ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການສຶກສາໃໝ່ ໄດ້ສະແດງໃຫ້ເຫັນເຖິງ ປະເທດທັງຫຼາຍ ມອງເຫັນ ສະຫະລັດ ແລະ ຈີນ ແນວໃດ


ແຟ້ມພາບ - ທຸງຊາດຂອງ ສະຫະລັດ ແລະ ຈີນ ໄດ້ຖືກຕິດຕັ້ງໄວ້ ກ່ອນໜ້າກອງປະຊຸມລະຫວ່າງ ລັດຖະມົນຕີກະຊວງການເງິນ ທ່ານນາງ ແຈນເນັດ ຢຽວເລນ ແລະ ຮອງນາຍົກລັດຖະມົນຕີຂອງຈີນ ທ່ານ ຮີ ລີເຝິງ ໃນນະຄອນຫຼວງປັກກິ່ງ, ເມື່ອວັນທີ 8 ກໍລະກົດ 2023.
ແຟ້ມພາບ - ທຸງຊາດຂອງ ສະຫະລັດ ແລະ ຈີນ ໄດ້ຖືກຕິດຕັ້ງໄວ້ ກ່ອນໜ້າກອງປະຊຸມລະຫວ່າງ ລັດຖະມົນຕີກະຊວງການເງິນ ທ່ານນາງ ແຈນເນັດ ຢຽວເລນ ແລະ ຮອງນາຍົກລັດຖະມົນຕີຂອງຈີນ ທ່ານ ຮີ ລີເຝິງ ໃນນະຄອນຫຼວງປັກກິ່ງ, ເມື່ອວັນທີ 8 ກໍລະກົດ 2023.

ກ່ອນໜ້າກອງປະຊຸມດ້ານເສດຖະກິດຂອງບັນດາຜູ້ນຳ ເຂດເອເຊຍ-ປາຊີຟິກ ຫຼື APEC ໃນອາທິດນີ້ ຢູ່ທີ່ນະຄອນແຊນແຟຣນຊິສໂກ ບ່ອນທີ່ປະທານທານາທິບໍດີ ສະຫະບັດ ໂຈ ໄບເດັນ ແລະ ຜູ້ນຳຂອງຈີນ ສີ ຈິ້ນຜິງ ຄາດກັນວ່າ ຈະພົນປະກັນ ຊຶ່ງການສຶກສາທີ່ປຽບທຽບທັດສະນະຕ່າງໆຂອງຈີນ ແລະສະຫະລັດ ທົ່ວ 24 ປະເທດສະແດງໃຫ້ເຫັນວ່າ ທັດສະນະຂອງປະຊາຊົນກ່ຽວກັບ ວໍຊິງຕັນ ແມ່ນໄດ້ຮັບຄວາມນິຍົມຫຼາຍກວ່າປັກກິ່ງ, ໂດຍສະເພາະຢູ່ພາຍໃນປະເທດ ທີ່ມີລາຍໄດ້ສູງ ແລະປານກາງ.

ຂໍ້ມູນໃໝ່ ຂອງບົດການສຶກສາ ທີ່ໄດ້ຖືກເປີດເຜີຍໂດຍ ສູນກາງຄົ້ນຄວ້າ ພິວ (Pew Research Center) ໃນວັນຈັນວານນີ້ ທີ່ປຽບທຽບທັດສະນະທັງຫຼາຍ ທີ່ໄດ້ຖືກພິມອອກເຜີຍແຜ່ໃນເມື່ອກ່ອນ ກ່ຽວກັບສະຫະລັດ ແລະຈີນ ແລະຈຸດເດັ່ນຕ່າງໆທີ່ແຕກຕ່າງກັນໃນທົ່ວຫຼາຍກວ່າ 10 ມາດຕະການ ທີ່ລວມທັງ ຄວາມໝັ້ນໃຈໃນບັນດາຜູ້ນຳຂອງສະຫະລັດ ແລະຈີນ, ຄວາມຮັບຮູ້ເຖິງອຳນາດທາງດ້ານເສດຖະກິດຂອງພວກເຂົາເຈົ້າ ແລະອຳນາດທາງດ້ານເທັກໂນໂລຈີ.

ປະເທດທັງຫຼາຍທີ່ໄດ້ເຂົ້າຮ່ວມໃນການສຶກສາດັ່ງກ່າວ ລວມມີເສດຖະກິດທີ່ກ້າວໜ້າໃນອາເມຣິກາເໜືອ ແລະຢູໂຣບ, ພ້ອມກັນນັ້ນ ປະເທດທັງຫຼາຍໃນເອເຊຍ ປາຊີຟິກ, ອາເມຣິກາລາຕິນ ແລະອາຟຣິກາ ທີ່ມີລາຍໄດ້ປານກາງ.

ເມື່ອມັນມີເປັນເລື້ອງທັດສະນະຂອງຄວາມນິຍົມ ລະຫວ່າງສະຫະລັດ ແລະຈີນ, ການສຶກສາ ໄດ້ພົບເຫັນວ່າ ບັນດາປະເທດທີ່ມີລາຍໄດ້ສູງ ມີແນວໂນ້ມທີ່ຈະ “ອຽງໄປທາງສະຫະລັດ.” ຍີ່ປຸ່ນ ແລະເກົາຫຼີໃຕີ ນິຍົມສະຫະລັດ ກວ່າ ຈີນ ໂດຍສະເລ່ຍ 57 ເປີເຊັນ ແລະ 62 ເປີເຊັນຕາມລຳດັບ.

ມີຄວາມແຕກຕ່າງກັນພຽງເລັກນ້ອຍ ໃນທັດສະນະຂອງ​ທັງສອງປະເທດດັ່ງ ກ່າວ ໃນກຸ່ມປະເທດທີ່ມີລາຍໄດ້ປານກາງທີ່ປະເທດເຫຼົ່ານີ້ໄດ້ຖືກສຳຫຼວດ ໂດຍມີທັດສະນະ “ໃນທາງບວກໂດຍທົ່ວໄປ” ກ່ຽວກັບຈີນ ແລະສະຫະລັດ.

ຄວາມແຕກຕ່າງໃນດ້ານຄວາມເຊື່ອໝັ້ນໃນທ່ານໄບເດັນ ແລະ ທ່ານສີ ກໍພົ້ນເດັ່ນໃນປະເທດເຊັ່ນເຢຍຣະມັນ ແລະສະວີເດັນ ຢູ່ທີ່ອັ​ດຕາສະເລ່ຍ 53 ເປີເຊັນ ແລະ 64 ເປີເຊັນຕາມລຳດັບ ທີ່ໄດ້ສະແດງຄວາມໝັ້ນໃຈໃນທ່ານໄບເດັນ ຫຼາຍກວ່າທ່ານສີ. ສ່ວນຢູ່ໃນອິນໂດເນເຊຍ ແລະເຄັນຢາ ຄວາມແຕກຕ່າງຕໍ່ຜູ້ນຳທັງສອງ ແມ່ນບໍ່ເທົ່າໃດເປີເຊັນເທົ່ານັ້ນ ໂດຍທີ່ທ່ານໄບເດັນ ກໍຍັງຄົງໄດ້ຮັບຄວາມນິຍົມນຳໜ້າທ່ານສີ ພຽງເລັກນ້ອຍ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG