ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ປ. ຄົນໃໝ່ ຂອງ ອາຟຣິກາໃຕ້ ກ່າວຊົມເຊີຍ ຍຸກໃໝ່ ຂອງປະເທດ


ປະທານາທິບໍດີ​ອາ​ຟຣິກາ​ໃຕ້ ທ່ານ​ຊີຣຽວ ຣາມາ​ໂຟຊາ ​​ກ່າວຕໍ່ ສະພາແຫ່ງຊາດ ທີ່ນະຄອນເຄບທາວ ອາຟຣິກກາໃຕ້ ວັນທີ 16 ກຸມພາ, 2018.
ປະທານາທິບໍດີ​ອາ​ຟຣິກາ​ໃຕ້ ທ່ານ​ຊີຣຽວ ຣາມາ​ໂຟຊາ ​​ກ່າວຕໍ່ ສະພາແຫ່ງຊາດ ທີ່ນະຄອນເຄບທາວ ອາຟຣິກກາໃຕ້ ວັນທີ 16 ກຸມພາ, 2018.

ປະທານາທິບໍດີ​ອາ​ຟຣິກາ​ໃຕ້ ທ່ານ​ຊີຣຽວ ຣາມາ​ໂຟຊາ ​ໄດ້​ກ່າວຊົມເຊີຍ ​ມື້​ໃໝ່​ຂອງ​ປະ​ເທດຊາດ ​ແລະໃຫ້​ຄຳ​ໝັ້ນ​ສັນຍາວ່າ ຈະ​ຕໍ່ສູ້​ກັບ​ການ​ສໍ້​ລາດບັງ​ຫລວງ ຫລັງ​ຈາ​ກການ​
ລາ​ອອກ​ ​ຂອງ​ປະທານາທິບໍດີ​ຄົນ​ກ່ອນ ທ່ານ​ເຈ​ກັບ ຊູ​ມາ ຜູ້​ທີ່​ໄດ້​ຖືກ​ກ່າວ​ຫາວ່າທຳ​ການ
​ສໍ້​ລາດ​ບັງ​ຫລວງນັ້ນ.

ຢູ່​ໃນ​ຄຳປາໄສ​ກ່ຽວກັບສະພາບ​ປະ​ເທດ​ຊາດ​ເທື່ອ​ທຳ​ອິດ​ຕໍ່​ສະພາ​ໃນ​ວັນ​ສຸກ​ວານ​ນີ້ ທ່ານ
ຣາມາໂຟຊາ ​ໄດ້​ກ່າວ​ເຖິງ​ຄວາມ​ຫວັງໄປໃນແງ່​ດີ ​ແລະ​ກ່າວເຖິງວິໄສ ທັດ ​ທີ່​ຈະ​ຟື້ນ​ຟູ​ເສດຖະກິດ​ຂອງ​ປະ​ເທດ.

ທ່ານຣາມາ​ຟ​ໂຟຊາ ກ່າວ​ວ່າ “ພວກ​ເຮົາ​ຄວນ​ຈະ​ປະຄວາມຄິດໃນແງ່ລົບ​ທັງ​ໝົດ ທີ່​ໄດ້ມີ
​ມາ​ໃນ​ປະ​ເທດຂອງ​ເຮົາ ໄວ້​ເບື້ອງຫລັງພວກເຮົາ ​ເພາະວ່າຮຸ່ງ​ເຊົ້າວັນໃໝ່ ໄດ້ມາເຖິງ
ພວກ​ເຮົາ ​ແລະຮຸ່ງ​ເຊົ້າໃໝ່​ອັນ​ສົດ​ໃສ​ໄດ້​ມາ​ເຖິງແລ້ວ."

ທ່ານ​ໄດ້ສາບານ​ໂຕ​ເຂົ້າ​ຮັບ​ຕຳແໜ່​ງ​ໃນ​ວັນ​ພະຫັດ​ທີ່​ຜ່ານ​ມາ ນຶ່ງມື້ຫຼັງຈາກ​ທ່ານ ຊູ​ມາ
​ໄດ້​ຖືກ​ບັງຄັບ​ໃຫ້​ລາ​ອອກ ລຸນຫລັງ​ທີ່ພັກສະພາ​ແຫ່ງ​ຊາດ​ ຊຶ່ງເປັນພັກລັດ ຖະບານປົກ
ຄອງອາຟຣິກາໃຕ້ຂອງທ່ານ ​ໃນ​ທີ່​ສຸດ​ກໍໄດ້ຫັນຫຼັງ​ບໍ່​ໃຫ້ການສະໜັບ ສະໜູນຕໍ່​ການ​ເປັນ​ປະທານາທິບໍດີ​ ທີ່​ວຸ້ນວາຍຂ​ຂອງ​ທ່ານ.

ທ່ານ​ຊູ​ມາ​ໄດ້​ລາ​ອອກ​ດ້ວຍຄວາມ​ລັງ​ເລ​ໃຈ ຫລັງ​ຈາກ​ພັກ​ຂອງ​ທ່ານ​ໄດ້​ຂົ່ມຂູ່​ທີ່​ຈະປົດ​
ທ່ານ​ ໂດຍ​ການ​ລົງ​ຄະ​ແນນ​ສຽງ​ບໍ່​ໄວ້​ວາງໃຈຢູ່​ໃນ​ສະພາ ​ແລະໄດ້​ຕ້ອງຕິ​ວ່າ ທ່ານ​ໄດ້​
ຮັບການປະຕິບັດ “ແບບ​ບໍ່​ເປັນ​ທໍາ” ຈາກ​ພັກ.

ທ່ານຣາມາໂຟຊາ​ໄດ້​ໃຫ້​ຄຳ​ໝັ້ນ​ສັ​ຍາ​ວ່າ ຈະດຳເນີນນະໂຍບາຍທີ່ “​ແນ່ນອນ ​ແລະ​ສະ​ເໝີຕົ້ນສະເໝີປາຍ” ​ຊຶ່ງກົງກັນຂ້າມກັບ​ທ່ານຊູ​ມາ ທີ່ໄດ້ຖືກຕ້ອງຕິຢູ່ສະເໝີ ກ່ຽວກັບ
ການ​ປ່ຽນ​ແປງ​ທີ່ບໍ່ຄາດ​ຄິດ​ໃນ​ນະ​ໂຍບາຍ ​ແລະໃນຄະນະລັດຖະບານ.

ທ່ານຣາມາໂຟຊາ ກ່າວ​ວ່າ "ນີ້ິ​ເປັນ​ປີ​ທີ່​ພວກ​ເຮົາ​ຈະ​ຫັນ​ຄື້ນຟອງ ຕ້ານການ​ສໍ້​ລາດ​ບັງ
​ຫຼວງ​ ຢູ່​ໃນ​ບັນດາ​ສະ​ຖາ​ບັນ​ຂອງພວກເຮົາ. ບັນດາ​ສະ​ຖາ​ບັນ​ຍຸຕິ​ທຳ​ຕ່າງໆຈະເລີ້​ມເອົາ
ມາດຕະການຕ່າງໆ ທີ່​ຈະ​ຊ່ວຍ​ພວກ​ເຮົາ​ຮັບມື​ກັບ​ການ​ສໍ້​ລາດ​ບັງ​ຫລວງ ຢ່າງມີປະສິດ
ທິຜົນ.”

ນອກນັ້ນ ທ່ານ​ຍັງ​ກ່າວ​ວ່າ “ການ​ຕັດສິນ​ໃຈ​ທີ່ຍາກລຳບາກຕ້ອງ​ໄດ້​ເຮັດ​ເພື່ອ​ປິດ​ຊ່ອງ​ຫວ່າງໃນດ້ານງົບປະມານ ສ້າງຄວາມທຸ່ນທ່ຽງໃຫ້ແກ່​ໜີ້​ສິນ​ຂອງ​ພວກ​ເຮົາ ​ແລະ​ຟື້ນຟູ
ບໍລິສັດ​ລັດວິສາຫະກິດຂອງພວ​ກ​ເຮົາ​ໃຫ້ມີສຸຂະພາບເຂັ້ມແຂງ” ​ແລະ​ກ່າວ​ອີກ​ວ່່າ ທ່ານ
​ຈະເນັ້ນ​ໜັກ​ເປັນພິເສດ ໃສ່​ການ​ຫວ່າງ​ງານ​ສູງ​ຂອງ​ພວກ​ຊາວ​ໜຸ່ມໃນປະ​ເທດ.

​ເງິນ​ແຣນຂອງ​ອາ​ຟຣິກາ​ໃຕ້ ​ມີຄ່າແຂງ​ຂຶ້ນໃນການແລກປ່ຽນກັບ​ເງິນ​ໂດ​ລາ​ຂອງ ສະຫະ
ລັດນັບ​ແຕ່​ທ່ານຣາມາໂຟຊາ ​ໄດ້​ສາບານ​ໂຕ​ເຂົ້າ​ຮັບ​ຕຳ​ແໜ່​ງ. ອາຟຣິກາ ໃຕ້ກຳລັງປະ​
ເຊີນ​ໜ້າ ​ກັບ​ບັນຫາທ້າ​ທາຍ​ທາງເສດຖະກິດ​ຫລາຍ​ຢ່າງ ຮວມ​ທັງ​ອັດຕາຄົນຫວ່າ​ງານ
​ຫຼາຍ​ກວ່າ 25 ​ເປີ​ເຊັນ ​ແລະ​ເຕີບ​ໂຕຂອງເສດຖະກິດທີ່ຊັກ​ຊ້າ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG