ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ອຳນວຍການ ຕຳຫຼວດ​ລັບ ສຫລ ລາ​ອອກ​ ຈາກຕຳ​ແໜ່​ງ


Secret Service Under Fire After White House Breach
please wait

No media source currently available

0:00 0:02:16 0:00

ເບິ່ງວີດີໂອ ກ່ຽວກັບຂ່າວນີ້.

ຜູ້ອຳນວຍການຕຳຫລວດ​ລັບສະຫະລັດ ທ່ານ​ນາງ Julia
Pierson ​ໄດ້ລາ​ອອກ​ຈາກ​ຕຳ​ແໜ່​ງ ຫຼັງຈາກ​ໄດ້​ເກີດການ​ຜິດ
ພາດໃນເລື່ອງຄວາມ​ ປອດ​ໄພທີ່ສຳຄັນ 2 ​ຄັ້ງ ທີ່​ອາດ​ເຮັດ​ໃຫ້​
ປະທານາທິບໍດີ ​ຕົກ​ຢູ່​ໃນ​ຄວາມ​ອັນຕະລາຍໄດ້.

​ໂຄສົກທຳນຽບຂາວ ທ່ານ Josh Earnest ​ໄດ້​ກ່າວ​ໃນ​ວັນ​ພຸດ
​ວານ​ນີ້​ວ່າ ທ່ານ​ນາງ Pierson ​ໄດ້​ເຂົ້າພົບ​ປະທານາທິບໍດີ ​ບາຣັກ
ໂອ​ບາ​ມາ ຊຶ່ງທ່ານ​ໄດ້ສະ​ແດງ​ ການ​ຮູ້​ບຸນຄຸນ​ ຕໍ່ການຮັບໃຊ້
ປະເທດຊາດເປັນເວລາ 30 ປີ ຂອງ​ທ່ານ​ນາງ. ທ່ານ Earnest ​
ໄດ້​ກ່າວ​ຕໍ່ໄປວ່າ ທ່ານ​ນາງ Pierson ​ໄດ້ຮັບ​ເອົາຄວາມ​ຮັບຜິດ
ຊອບ ກ່ຽວກັບການ​ອາລັກຂາ​ທີ່​ຂາດ​ຕົກ​ບົກ​ຜ່ອງ ​ແລະເພື່ອໃຫ້ເລື່ອງເຫຼົ່ານີ້​ ໄດ້​ຮັບ​ການ​
ແກ້​ໄຂ.

ທ່ານ​ນາງ Pierson ​ໄດ້​ປະ​ເຊີນ​ກັບ​ຄຳ​ສອບ​ຖາມ​ ຢ່າງ​ໜັກ​ໜ່ວງ ຈາກ​ສະມາ​ຊິກ​ສະພາ ​ໃນ​ອາທິດ​ນີ້ ຫຼັງຈາກ​ທີ່​ໄດ້​ມີ​ການ​ບຸກລຸກ​ຜ່ານ​ການ​ປ້ອງ​ກັນໃນການອາລັກຂາ​ປະທານາທິບໍດີ
ທີ່​ຮ້າຍ​ແຮງ​ 2 ຄັ້ງ ໃນ​ເດືອນ​ແ​ລ້ວນີ້.

ທ້າວ Omar Gonzalez ​ອະດີດ​ນັກ​ລົບເກົ່າ​ສົງຄາມ​ອີຣັກທີ່​ມີ​ມີດເປັນ ​ອາວຸດ ​ ໄດ້ປີນ​ຂ້າມ​ຮົ້ວ​ທຳນຽບຂາວ ​ແລ້ວ​ແລ່ນ​ເຂົ້າ​ໄປ​ໃນຕຶກ​ທຳນຽບ ປະທານາທິບໍດີ ຫຼັງຈາກ​ສາມາດຫລົບຫ​ລີກ​ໜ່ວຍຍາມ​ປ້ອງ​ກັນ. ລາວ​ໄດ້​ຖືກ​ຈັບໄດ້​ຢູ່​ໃນຫ້ອງ​ໜຶ່ງ​ໃນ​ຕຶກ​ທຳນຽບຂາວ. ​ໃນ​ເວລາ​ນັ້ນ ປະທາ ນາທິບໍດີ ​ແລະຄອບ​ຄົວ​ຂອງ​ທ່ານ ບໍ່​ໄດ້​ຢູ່​ໃນ​ທຳນຽບຂາວ.

3 ມື້ກ່ອນ​ໜ້າ​ນັ້ນ ພະນັກງານ​ຍາມ​ຮັກສາຄວາມ​ປອດ​ໄພທີ່ມີອາວຸດຕິດ ໂຕ​ຄົນ​ໜຶ່ງ ຜູ້ທີ່​ເຄີຍມີປະຫວັດຄວາມຜິດ​ທາງ​ອາຍາມາແລ້ວ ​ໄດ້​ເຂົ້າ​ໄປ​ໃນ​ລິບ​ດຽວກັນກັບທ່ານ ​ໂອ​ບາ​ມາ ແລະ ​ໜ່ວຍ​ອາລັກຂາ​ຂອງ​ທ່ານ ຢູ່​ນະຄອນ ​Atlanta ລັດ​ Georgia.

​ໃນ ປີ 2011 ມີການຍິງ​ປືນ​ຖືກທຳນຽບຂາວ ​ແຕ່​ຄວາມ​ເສຍ​ຫາຍ​ຈາກ​ລູກ​ປືນ​ນັ້ນ ບໍ່​ໄດ້​ກວດ​ພົບ​ ຈົນ 4 ມື້​ຕໍ່ມາ ຫລັງຈາກໄດ້ເກີດເຫດ.

US SECRET SERVICE CNPK
please wait

No media source currently available

0:00 0:01:16 0:00

XS
SM
MD
LG