ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອັດ​ຕາ​ພາ​ສີ​ໃໝ່ ຂອງ ສ​ຫລ​ ຕໍ່​ສິນ​ຄ້າ​ຈາກ​ຈີນ ເລີ້ມມີ​ຜົນບັງ​ຄັບ​ໃຊ້​ແລ້ວ ໃນ​ມື້ນີ້


ປະ​ທາ​ນາ​ທິ​ບໍ​ດີທ​ຣຳໃຫ້​ຄຳເຫັນ ກ່ຽວ​ກັບ​ຫລາຍໆ​ເລື້ອງ ຢູ່​ຫ້ອງ​ການ Roosevelt ຂອງ​ທຳ​ນຽບ​ຂາວ ໃນ​ວັນ​ທີ 9 ພຶດ​ສະ​ພາ, 2019.
ປະ​ທາ​ນາ​ທິ​ບໍ​ດີທ​ຣຳໃຫ້​ຄຳເຫັນ ກ່ຽວ​ກັບ​ຫລາຍໆ​ເລື້ອງ ຢູ່​ຫ້ອງ​ການ Roosevelt ຂອງ​ທຳ​ນຽບ​ຂາວ ໃນ​ວັນ​ທີ 9 ພຶດ​ສະ​ພາ, 2019.

ສະ​ຫະ​ລັດ​ໄດ້​ເພີ້ມ​ອັດ​ຕາ​ພາ​ສີ​ຈາກ 10 ເປີ​ເຊັນ ຂຶ້ນ​ເປັນ 25 ເປີ​ເຊັນ ສຳ​ລັບ​ສິນ​ຄ້າ​ນຳ​ເຂົ້າຈາກ​ຈີນໃນ​ມູນ​ຄ່າ 200 ຕື້​ໂດ​ລາ.

ໃນ​ວັນ​ສຸກມື້ນີ້ ຈີນ​ເວົ້າ​ວ່າຕົນ "ມີ​ຄວາມ​ຮູ້​ສຶກ​ເສຍ​ໃຈ​ຫລາຍ" ກ່ຽວ​ກັບ​ອັດ​ຕາ​ພາ​ສີ​ທີ່​ເພີ້ມ​ຂຶ້ນນັ້ນ ແລະ​ຈະ​ເອົາ "ມາດ​ຕະ​ການ​ຕອບ​ໂຕ້​ຄືນ​ຕາມ​ທີ່​ຈຳ​ເປັນ," ໂດຍ ບໍ່​ໄດ້​ໃຫ້​ລາຍ​ລະ​ອຽດ​ຫຍັງ​ແຕ່​ຢ່າງ​ໃດ.

ການ​ຂຶ້ນ​ພາ​ສີ​ດັ່ງ​ກ່າວ​ຈະ​ມີ​ຜົນ​ບັງ​ຄັບ​ໃຊ້​ໃນຂະ​ນະ​ທີ່​ການ​ພົບ​ປະ​ເຈ​ລະ​ຈາ ລະ​ຫວ່າງທ່ານ ຫລິວ ເຫ (Liu He), ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ ກັບ​ທ່ານ ໂຣ​ເບີດ ໄລ​ໄທ​ເຊີ (Robert Lightizer), ຜູ້​ຕາງ​ໜ້າ​ທາງ​ດ້ານ​ການ​ຄ້າ​ຂອ​ງ​ສະ​ຫະ​ລັດ ຫລື USTR ແລະທ່ານ ສ​ຕີ​ເວັນ ມ​ນຸ​ສ​ຈິນ (Steven Mnuchin), ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ​ສະ​ຫະ​ລັດ ກຳ​ລັງ​ດຳ​ເນີນ​ໄປ​ຢູ່.

