ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການ​ສຶກສາ ​​ຄົ້ນຄວ້າໃໝ່ ພົບວ່າ ການກວດ ໂດຍ mammogram ອາດນຳໄປສູ່ ການ​ປິ່ນ​ປົວ​ທີ່​ບໍ່​ຈຳເປັນ


ແມ່ຍິງຜູ້ນຶ່ງ ກຳລັງກວດສຸຂະພາບ ໂດຍທາງ mammogram.
ແມ່ຍິງຜູ້ນຶ່ງ ກຳລັງກວດສຸຂະພາບ ໂດຍທາງ mammogram.

ການ​ສຶກສາ​ຄົ້ນ​ຄ້ວາ​ໃໝ່ ກ່າວ​ວ່າ 1 ​ໃນ 3 ຂອງ​ພວກ​ແມ່ຍິງທີ່​ກວດ​ພົບ​ເຫັນ​ວ່າ​ເປັນ​ໂຣກ​ມະ ​ເຮັງ​ເຕົ້ານົມ ​ໂດຍ​ວິທີ mammogram ນັ້ນ ແມ່ນ​ໄດ້​ຮັບ​ການ​ປິ່ນ​ປົວ​ທີ່​ບໍ່​ຈຳເປັນໂດຍ​ທີ່ຍັງ​ສືບ​ຕໍ່ການອະພິປາຍ​ກັນ​ກ່ຽວ​ກັບບັນຫາຂອງ mammogram.

ການ​ສຶກສາ​ຂອງປະ​ເທດ​ເດນ​ມາກ ທີ່​ນຳ​ອອກ​ມາ​ເຜີຍ​ແຜ່​ໃນ​ວັນ​ຈັນ​ວານ​ນີ້ໃນວາລະສານ Annals of Internal Medicine ​ໄດ້​ກ່າວ​ວ່າ ຂໍ້ມູນ​ໃນ​ຈໍ ໄດ້​ນຳ​ໄປ​ສູ່​ຜົນສະຫຼຸບໃນ​ອັນທີ່​ເອີ້ນວ່າຮ່ອງຮອຍ​ຂອງ​ການ​ເປັນ​ພະຍາດ​ທີ່ບໍ່​ຖືກຕ້ອງ​ຢູ່​ໃນພວກ​ແມ່ຍິງ ທີ່ອາດ​ຫຼາຍ​ເຖິງ
​ນຶ່ງ​ສ່ວນ​ສາມ ຜູ້ຊຶ່ງ​ເປັນເນື້ອ​ງອກທີ່​ເກີດ​ຢ່າງ​ຊ້າໆ ທີ່​ບໍ່​ເປັນ​ຜິດ​ເປັນ​ໄພ. ການ​ສຶກສາ​ທີ່​ວ່າ​ນີ້ຍັງ​ລະບຸ​ວ່າ ການກວດ​ສອບທາງ mammogram ​ແບບທຳ​ມະ​ດາ ​ແບບ​ນີ້ ບໍ່​ໄດ້​ຮູ້​ເຖິງ​ໂຣກມະ​ເຮັງ ທີ່ຢູ່​ໃນ​ຂັ້ນ​ຮ້າຍ​ແຮງ​ແລ້ວ.

​ຫົວໜ້າ​ເຈົ້າ​ໜ້າ​ທີ່​ຝ່າຍ​ການ​ແພດ​ຂອງສະມາຄົມ​ໂຣກມະ​ເຮັງ ອາ​ເມຣິກັນ ດຣ. Otis Brawley ​ໄດ້​ກ່າວ​ວ່າ ບົດ​ບັນນາທິການ ທີ່​ກຳກັບ​ເລື່ອງ​ການ​ສຶກສາ​ຄົ້ນ​ຄ້ວາ​ນີ້ ​ໄດ້​ພົບ​ເຫັນ​ວ່າ ການກວດ​ສອບ​ນັ້ນ​ ສາມາ​ດນຳ​ໄປ​ສູ່​ ການ​ບຳບັດ ​ແບບສາຍ​ແສງຣັງສີ​ ຫລື chemotherapy ​ແລະ​ຜ່າຕັດທີ່​ບໍ່​ຈຳ​ເປັນ.

ທ່ານ​ໄດ້​ກ່າວ​ວ່າ ການ​ພົບ​ເຫັນ​ກ່ອນ ​ແລະ​ການ​ປິ່ນປົວ​ພວກ​ມະ​ເຮັງ​ທັງຫຼາຍ ນຳ​ໄປ​ສູ່ການ​ຊ່ອຍ​ຊີວິດ​ໄດ້ ​“ແຕ່ວ່າພວກ​ເຮົາ ຍັງໄດ້​ປິ່ນປົວບັນດາ​ແມ່ນ​ຍິງ ພວກ​ທີ່​ບໍ່​ຈຳ​ເປັນ ຕ້ອງ​ໄດ້​ຮັບ​ການ​ປິ່ນປົວ​ນຳ​ດ້ວຍ” ນັ້ນຄື​ຄຳ​ເວົ້າຂອງ​ທ່ານ Brawley.

ກຸ່ມ​ສຶກສາ​ຄົ້ນ​ຄ້ວາ​ດັ່ງກ່າວ ປະຈຸ​ບັນ​ນີ້ ສະ​ເໜີ​ແນະ​ໃຫ້​ຄຳ​ປຶກສາທີ່​ແຕກ​ຕ່າງ​ອອກ​ໄປ​ກ່ຽວ​
ກັບ mammogram. ສະມາ​ຄົມ​ໂຣກມະ​ເຮັງ ອາ​ເມຣິກັນ ​ແນະນຳ​ໃຫ້​ພວກ​ແມ່ຍິງ​ທັງຫຼາຍ ທຳ​ການກວດ​ສອບ mammogram ປະຈຳ​ປີ ຈາກໄວ 45 ຫາ 54 ປີ ​ແລະ​ຫລັງ​ຈາກ​ນັ້ນ ກວດ​ປີເວັ້ນປີ ​ໃນ​ຂະນະ​ທີ່ ວິທະຍາ​ໄລ ສາຍ​ແສງຣັງສີອາ​ເມຣິກັນ ​ແນະນຳ ​ໃຫ້​ທຳການ
ກວດ mammogram ປະຈຳ​ປີ ​ເລີ້ມ​ແຕ່ 40 ປີ ຂຶ້ນ​ໄປ.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

Cancer Mammograms
please wait
Embed

No media source currently available

0:00 0:00:34 0:00

XS
SM
MD
LG