ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອອສເຕຣເລຍ ບໍ່ມີລາຍງານຜູ້ຕິດ COVID-19 ພາຍໃນທ້ອງຖິ່ນ 11 ວັນລຽນຕິດ


ຕຳຫຼວດລັດ ນິວ ຊາວ ເວລສ໌ ຍ່າງຜ່ານປ້າຍທີ່ຕັ້ງຢູ່ຕໍ່ໜ້າໂຮງລະຄອນ Opera House. 31 ທັນວາ 2020. (Photo by DAVID GRAY / AFP)
ຕຳຫຼວດລັດ ນິວ ຊາວ ເວລສ໌ ຍ່າງຜ່ານປ້າຍທີ່ຕັ້ງຢູ່ຕໍ່ໜ້າໂຮງລະຄອນ Opera House. 31 ທັນວາ 2020. (Photo by DAVID GRAY / AFP)

ວັນພຸດວານນີ້ ລັດ ນິວ ຊາວ ເວລສ໌, ປະເທດ ອອສເຕຣເລຍ ໄດ້ບັນທຶກບໍ່ມີກໍລະນີຜູ້ຕິດເຊື້ອໄວຣັສ ໂຄໂຣນາ ໃນທ້ອງຖິ່ນເປັນວັນທີ 11 ຕິດຕໍ່ກັນ. ເຮັດໃຫ້ປະຊາຊົນສາມາດໃຊ້ຊີວິດຢ່າງເປັນປົກກະ ຕິຫຼາຍຂຶ້ນ ແລະ ລັດຕ່າງໆກໍໄດ້ເປີດເຂດຊາຍແດນຕໍ່ລັດ ນິວ ຊາວ ແວລສ໌ ຄືນ.

ການບໍ່ມີກໍລະນີຜູ້ຕິດເຊື້ອດັ່ງກ່າວໄດ້ເຮັດໃຫ້ມີການຫຼຸດຜ່ອນມາດຕະການຫ້າມໄວຣັສບາງຢ່າງ ໃນຂະນະທີ່ໃນທົ່ວໂລກ ມີກໍລະນີ COVID-19 ກາຍ 100 ລ້ານຄົນ.

ທ່ານນາງ ທູນວິນຸດ ຄົນລາວທີ່ອາໄສຢູ່ນະຄອນຫຼວງ ແຄນເບີຣາ, ເຊິ່ງຕັ້ງຢູ່ ຕິດກັບລັດ ນິວ ຊາວ ເວລສ໌ ໄດ້ບອກພວກເຮົາວ່າ ສະຖານະການແມ່ນດີຂຶ້ນຫຼາຍ, ການເດີນທາງໄປມາ, ແລະ ການດຳລົງຊີວິດກໍເປັນປົກກະຕິຫຼາຍຂຶ້ນ.

“ຢູ່ພີ້ບໍ່ມີຜູ້ຕິດເຊື້ອຫຼາຍວັນແລ້ວ. ແຕ່ອາດຈະມີ Case 1, 2 case ທີ່ວ່າເດີນທາງມາຈາກຕ່າງປະ ເທດ ແຕ່ວ່າເຂົາເຈົ້າກໍໄດ້ກັກໂຕຢູ່ໂຮງແຮມ. ສ່ວນວ່າການ ດຳລົງຊີວິດ, ຫຼາຍໆລັດກະຖືວ່າປົກກະ ຕິຫຼາຍເລີຍ. ຄືເອື້ອຍຢູ່ນະຄອນຫຼວງນີ້ ຄົນຕິດບໍ່ຫຼາຍ ລະກະຂໍ້ຈຳກັດ ຫຼື ກົດລະບຽບຕ່າງໆຖືວ່າເບົາບາງຫຼາຍ. ຖືວ່າໃຊ້ຊີວິດແບບປົກກະຕິ. ແຕ່ວ່າບາງລັດຍັງອາດຈະມີຂໍ້ຈຳກັດຫຼາຍຢ່າງຢູ່, ອາດຈະມີເລື່ອງຂອງການ ປ່າຕີ້ ແບບຊີ້ຫັ້ນນະ.”

ທ່ານນາງ ວໍຣະນຸດ ເວົ້າວ່າຢູ່ນະຄອນຫຼວງ ແຄນເບີຣາ ແມ່ນບໍ່ມີກໍລະນີຫຼາຍ ຕັ້ງແຕ່ຕອນເລີ່ມຕົ້ນຢູ່ແລ້ວ. ແລະ ວ່າຄົນຢູ່ທີ່ນັ້ນແມ່ນຈະລະມັດລະວັງຕົວ, ມີສະຕິຢູ່ຕະຫຼອດເວລາ ບໍ່ວ່າຈະເປັນເລື່ອງຂອງການຮັກສາຄວາມສະອາດ, ການຢູ່ຫ່າງກັນໃນສັງຄົມ. ເຊິ່ງລາວເວົ້າວ່າເຂົາເຈົ້າປະຕິບັດໄດ້ດີຫຼາຍ.

ເຖິງແມ່ນຈະຂ້ອນຂ້າງປະສົບຄວາມສຳເລັດ ໃນການຮັບມືກັບໂຣກລະບາດນັ້ນ, ເຂດຊາຍແດນລະຫວ່າງປະເທດຂອງ ອອສເຕຣເລຍ ແມ່ນມີຄວາມເປັນໄປໄດ້ ວ່າ ຈະປິດຕໍ່ປະຊາຊົນ ທີ່ບໍ່ມີສັນຊາດຂອງຕົນໄປຕະຫຼອດປີນີ້.

XS
SM
MD
LG