ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາຍງານໃໝ່ ສະແດງໃຫ້ເຫັນວ່າ ຄວາມອຶດຫິວ ແລະ ຄວາມຕຸ້ຍພີ ກຳລັງສູງຂຶ້ນ ໃນເອເຊຍ


ພວກເດັກນ້ອຍ ອອກກຳລັງກາຍ ໃນລະຫວ່າງ ການເຂົ້າຄ້າຍ ຍາມລະດູຮ້ອນ ເພື່ອຫລຸດນ້ຳໜັກ ໃນເມືອງ Shenyang ແຂວງ Liaoning, ຂອງປະເທດຈີນ.
ພວກເດັກນ້ອຍ ອອກກຳລັງກາຍ ໃນລະຫວ່າງ ການເຂົ້າຄ້າຍ ຍາມລະດູຮ້ອນ ເພື່ອຫລຸດນ້ຳໜັກ ໃນເມືອງ Shenyang ແຂວງ Liaoning, ຂອງປະເທດຈີນ.

ກອງທຶນເພື່ອເດັກນ້ອຍຂອງອົງການສະຫະປະຊາຊາດ ຫຼື
UNICEF ແລະ ອົງການອານາໄມໂລກ ຫຼື WHO ຢູ່ໃນບົດ
ລາຍງານສະບັບໃໝ່ ເຕືອນວ່າ ພວກເດັກນ້ອຍຢູ່ໃນເຂດ
ເອເຊຍຕາເວັນອອກສຽງໃຕ້ ກຳລັງປະເຊີນໜ້າກັບ ວິກິດການ
ຂາດສານອາຫານ ທ່າມກາງການເພີ້ມຂຶ້ນ ຈຳນວນຂອງພວກ
ເດັກນ້ອຍ ທີ່ຂາດສານອາຫານ ແລະ ພວກເດັກນ້ອຍທີ່ຕຸ້ຍ
ພີໂພດ ເຖິງແມ່ນວ່າ ເສດຖະກິດ ຈະໄດ້ມີການຂະຫຍາຍຕົວ
ຂຶ້ນ ຫຼາຍທົດສະວັດຜ່ານມາກໍຕາມ. ພວກອົງການດັ່ງກ່າວ
ຮຽກຮ້ອງໃຫ້ມີການວາງລະບຽບ ຕໍ່ອາຫານບໍ່ມີຄຸນຄ່າ ແລະ
ຈຳກັດນ້ຳດື່ມທີ່ມີນ້ຳຕານ ສຳລັບພວກເດັກນ້ອຍ ພ້ອມກັນນັ້ນ ກໍໃຫ້ແກ້ໄຂບັນຫາການ
ຂາດສານອາຫານ ທີ່ເປັນຜົນເຮັດໃຫ້ການເຕີບໂຕ ຂອງພວກເດັກນ້ອຍ ທີ່ມີສະພາບການ
ເປັນຢູ່ທຸກຍາກ ຢຸດສະງັກ ຢູ່ໃນລະດັບທີ່ຊ້ຳເຮື້ອ.

ບົດລາຍງານຮ່ວມ ຂອງ UNICEF ແລະ WHO ທີ່ໄດ້ຖືກເຜີຍແຜ່ ໃນວັນຈັນມື້ນີ້ ລາຍງານ
ວ່າ ເອເຊຍຕາເວັນອອກສຽງໃຕ້ ແມ່ນກຳລັງປະເຊີນໜ້າກັບ ບັນຫາຄ່າໃຊ້ຈ່າຍດ້ານ
ສຸຂະພາບ ຊຶ່ງເປັນຜົນມາຈາກການຂາດແຄນສານອາຫານຂອງພວກເດັກນ້ອຍ ແລະ
ສະພາບ ການມີນ້ຳໜັກຫຼາຍ ອັນເປັນບັນຫາສອງທົບ ທີ່ປາກົດວ່າມີຫຼາຍຂຶ້ນ ຢູ່ໃນ
ປະເທດທີ່ມີລາຍຮັບ ປານກາງ ເຊັ່ນ ອິນໂດເນເຊຍ ມາເລເຊຍ ຟີລິບປິນ ແລະ ໄທ.

ບົດລາຍງານກ່າວອີກວ່າ ຢູ່ໃນອິນໂດເນເຊຍ ປະເທດດຽວ ພວກເດັກນ້ອຍທີ່ຂາດສານ
ອາຫານ ເປັນບ່ອນທຳລາຍ ການພັດທະນາຂອງເດັກນ້ອຍ ຊຶ່ງນຳໄປສູ່ ການເປັນພະຍາດ
ທີ່ບໍ່ຕິດຕໍ່ກັນ ທີ່ໃຊ້ຈ່າຍແຕ່ລະປີ ມູນຄ່າ 248 ຕື້ໂດລາ.

ທ່ານນາງ Dorothy Foote ນັກຊ່ຽວຊານດ້ານໂພສະນະການຂອງ UNICEF ປະຈຳ
ຂົງເຂດ ໄດ້ເອີ້ນບັນຫາຕ່າງໆ ນັ້ນ ວ່າ “ວິກິດການທີ່ກຳລັງເຕີບໃຫຍ່ຂຶ້ນ” ທີ່ກວມເອົາທັງ
ພວກເດັກນ້ອຍທີ່ຂາດສານອາຫານ ແລະ ລະດັບການໂພສະນາການ ຕາມປົກກະຕິ.

XS
SM
MD
LG