ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອາ​ວຸດ ​ຊະ​ນິດ​ໃໝ່ ​ຂອງ​ຣັດ​ເຊຍ ສາ​ມາດ​ເດີນ​ທາງ​ໄດ້ ໄວ​ກວ່າ​ສຽງ 27 ເທື​່ອ


ຮ​ູບ​ພາບ​ເຜີຍ​ແຜ່​ໂດຍ​ກະ​ຂວງ​ປ້ອງ​ກັນ​ປະ​ເທດ​ຣັດ​ເຊຍ ສະ​ແດງ​ໃຫ້​ເຫັນ ລູກ​ສອນ​ໄຟຂີປະ​ນາ​ວຸດຂ້າມທະ​ວີບ ວັນ​ທີ 27 ທັນ​ວາ 2019.
ຮ​ູບ​ພາບ​ເຜີຍ​ແຜ່​ໂດຍ​ກະ​ຂວງ​ປ້ອງ​ກັນ​ປະ​ເທດ​ຣັດ​ເຊຍ ສະ​ແດງ​ໃຫ້​ເຫັນ ລູກ​ສອນ​ໄຟຂີປະ​ນາ​ວຸດຂ້າມທະ​ວີບ ວັນ​ທີ 27 ທັນ​ວາ 2019.

ອາ​ວຸດຂ້າມ​ທະ​ວີບ​ຊະ​ນິດໃໝ່​ທີ່​ສາ​ມາດຍິງໄປ​ໄດ້​ໄວ​ກວ່າ​ສຽງ 27 ເທື່ອ ໄດ້ຖືກ​ສົ່ງເຂົ້າ​
ປະ​ຈຳ​ການ​ໃນ​ວັນ​ສຸກວານ​ນີ້ ​ອີງ​ຕາມ​ການ​ລາຍ​ງານ​ຂອງ​ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ​
ຣັດ​ເຊຍ​ຕໍ່ປະ​ທາ​ນາ​ທິ​ບໍ​ດີ​ວ​ລາ​ເດີ​ເມຍ ປູ​ຕິນ ຊຶ່ງ​ຈະເຮັດ​ໃຫ້​ສະ​ມັດ​ຕະ​ພ​າບ​ໃນ​ການ
ໂຈມ​ຕີ​ດ້ວຍ​ອາ​ວຸດ​ນິ​ວ​ເຄ​ລຍ​ຂອງ​ປະ​ເທດ​ເຂັ້ມ​ແຂງຂຶ້ນກວ່າ​ເກົ່າ.

ປະ​ທາ​ນາ​ທິ​ບໍ​ດີ​ປູ​ຕິນ ໄດ້​ບັນ​ລະ​ຍ​າຍ​ເຖິງ ​ອາ​ວຸດອາ​ວັນ​ກາດ (Avangard) ​ທີ່​ໄວ​ກວ່າ
ສຽງ​ນັ້ນ​ວ່າ ເປັນ​ຄວາມ​ກ້າວ​ໜ້າດ້ານ​ເທັກ​ໂນ​ໂລ​ຈີ ທີ່​ຄື​ກັນ​ກັບ​ກາ​ນ​ສົ່ງ​ດາວ​ທຽມ​ໂຊ​
ຫວຽດ​ເທື່ອ​ທຳ​ອິດ​ໃນ​ປີ 1957. ອາ​ວຸດຊະ​ນິດ​ໃໝ່​ຂອງ​ຣັດ​ເຊຍ ແລ​ະ​ລະ​ບົບ​ທີ່​ຄ້າຍ​ຄື
​ກັນ​ທີ່​ກຳ​ລັງ​ພັດ​ທະ​ນາໂດຍ​ຈີນນັ້ນ ໄດ້​ສ້າງ​ບັນ​ຫາ​ໃຫ້​ແກ່​ສະ​ຫະ​ລັດທີ່​ພວມ​ຄິດ​ຄົ້ນ​
ຫາ​ຍຸດ​ທະ​ສາດໃນ​ການ​ປ້ອງ​ກັນ.

ອາ​ວຸດອາ​ວັນ​ກາດແມ່ນໄດ້​ຕິດ​ຕັ້ງ​ໃສ່ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ຂ້າ​ມ​ທະ​ວີບ ແຕ່ບໍ່​ຄື​ກັນ​
ກັບຫົວ​ລະ​ເບີດ​ລູກ​ສອນ​ໄປ​ຂີ​ປະ​ນາ​ວຸດ​ທຳ​ມະ​ດາ ​ທີ່​ສາ​ມາດ​ເດີນ​ໄປ​ຕາມ​ເສັ້ນ​ທາງ​ທີ່
​ຄາດ​ໝາຍ​ໄວ້ ຫຼັງ​ຈາກແຍກ​ອອກ​ແລ້ວ ມັນ​ສາ​ມາດ​ກ້ຽວ​ກັບ​ຄືນ​ໄດ້ ຢູ່​ໃນ​ບັນ​ຍາ​ກາດ
ເພື່ອໄປສູ່​ເປົ້າ​ໝາຍ ເຮັດ​ໃຫ້​ຍາກ​ທີ່​ຈະ​ສະ​ກັດ​ກັ້ນ​ໄດ້.

ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ​ຣັດ​ເຊຍ ທ່ານ​ເຊີ​ເກ ຊອຍກູ (Sergei Shoigu) ໄດ້​
ແຈ້ງໃຫ້​ປະ​ທາ​ນາ​ທິ​ບໍ​ດີ​ປູ​ຕິນຊາບ ກ່ຽວ​ກັບໜ່ວຍ​ລູກ​ສອນ​ໄຟທຳ​ອິດ ທີ່​ມີ​ອາ​ວຸດອາ​
ວັນ​ກາດໄວ​ກວ່າ​ສຽງ ໄດ້​ເຂົ້າ​ໄປ​ປະ​ຕິ​ບັດ​ໜ້າ​ທີ່ແລ້ວ.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

ທ່ານ​ຊອຍ​ກູ ກ່າວ​ລຸນ​ໃນ​ເວ​ລາຕໍ່​ມາ​ ລະ​ຫວ່າງກອງ​ປະ​ຊຸມທາງ​ໂທ​ລະ​ສັບ​ຫາ​ບັນ​ດາ​ຜູ້​ນຳ​ທະ​ຫານວ່າ “ຂ້າ​ພະ​ເຈົ້າ​ຂໍ​ສັນ​ລະ​ເສີນ​ທ່ານ ກ່ຽວ​ກັບ​ຂີດ​ໝາຍທີ່​ສຳ​ຄັນສຳ​ລັບກອງ​ທັບ ແລະ​ປະ​ເທດ​ຊາດ​ທັງ​ໝົດ.”

ນາຍ​ພົນ​ເຊີ​ເກ ກາ​ຣາ​ກາເຢັບ (Sergei Karakayev) ຜູ້​ບັນ​ຊາ​ການ​ກຳ​ລັງ​ລູກ
ສອນ​ໄຟ​ຍຸດ​ທະ​ສາດ​ ກ່າວ​ລະ​ຫວ່າງ​ການ​ໂທ​ລະ​ສັບ​ວ່າ ອາ​ວຸດ​ອາ​ວັນ​ກາດ​ໄດ້​ເຂົ້າ
ປະ​ຈຳ​ການ ​ກັບ​ໜ່ວຍ​ປະ​ຕິ​ບັດ​ງານ​ຢູ່ໃນ​ເຂດໂອ​ເຣນ​ເບີກ (Orenburg) ຢູ່​ທາງ​ພາກ​ໃຕ້​ພູອູ​ຣານ (Ural.)


ປະ​ທາ​ນາ​ທິ​ບໍ​ດີ​ປູ​ຕິນ ໄດ້​ເປີດ​ເຜີຍ​ອາ​ວຸດ​ອາ​ວັນ​ກາດ ທີ່ຮວມ​ຢູ່​ໃນ​ລະ​ບົບ​ອາ​ວຸດທີ່​ກຳ​ລັງ​ພັດ​ທະ​ນາອື່ນໆ ຢູ່​ໃນ​ຄຳ​ປາ​ໄສ​ຕໍ່​ປະ​ເທດ​ຊາດ ເມື່ອເດືອນ​ມີ​ນາ ປີ 2018 ໂດຍໄດ້ໃຫ້​ຂໍ້​ສັງ​ເກດ​ເຖິງສະ​ມັດ​ຕະ​ພາບ ​ທີ່ສາ​ມາດ​ກ້ຽວ​ກັບ​ຄືນ​ໄປ​ສູ່​ເປົ້າ​ໝາຍ​ໄດ້ ນັ້ນ ຈະເຮັດ​ໃຫ້ລະ​ບົບ​ປ້ອງ​ກັນ​ລູກ​ສອນ​ໄຟ​ ​ໃຊ້​ການ​ບໍ່​ໄດ້.

ທ່ານ​ກ່າວ​ໃນ​ເວ​ລາ​ນັ້ນ​ວ່າ “ມັນ​ໄປ​ສູ່​ເປົ້າ​ໝາຍ​ຄື​ກັນ​ກັບດາວ​ຕົກ ຄື​ກັນ​ກັບ​ໜ່ວຍ ລູກ​ໄຟ.”

ຜູ້​ນຳ​ຣັ​ດ​ເຊຍ​ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ​ ອາ​ວຸດ​ອາ​ວັນ​ກາດ ໄດ້​ອອກ​ແບບ​ໂດຍໃຊ້​ວັດ​ຖຸຊະ​ນິດ​ໃໝ່ ​ເພື່ອ​ທົນ​ຕໍ່​ອຸນ​ຫະ​ພູມ​ເຖິງ 2,000 ແຊ​ລ​ເຊີ​ສ ຈາກ​ການ​ບິນ​ຜ່ານ​ບັນ​ຍາ​ກາດ​ດ້ວຍ​ຄວາມ​ໄວ​ກວ່າ​ສຽງ.

XS
SM
MD
LG