້ານກັບເຊື້ອໂຣກ ທີ່ໄດ້ມີມາໄດ້ຫລາຍປີແລ້ວນັ້ນ ແມ່ນມີຄວາມຕ້ອງການສູງນັບຕັ້ງແຕ່ມີການລະບາດຂອງພະຍາດໄດ້ເລີ່ມຂຶ້ນ. Matt Dibble ໄດ້ຄົ້ນຄວ້າເບິ່ງບັນຫາດັ່ງກ່າວ ຊຶ່ງບົວສະຫວັນຈະນໍາມາສະເໜີທ່ານໃນອັນດັບຕໍ່ໄປ.

ເຖິງແມ່ນວ່າ ພະຍາດໂຄວິດ-19 ສ່ວນໃຫຍ່ແມ່ນແຜ່ຜາຍ ຍ້ອນມີອະນຸມູນ ນ້ອຍໆ ຕົກມາຈາກອາກາດກໍຕາມ ແຕ່ວ່າໂຣກລະບາດດັ່ງກ່າວ ໄດ້ຍົກເອົາຄວາມຮັບຮູ້ທີ່ສູງກ່ຽວກັບພື້ນຜິວທີ່ມີຫລາຍຄົນສໍາພັດ.

ດຣ. ໄບຣເອິນ ວິນ (Brian Wind) ມີຄວາມເປັນຫ່ວງມາແຕ່ດົນນານກ່ຽວກັບການທີ່ຜູ້ຄົນໃຊ້ບິກອັນດຽວກັນຂຽນຢູ່ໃນໂຮງໝໍ ແລະຢູ່ໃນຫ້ອງລໍຖ້າ.

ດຣ. ໄບຣເອິນ ວິນ (Brian Wind) ຫົວໜ້າບໍລິຫານ ຫລື CEO/ນັກປະດິດສ້າງຈາກບໍລິສັດ Steri-Write ກ່າວຜ່ານທາງ Skype ວ່າ:
"ພວກເຂົາເອົາບິກ ຫລືປາກກາໃສ່ຕ່ອງໂສ້ ທີ່ມີກະດານຫິ້ວ ຫລືຈາກກະຕ່າຊຶ່ງຄົນເຈັບທີ່ມີຄວາມສ່ຽງສູງຄົນອື່ນໆໄດ້ໃຊ້ແລ້ວ."

ທ່ານໄດ້ປະດິດເຄື່ອງສີດບິກອອກມາທີ່ໄດ້ຂ້າເຊື້ອບິກທີ່ໃຊ້ແລ້ວ ໂດຍແສງອູລ ຕຣາໄວໂອແລັດ ຫລື UV.

ດຣ. ວິນ ກ່າວຜ່ານSkype ອີກວ່າ:
"ມັນໄດ້ປ່ອຍ DNA ແລະ RNA ຂອງເຊື້ອແບັກທີເຣຍ ຫລືໄວຣັສທີ່ຖືກໂຈມຕີນັ້ນ ອອກມາ."

ດຣ. ວິນ ກ່າວຕໍ່ໄປຜ່ານທາງ Skype ວ່າ:
“ບິກເປື້ອນເຂົ້າໄປຢູ່ຈອມສຸດ. ທຸກໆດ້ານຂອງບິກ ແມ່ນຖືກແສງລັງສີ UVC ສາດໃສ່. ອຸປະກອນດັ່ງກ່າວຈະຍິງບິກອອກມາຄືກັບເຄື່ອງແຈກເຈ້ຍເຊັດມື.”

ຫຼັງຈາກການທົດລອງທາງຄລີນິກ… .

ດຣ. ວິນ ກ່າວຜ່ານທາງ Skype ວ່າ:
"ພວກເຂົາເຈົ້າພົບວ່າ ມັນມີປະສິດທິພາບ 99,9 ເປີເຊັນໃນການຫຼຸດຜ່ອນເຊື້ອໂຣກ ທີ່ມັກພົບເຫັນຢູ່ໃນເຄື່ອງທີ່ໃຊ້ຮ່ວມກັນເພື່ອຂຽນ."

ດຣ. ວິນ ຫວັງວ່າອຸປະກອນດັ່ງກ່າວຈະຖືກນຳໄປໃຊ້ຢູ່ໃນໂຮງຮຽນ, ສະໜາມບິນ ແລະບ່ອນໃດກໍ່ຕາມທີ່ມີການໃຊ້ປາກກາຮ່ວມກັນ.

ໃນຂະນະດຽວກັນທ່ານ ອາເລັກສ ຮໍຫວາດ (Alex Horvath) ໄດ້ສຸມສາຍຕາໃສ່ສິ່ງນໍາເຊື້ອໂຣກມາອີກອັນນຶ່ງ ຊຶ່ງກໍຄື ມືຈັບປະຕູ.

ທ່ານ ອາເລັກສ ຮໍຫວາດ (Alex Horvath) ປະທານ ແລະເປັນຜູ້ສ້າງຕັ້ງບໍລິສັດ CleanMotion ກ່າວຜ່ານທາງ Skype ວ່າ:
"ຂ້ອຍຮູ້ສຶກຂະເຫຍືອງຢູ່ຕະຫລອດ ຕອນໃດທີ່ຂ້ອຍສໍາພັດກັບມືຈັບປະຕູ, ໂດຍສະເພາະແມ່ນຢູ່ໃນຫ້ອງນໍ້າທີ່ມີດ້ວຍຄົນຫລາຍ."

ໃນຂະນະທີ່ຍັງເປັນນັກສຶກສາຢູ່ສະຖາບັນເທັກໂນໂລຈີຂອງ …….ສະຫະພັນສະວິສເຊິແລນນັ້ນ ທ່ານໄດ້ປະດິດມືຈັບປະຕູທີ່ໃຊ້ຖ່ານ ທີ່ຂ້າເຊື້ອຢູ່ໃນຕົວທຸກຄັ້ງຫລັງຈາກຖືກໃຊ້ແລ້ວ.

ທ່ານ ອາເລັກສ ຮໍຫວາດ ກ່າວຜ່ານ Skype ອີກວ່າ:
"ສະນັ້ນ ເມື່ອທ່ານສໍາພັດກັບມືຈັບປະຕູ ວົງແຫວນກໍຈະປັດເຊັດພື້ນຜິວນັ້ນ." "ມັນມີແມ່ເຫລັກຢູ່ທາງໃນຫັ້ນ."

ວົງແຫວນດັ່ງກ່າວມີຟອງນໍ້າທີ່ບັນຈຸນໍ້າຢາຂ້າເຊື້ອແບັກທີເຣຍ.

ໂດຍທີ່ມີຄວາມຮີບດ່ວນອັນໃໝ່, ຜູ້ປະດິດສ້າງກຳລັງຊອກຫາວິທີເຮັດໃຫ້ຄົນໄດ້ຢູ່ນຳກັນ, ແຕ່ກໍໃຫ້ປອດໄພຈາກການຕິດເຊື້ອພະຍາດ.

XS
SM
MD
LG