ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການຢັ່ງຫາງສຽງ ຄັ້ງໃໝ່ ສະແດງໃຫ້ເຫັນວ່າ ທ່ານ Trump ມີຄະແນນນຳໜ້າ ຢ່າງໃຫຍ່.


ຜູ້ລົງສະໝັກຮັບເລືອກຕັ້ງຕຳແໜ່ງປະທານາທິບໍດີ ພັກ Republican ທ່ານ Donald Trump ກ່າວຄຳປາໄສ ໃນກອງປະຊຸມນຸມຈັດໂດຍ ພັກ Tea Party ທີ່ສະພາສູງ Capitol Hill ໃນນະຄອນຫຼວງ ວໍຊິງຕັນ, 9 ກັນຍາ 2015.
ຜູ້ລົງສະໝັກຮັບເລືອກຕັ້ງຕຳແໜ່ງປະທານາທິບໍດີ ພັກ Republican ທ່ານ Donald Trump ກ່າວຄຳປາໄສ ໃນກອງປະຊຸມນຸມຈັດໂດຍ ພັກ Tea Party ທີ່ສະພາສູງ Capitol Hill ໃນນະຄອນຫຼວງ ວໍຊິງຕັນ, 9 ກັນຍາ 2015.

ມະຫາ​ເສດຖີ​ພັນ​ລ້ານ ທ່ານ Donald Trump ສືບ​ຕໍ່​ໄດ້​ຮັບ​ການ​ສະໜັບສະໜູນ​ເພີ່ມ​ຂຶ້ນ ​ໃນ​ການ​ຄົ້ນ​ຫາ​ການທີ່​ຈະ​ໄດ້​ເປັນ​ໂຕ​ແທນ​ຜູ້​ສະ​ໝັກ​ຮັບ​ເລື​ອກຕັ້ງ​ຂອງພັກ Republican ​ໃນ​ການ​ເລືອກ​ຕັ້ງ​ປະທານາທິບໍດີ ສະຫະລັດ ປີໜ້າ​ນີ້.

ໃນການຢັ່ງ​ຫາງ​ສຽງຄັ້ງ​ໃໝ່​ຂອງ​ແຫຼ່ງຂ່າວ Washington Post ​ແລະ ABC ​ໄດ້​ເປີ​ດ​ເຜີຍໃນ​ວັນ​ຈັນ​ມື້​ນີ້​ວ່າ 33 ​ເປີ​ເຊັນຂອງ​ຜູ້ມີ​ສິດ​ລົງ​ຄະ​ແນນ​ສຽງ​ພັກ Republican ​ກ່າວ​ວ່າ ພວກ​ເຂົາ​ຈະ​ເລືອກ​ເອົາ​ທ່ານ Trump. ນັ້ນແມ່ນ​ການ​ເພີ່ມ​ຂຶ້ນ 24 ​ເປີ​ເຊັນ​ຂອງ​ຜູ້​ທີ່​ກ່າວ​ວ່າ ຈະ​ສະໜັບສະໜູນ​ທ່ານຈາກເດືອນ ກໍລະກົດ​ທີ່​ຜ່ານ​ມາ.

ການ​ສະໜັບ​ສະ​ໜູນ ອະດີດແພດ​ຜ່າຕັດ​ລະບົບ​ເສັ້ນປະ​ສາດ ທ່ານ Ben Carson ​ກໍ​ໄດ້​ເພີ່ມຂຶ້ນ​ເປັນອັນ​ດັບ​ສອງ​ໃນ​ລະຫວ່າງການ

ເພີ່​ມຂຶ້ນ​ຂອງການ​ສະໜັບສະໜູນ​ດັ່ງກ່າວ, ​ເຊິ່ງ​ເພີ່ມ​ຂຶ້ນ​ຈາກ 6 ​ເປີ​ເຊັນ ​ໃນ​ເດືອນ​ກໍລະກົດ ​ເປັນ 20 ​ເປີ​ເຊັນ ​ໃນ​ການຢັ່ງ​ຫາງ​ສຽງວັນ​ຈັນ​ມື້​ນີ້, ​ເຊິ່ງ​ໄດ້ດຳ​ເນີນ​ຂຶ້ນ​ໃນ​ສັບ​ປະດາ​ທີ່​ຜ່ານ​ມາ.

ສ່ວນ​ຜູ້ລົງຮັບ​ສະໝັກເລືອກ​ຕັ້ງ​ຄົນ​ອື່ນໆ​ ​ແມ່ນ​ກຳລັງ​ດີ້ນຮົນ​ກັບ​ການ​ຕາມການ​ລົງ​ຄະ​ແນນ ສຽງໃຫ້​ທັນ​ ​ໃນ​ຂະນະ​ທີ່​ພວກ​ເຂົາ​ເຈົ້າ​ກຽມ​ພ້ອມ​ສຳລັບ​ການ​ໂຕ້​ວາທີ​ຮອງບທີ​ສອງໃນ​ຕອນ​ຄ່ຳ​ຂອງ​ວັນພຸດມື້ຮື​ນີ້.

ອະດີດເຈົ້າ​ຄອງລັດ Florida ​ໄດ້​ຮັບ 9 ​ເປີ​ເຊັນ​ໃນ​ການຢັ່ງ​ຫາງ​ສຽງ, ຕາມ​ມາ​ດ້ວຍສະມາຊິກ​ສະພາ​ລັດ ​Texas ທ່ານ Ted Cruz ​ແລະ ສະມາຊິ​ກສະພາ​ລັດ Florida ທ່ານ Marco Rubio ​ໄດ້ 7 ​ເປີ​ເ​ຊັນ.

ການ​ຢັ່ງ​ຫາງ​ສຽງ​ສະ​ແດງ​ໃຫ້​ເຫັນ​ການ​ໂຄສະນາ​ຫາ​ສຽງທີ່​ລຳບາກ​ໃນ​ສອງ​ເດືອນ​ຂອງ​ເຈົ້າ ຄອງລັດ Wisconsin ທ່ານ Scott Walker, ​ເຊິ່ງນຳຫຼັງທ່ານ Trump ​ເປັນອັນ​ດັບ​ສອງ​ໃນ​ເດືອນ​ກໍລະກົດ​ທີ່​ຜ່ານ​ມາ​ ດ້ວຍ 13 ​ເປີເຊັນ​ໃນ​ການ​ຢັ່ງ​ຫາງ​ສຽງ​ດ່ັງກ່າວ, ​ແຕ່​ວ່າ​ຕອນນີ້ຕ້ອງ ໄດ້ມີ​ການຕັດສິນໃຈເອົາລະ​ຫວ່າງ​ພຽງ​ແຕ່ 2 ​ເປີ​ເຊັນ​ເທົ່ານັ້ນ​ໃນ​ຈຳນວນ​ພວກ​ທີ່​ຖືກ​ຢ່ັງ​ຫາງ​ສຽງ.

XS
SM
MD
LG