ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນໍ້າທີ່ມີ ກຳມັນຕະພາບ ລັງສີ ຮົ່ວອອກ ຈາກຖັງ ໂຮງ​ໄຟຟ້າ Fukushima (ວີດີໂອ)


ບໍລິສັດ​ພະລັງງານໄຟຟ້າ​ໂຕກຽວ ກໍາລັງ​ດຳ​ເນີນງານ ​ເພື່ອ​ສັນ​ລະ​ສູດ​​ເບິ່ງວ່າ ນໍ້າ​​​ເລີ້ມຮົ່ວ​ໄຫລ ​ອອກ​ມາ​ຈາກຖັງ​ເກັບ​ນໍ້າ ໄດ້ຈັ່ງໃດ.
ບໍລິສັດ​ພະລັງງານໄຟຟ້າ​ໂຕກຽວ ກໍາລັງ​ດຳ​ເນີນງານ ​ເພື່ອ​ສັນ​ລະ​ສູດ​​ເບິ່ງວ່າ ນໍ້າ​​​ເລີ້ມຮົ່ວ​ໄຫລ ​ອອກ​ມາ​ຈາກຖັງ​ເກັບ​ນໍ້າ ໄດ້ຈັ່ງໃດ.
ຜູ້​ບໍລິຫານ​ງານໂຮງ​ໄຟຟ້ານິວ​ເຄລຍ Fukushima ທີ່​ມີ​ບັນຫາ
ນັ້ນ ກ່າວ​ວ່ານໍ້າ​ທີ່​ມີ​ກຳ​ມັນ​ຕະພາບ​ລັງສີ ຢ່າງ​ໜ້ອຍ 300 ​ໂຕນ
​ໄດ້​ຮົ່ວ​ໄຫລ ອອກມາ​ຈາກ​ຖັງ​ເກັບນໍ້າ ຂອງ​ໂຮງ​ໄຟຟ້າ ທີ່​ຕັ້ງຢູ່​
ໃນ​ບໍລິ​ເວນ​ແຄມ​ຝັ່ງ​ທະ​ເລ​.

ບໍລິສັດ​ພະລັງງານໄຟຟ້າ​ໂຕກຽວ ຫລື TEPCO ກ່າວໃນ​ວັນ
​ອັງຄານ​ມື້​ນີ້​ວ່າ ຕົນ​ກໍາລັງ​ດຳ​ເນີນງານ ​ເພື່ອ​ສັນ​ລະ​ສູດເບິ່ງວ່າ
ນໍ້າ​ໄດ້ເລີ້ມຮົ່ວ​ໄຫລ​ອອກ​ມາ​ໄດ້​ຢ່າງ​ໃດຈາກຖັງ​ເກັບ​ນໍ້າ​ທີ່​ເປັນ
​ເຫຼັກ ຊຶ່ງບັນ​ຈຸ​ນໍ້າ ​ເພື່ອ​ໃຊ້​ລະບາຍຄວາມ​ເຢັນໃຫ້​ແກ່​ເຕົາ​ແຍກ​
ນິວ​ເຄລຍ ທີ່ໄດ້​ຮັບ​ຄວາມ​ເສຍ​ຫາຍນັ້ນ.

ບໍລິສັດ TEPCO ກ່າວ​ວ່າ ຍັງ​ບໍ່​ໄດ້​ມີ​ການ​ປ່ຽນແປງທີ່​ສຳຄັນ​
ໃດໆ ​ຂອງ​ກຳ​ມັນ ຕະພາບລັງສີ ຢູ່​ນອກ​ໂຮງ​ໄຟຟ້າ ​ແຕ່​ກໍ​ກ່າວ
​ວ່າ ນໍ້າ​ທີ່ຮົ່ວ​ໄຫລອອກ​ມາໄດ້​ປ່ອຍ ກຳ​ມັນ​ຕະພາບ​ລັງສີ 100
millisiveverts ຕໍ່​ຊົວ​ໂມງ ຊຶ່ງລະດັບ​ທີ່​ເຫັນ​ວ່າ​ເປັນ​ໄພອັນຕະລາຍ​ແກ່​ມະ​ນຸດ.

ແຜນທີ່ Fukushima ປະເທດຍີ່ປຸ່ນ
ແຜນທີ່ Fukushima ປະເທດຍີ່ປຸ່ນ


ບໍລິສັດ TEPCO ພວມ​ດຳ​ເນີນ​ງານ ​ເພື່ອ​ທໍາ​ຄວາມ​ສະອາດນໍ້າ ​ທີ່​ຫົ້ງຢູ່​ຂ້າງ​ນອກ. ບໍ່ເປັນ​ທີ່​ເຊື່ອ​ກັນ​ວ່າ ມີ​ນໍ້າ​ຈາກ​ຖັງເກັບ​ນໍ້າ​ໄດ້​ຮົ່ວ​ໄຫລ​ລົງໄປ​ສູ່​ມະຫາ​ສະມຸດປາຊິ​ຟິກ ທີ່​ຢູ່ໃກ້​ໆນັ້ນ​ເທື່ອ.

​ແຕ່​ບໍລິສັດ TEPCO ​ຮັບ​ຮູ້​ໃນ​ຕອນ​ຕົ້ນ​ເດືອນນີ້​ວ່າ ມີການ​ຮົ່ວ​ໄຫຼ​ຂອງ​ນໍ້າຈາກ​ແຫ່ງອື່ນ ຢູ່​ໃນ​ໂຮງ​ໄຟຟ້າ ​ໄດ້​ຊຶມ​ລົງ​ສູ່​ທະ​ເລ. ຫລັງຈາກ​ນັ້ນຕໍ່​ມາ​ບໍ່​ດົນ ລັດຖະ ບານ​ຍີ່ປຸ່ນ​ກໍໄດ້​ເອົາບົດ​ບາດເພີ້​ມ​ເຕີມ​ໃນ​ການ​ທໍາ​ຄວາມ​ສະ​ອາດ​ຂອງ​ໂຮງ​ໄຟຟ້າ.

Japan
please wait
Embed

No media source currently available

0:00 0:00:47 0:00
XS
SM
MD
LG