ບົດສຶກສາຄົ້ນຄວ້າສະບັບໃໝ່ ໄດ້ຖິ້ມໂທດໃສ່ ການທີ່ມີພາຍຸເຮີຣິເຄນຈຳນວນຫຼາຍຜິດ
ປົກກະຕິ ໃນປີ 2017 ແມ່ນເປັນຍ້ອນອຸນຫະພູມ ຢູ່ເທິງໜ້ານ້ຳ ໃນມະຫາສະມຸດ
ແອັດແລນຕິກ ອຸ່ນຂຶ້ນ. ມັນເປັນນຶ່ງໃນການສຶກສາຄົ້ນຄວ້າ ຄັ້ງທຳ ອິດ ທີ່ສະເໜີແນະວ່າ
ໂລກທີ່ອຸ່ນຂຶ້ນຍ້ອນການຂັບດັນຂອງມະນຸດແທ້ຈິງແລ້ວ ແມ່ນເປັນສາເຫດ ເຮັດໃຫ້ມີ
ພາຍຸເຮີຣິເຄນຫຼາຍຂຶ້ນ.
ບົດສຶກສາດັ່ງກ່າວ ໄດ້ຖືກພິມເຜີຍແຜ່ ໃນສັບປະດາແລ້ວນີ້ ຢູ່ໃນວາລະສານ Science
ຫຼື ວິທະຍາສາດ ທີ່ຍັງໄດ້ຄາດຄະເນວ່າ ໃນຂະນະທີ່ຄວາມອົບອຸ່ນ ກຳລັງເພີ້ມຂຶ້ນ
ຕະຫຼອດໄລຍະ 50 ຫາ 100 ປີ ພວກເຮົາສາມາດຄາດໄດ້ວ່າ ໂດຍສະເລ່ຍ ຈະມີພາຍຸ
ເຮີຣິເຄນ ປະມານສອງຫົວຕື່ມອີກ ໃນແຕ່ລະປີ ຫຼາຍ ກວ່າທີ່ພວກເຮົາມີໃນປັດຈຸບັນນີ້.
ແລະ ບໍ່ພຽງແຕ່ວ່າ ຈະມີພາຍຸເຮີຣິເຄນຫຼາຍ ຂຶ້ນຕື່ມ ເທົ່ານັ້ນ ພວກເຮີຣິເຄນນັ້ນ ຈະມີ
ຄວາມຄວາມແຮງ ແລະປຽກຊຸ່ມຫຼາຍ ຂຶ້ນຕື່ມອີກດ້ວຍ.
ມັນເປັນເລື້ອງທຳມະດາ ໃນທຸກມື້ນີ້ ທີ່ຈະລະເວັ້ນຄວາມຄິດເຫັນ ທີ່ອ້າງເຖິງ ເຫດການ
ທາງດ້ານສະພາບອາກາດທີ່ບໍ່ໜ້າເຊື່ອ ນັ້ນ ວ່າເປັນ “ເລື້ອງທຳມະດາອັນໃໝ່.” ແຕ່
ການກ່າວອ້າງເຫຼົ່ານັ້ນ ບໍ່ໜ້າທີ່ຈະຫາເຫດຜົນໄດ້. ບັນດາ ນັກວິທະຍາສາດ ກໍຮູ້ຢູ່ວ່າ
ໂລກກຳລັງອຸ່ນຂຶ້ນກວ່າເກົ່າ ແລະພວກເຮົາສາ ມາດເວົ້າໄດ້ດ້ວຍຄວາມໝັ້ນໃຈວ່າ
ພວກມະນຸດທັງຫຼາຍ ມີສ່ວນເຮັດໃຫ້ ເກີດບັນຫານີ້. ແຕ່ພວກນັກວິທະຍາສາດ ໄດ້
ເຕືອນຢູ່ສະເໝີ ບໍ່ໃຫ້ເອົາເຫດການ ທາງສະພາບອາກາດໃດນຶ່ງ ມາເປັນເຫດຜົນ
ຕໍ່ການປ່ຽນແປງ ຂອງດິນຟ້າອາ ກາດ ໂດຍໃຫ້ການອະທິບາຍວ່າ ສະພາບອາກາດ
ແລະດິນຟ້າອາກາດ ແມ່ນສອງສິ່ງທີ່ແຕກ່ຕ່າງກັນຢ່າງສິ້ນເຊີງ. ແລະ ພວກເຂົ້າແມ່ນ
ຖືກຕ້ອງ.
ແຕ່ໂດຍມາດຕະຖານໃດໆ ຊຶ່ງໃນປີ 2017 ເປັນປີທີ່ຮ້າຍແຮງ ສຳລັບພວກຄົນທີ່ອາໄສ
ຢູ່ແຖວມະຫາສະໝຸດແອັດແລນຕິກ ແລະເຂດແຄມຝັ່ງອ່າວເມັກຊິໂກ ຂອງສະຫະລັດ.
ພາຍຸເຮີຣິເຄນ ຮາຣວີ ໄດ້ຫັນປ່ຽນແຄມຝັ່ງຂອງ ລັດ ເທັກຊັດສ່ວນນຶ່ງ ແລະ ນະຄອນ
ຮິວສຕັນ ປະສົບກັບບັນຫາກ່ຽວກັບນ້ຳ. ແລະ ພາຍຸເຮີຣິເຄນ ມາເຣຍ ໄດ້ກະທົບຕໍ່ເກາະ
ເປີໂຕ ຣີໂກ ຢ່າງໜັກ ຊຶ່ງເກາະນີ້ ຫາກໍສຳເລັດການຟື້ນຟູລະບົບໄຟຟ້າທັງໝົດໄດ້ຢ່າງ
ຄົບຖ້ວນ ໃນເດືອນສິງຫາ ປີນີ້.