ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ວີດີໂອໃໝ່ ຂອງ al-Shabab ເນັ້ນໜັກຄຳເວົ້າ ຂອງທ່ານ Trump ແລະຄວາມໂຫດຮ້າຍ ຂອງຕຳຫຼວດ


ຮູບຈາກວີດີໂອຂອງກຸ່ມ al-Shabab
ຮູບຈາກວີດີໂອຂອງກຸ່ມ al-Shabab

ກຸ່ມ​ຫົວ​ຮຸນ​ແຮງ al-Shabab ຂອງ​ໂຊ​ມາ​ເລຍໄດ້​ນຳ​ວີ​ດີ​ໂອ​ໃໝ່
​ເພື່ອ​ເກັບ​ເກນ​ເອົາ​ສະມາຊິກອອກ​ເຜີຍມາ​ແຜ່ໂດຍເນັ້ນໜັກ​ໃສ່​
ການ​ຍິງ​ຜູ້​ຄົນ​ຕາຍ​ຂອງ​ຕຳຫຼວດສະຫະລັດ ​ແລະ​ການ​ຮຽກຮ້​ອງ​
ໂດຍ​ຜູ້​ສະໝັກ ​ເປັນ​ປະທານາທິບໍດີ​ສະຫະລັດ ທ່ານ Donald
Trump ທີ່​ຈະ​ຫ້າມ​ບໍ່​ໃຫ້​ຊາວ​ມຸສລິ​ມ​ເຂົ້າມາ​ໃນ​ສະຫະລັດ.

ວີ​ດີ​ໂອ​ທີ່​ນຳ​ອອກ​ເຜີຍ​ແຜ່​ໃນ​ວັນ​ສຸກ​ວານ​ນີ້​ ອາດ​ຈະ​ເປັນ​ກໍລະນີ​
ທຳ​ອິດທີ່​ກຸ່ມ​ຊຶ່ງຖືກ​ລະບຸ​ໂດຍ​ສະຫະລັດ​ວ່າ​ເປັນ​ພວກ​ກໍ່​ການ​ຮ້າຍ
​ໄດ້​ນຳ​ໃຊ້​ການ​ຮຽກຮ້ອງ​ຂອງ ທ່ານ Trump ຫລື​ບັນຫາ​ອື່ນໆ​ທີ່​ມີ
​ຢູ່​ໃນ​ເວລາ​ນີ້​ໃນສະຫະລັດ​ເພື່ອ​ດຶງ​ດູດ​ເອົາຜູ້ ຕິດຕາມ​ທາງ​ອິນ​ເຕີ
​ແນັດ.

ຜູ້​ສະໝັກ​ເປັນ​ປະທານາທິບໍດີ​ຂອງ​ພັກ​ເດ​ໂມ​ແຄ​ຣັດ​ທ່ານ​ນາງ Hillary Clinton ກ່າວ​ໃນ​
ເດືອນ​ແລ້ວນີ້ວ່າ ອັນ​ທີ່​ເອີ້ນວ່າ​ ກຸ່ມ​ຫົວ​ຮຸນ​ແຮງ​ລັດ​ອິສລາມໄດ້​ນຳ​ເອົາ​ວິ ດີ​ໂອ ​ທີ່​ສະ​ແດງ​
ໃຫ້​ເຫັນ​ວ່າ ​ທ່ານ Trump ​ໄດ້​ໝິ່ນປະໝາດ​ສາສະໜາ​ອິສລາມ​ແລະ​ຊາວ​ມຸສລິ​ມ​ເພື່ອ​ຈະ​
ເກັບ​ເກນ​ເອົາ​ພວກ​ຫົວ​ຮຸນ​ແຮງ​ຈີ​ຮາດ​ຕື່ມ.

ການກວດ​ສອບ​ຢ່າງ​ເປັນ​ອິດສະຫຼະເບິ່ງ​ຂໍ້​ເທັດ​ຈິງ​ກ່ຽວ​ກັບ​ຄຳ​ຖາມ​ໃນ​ການ​ກ່າວ​ອ້າງ​ຂອງ​
ທ່ານ​ນາງ​ໃນ​ເວລາ​ນັ້ນ. ​ແຕ່​ເວລາ​ນີ້ກຸ່ມ al-Shabab ຊຶ່ງ​ບໍ່​ມີ​ສ່ວນ​ພົວ ພັນ​ໂດຍ​ກົງ​ກັບ​ກຸ່ມ​
ລັດ​ອິສລາມ ​ໄດ້​ໃຊ້​ຄຳ​ເວົ້າຂອງ​ທ່ານ Trump ​ໃນ​ວີ​ດີ​ໂອ​ໃໝ່ ທີ່​ສະ​ແດງ​ໃຫ້​ເຫັນ​ຄຳ​ເວົ້າຜູ້​
ສະໝັກ ​ເປັນ​ປະທານາທິບໍດີ ​ຂອງ​ພັກ​ຣີພັບ​ບລີ​ກັນ​ໄດ້ ​ເວົ້າອອກ​ມາ ​ກ່ຽວ​ກັບ​ຄວາມ​ຕ້ອງ
ການ​ຂອງ​ທ່ານ ​ທີ່​ຈະ​ຫ້າມ​ບໍ່​ໃຫ້​ຊາວ​ມຸສລິມມາ​ຢ້ຽມຢາມ​ສະຫະລັດ​ນັ້ນ.

ຫຼງ​ຈາກ​ທ່ານ Trump ​ໄດ້​ກ່າວ​ໃນ​ວີ​ດີ​ໂອ​ແລ້ວ​ໂຄສົກ​ຄົນ​ນຶ່ງທີ່​ບໍ່​ລະບຸ​ຊື່​ຂອງ​ al-Shabab
​ກໍກ່າວ​ເປັນ​ພາສາ​ອັງກິດ​ ໂດຍ​ຢືນຢັນ​ວ່າ​ ຊາວ​ມຸສລິ​ມ​ໃນ​ສະຫະລັດ​ຕ້ອງ​ໄດ້​ເລືອກ​ເອົາລະ ຫວ່າງ​ການ​ເດີນທາງ​ອອກ​ຈາກ​ປະ​ເທດ​ ຫລື​ບໍ່​ກໍ​ເລີ້ມ​ເຮັດສົງຄາມ​ສັກສິດ.

XS
SM
MD
LG