ໃນ​ວັນ​ພະ​ຫັດ​ວານນີ້ ພວກ​ນັກ​ເຈ​ລະ​ຈາ​ການ​ຄ້າ​ຂອງ​ສະ​ຫະ​ລັດ ແລະ​ຈີນ ໄດ້​ສິ້ນ​ສຸດ​ການເຈ​ລະ​ຈາໃນມື້​ທຳ​ອິດ​ຂອງ​ການ​ພົບ​ປະກັນ ທີ່​ຈະ​ດຳ​ເນີນ​ໄປສອງມື້ ເພື່ອ​ແນ​ໃສ່ກອບ​ກູ້​ສັນ​ຍາ​ການ​ຄ້າ ເຖິງ​ແມ່ນ​ວ່າ ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ​ ຈະໄດ້​ເວົ້າໄປ​ແລ້ວ​ວ່າ “ອັດ​ຕາ​ພາ​ສີທີ່​ໜັກໆ” ອັນ​ໃໝ່ ​ຕໍ່​ສິນ​ຄ້າ​ຈີນ​ຍັງຈະສືບ​ຕໍ່​ດຳ​ເນີນໄປຢູ່​ກໍ​ຕາມ.

ທຳ​ນຽບ​ຂາວ​ກ່າວ​ໃນ​ແລງວັນ​ພະ​ຫັດ​ວານນີ້​ວ່າ "ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ໄລໄທ​ເຊີ (Lightizer) ແລະ​ລັດ​ຖະ​ມົນຕີ ມ​ນຸ​ສ​ຈິນ (Mnuchin) ໄດ້​ພົບ​ກັບ ປະ​ທາ​ນາ​ທິ​ບໍ​ດີທ​ຣຳ ເພື່ອ​ປຶກ​ສາ​ຫາ​ລືກັນ​ກ່ຽວ​ກັບ​ການ​ເຈ​ລະ​ຈາດ້ານ​ການ​ຄ້າກັບ​ຈີນ​ທີ່​ກຳ​ລັງດຳ​ເນີນ​ໄປ​ຢູ່ນັ້ນ. ຈາກນັ້ນ ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ແລະທ່ານ​ລັດ​ຖະ​ມົນຕີ ກໍ​ໄດ້ໄປ​ຮ່ວມ​ຮັບ​ປະ​ທານ​ອາ​ຫານ​ຄ່ຳແບບ​ເຮັດ​ວຽກ​ໄປ​ພ້ອມ ກັບທ່ານ ຫລິວ ເຫ (Liu He), ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ, ແລະໄດ້ຕົກ​ລົງ​ກັນ​ວ່າ ຈະ​ສືບ​ຕໍ່​ສົນ​ທະ​ນາ​ກັນ​ ໃນ​ຕອນ​ເຊົ້າ​ມື້​ອື່ນຢູ່​ທີ່​ຫ້ອງ​ການ​ຂອງອົງ​ການ USTR."

ທ່ານ Liu He (ຂວາ), ຮອງ​ນາ​ຍົກ​ລັດຖະ​ມົນ​ຕີ​ຈນ, ທ່ານ Steven Mnuchin (ກາງ), ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ ສະ​ຫະ​ລັດ, ລົມ​ກັບ ທ່ານ Robert Lighthizer, ຜູ້​ຕາງ​ໜ້າ​ດ້ານ​ການຄ້າ​ສະ​ຫະ​ລັດ, ກ່ອນ​ຈະ​ເຂົ້າ​ພົບ​ປະ​ເຈ​ລະ​ຈາ​ກັນ ທີ່​ປັກ​ກິ່ງໃນ​ວັນ​ທີ 1 ພຶດ​ສະ​ພາ, 2019
ທ່ານ Liu He (ຂວາ), ຮອງ​ນາ​ຍົກ​ລັດຖະ​ມົນ​ຕີ​ຈນ, ທ່ານ Steven Mnuchin (ກາງ), ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ ສະ​ຫະ​ລັດ, ລົມ​ກັບ ທ່ານ Robert Lighthizer, ຜູ້​ຕາງ​ໜ້າ​ດ້ານ​ການຄ້າ​ສະ​ຫະ​ລັດ, ກ່ອນ​ຈະ​ເຂົ້າ​ພົບ​ປະ​ເຈ​ລະ​ຈາ​ກັນ ທີ່​ປັກ​ກິ່ງໃນ​ວັນ​ທີ 1 ພຶດ​ສະ​ພາ, 2019

​ທ່ານ ຫລິວ ເຫ (Liu He) ທີ່​ນຳ​ພາ​ທີມ​ງານ​ເຈ​ລະ​ຈາ​ຂອງ​ຈີນ​ເຂົ້າ​ຮ່ວມ​ການ​ເຈ​ລະ​ຈາທີ່​ຖືກ​ຂົ່ມ​ຂູ່​ວ່າ​ຈະ​ຫລົ້ມແຫລວນັ້ນ ພາຍຫຼັງ​ທີ່​ລັດ​ຖະ​ບານ​ຂອງ​ທ່ານ ທ​ຣຳ ໄດ້​ກ່າວ​ຫາ​ປັກ​ກິ່ງວ່າ ໄດ້ຢ້ອນກັບໄປຫາ​ອັນ​ເກົ່າຄືນ​ອີກ.

"ພວກ​ເຮົາ​ໃກ້​ຈະ​ຕົກ​ລົງ​ກັນ​ໄດ້​ແລ້ວ, ຈາກນັ້ນ​ ພວກ​ເຂົາ​ກໍ​ເລີ້ມ​ກັບມາເຈ​ລະ​ຈາ​ຂໍ້​ຕົກ​ລົງກັນນັ້ນ ​ຄືນ​ອີກ," ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານ​ທ​ຣຳ ທີ່​ກ່າວ​ໃນ​ວັນ​ພະ​ຫັດ​ວານນີ້ ຢູ່​ຫ້ອງ​ການໂຣ​ສ​ແວ​ລ (Roosevelt) ຂອງ​ທຳ​ນຽບ​ຂາວ.

ທ່ານປະ​ທາ​ນາ​ທິ​ບໍ​ດີກ່າວ​ເພີ້ມ​ອີກວ່າ “ມັນ​ເປັນ​ຄວາມ​ຄິດ​ຂອງ​ພວກ​ເຂົາ ​ທີ່ຢາກ​ກັບ​ຄືນ​ໄປ​ຫາ​ອັນ​ເກົ່າ​ອີກ" ແລະກັບ​ມາ​ເຈ​ລະ​ຈາ​ຄືນ ກ່ອນ​ຈະ​ຮອດວັນ​ກຳ​ນົດຂຶ້ນ​ອັດ​ຕາ​ພາ​ສີ​ເພີ້ມ​ອີກ ໃນ​ວັນ​ສຸກມື້ນີ້.

ທ່ານ​ທ​ຣຳ​ເວົ້າ​ວ່າ ທ່ານ​ຍັງ​ໄດ້​ຮັບ "​ຈົດ​ໝາຍ​ທີ່ມີ​ຄວາມ​ເວົ້າ​ອັນ​ດີ​ງາມ" ຈາ​ກ​ທ່ານ​ສີ ​ທີ່​ສະ​ແດງ​ຄວາມ​ຮູ້​ສຶກອອກ​ມາ​ໃຫ້​ຮູ້ວ່າ "ມາ​ພາ​ກັນເຮັດ​ວຽກ​ຮ່ວມ​ກັນ​ເທາະ."
ທ່ານ​ທ​ຣຳ ກ່າວ​ຕໍ່​ພວກ​ນັກ​ຂ່າວ​ວ່າ ທ່ານບັງ​ເອີນ "ຄິດ​ວ່າພາ​ສີ​ສຳ​ລັບ​ປະ​ເທດ ຂອງ​ພວກ​ເຮົາ​ແມ່ນມີ​ພະ​ລັງ​ອຳ​ນາດ​ຫລາຍ," ຊຶ່ງ​ສອດ​ຄ່ອງ​ກັບມຸມມອງທີ່ທ່ານ​ໄດ້​ສະ​ແດງ​ອອກ​ມາ​ໃຫ້​ເຫັນ​ວ່າ ການ​ຂຶ້ນ​ພາ​ສີເພື່ອ​ເປັນ​ການ​ລົງ​ໂທດນັ້ນ ຈະ​ເປັນ​ສິ່ງ​ທີ່​ດີ​ສຳ​ລັບ​ເສດ​ຖະ​ກິດ​ຂອງ​ອາ​ເມ​ຣິ​ກາ.

​ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG